ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສຽງໃຕ້ຂອງ ສະມາຄົມ AIMF

ນະຄອນຫຼວງວຽງຈັນ-ຊຽມຣຽບ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ນະຄອນຫຼວງວຽງຈັນ-ຊຽມຣຽບ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ
ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສຽງໃຕ້ຂອງ ສະມາຄົມ AIMF, ກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ທີ່ນະຄອນຫຼວງວຽງຈັນ (ນວ)

ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-19 ກັນຍາ ນີ້, ທ່ານ ອິງ ກີມລຽງ ຮອງເຈົ້າແຂວງຊຽມຣຽບ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ພົບປະກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃນວັນທີ 17 ກັນຍານີ້ ທີ່ ນວ ສປປ ລາວ.
ການພົບປະໃນຄັ້ງນີ້, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງການຕ້ອນຮັບ ແລະລາຍງານວ່າ: ສໍາລັບການພັດທະນາເສດຖະກິດ ຂອງ ນວ ໃນ 6 ເດືອນຕົ້ນປີ 2024 ຂະແໜງກະສິກໍາ ຂະຫຍາຍຕົວເພີ່ມຂຶ້ນ 4,2% ກວມເອົາ 13% ຂອງ GDP; ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7,05% ກວມເອົາ 48% ຂອງ GDP ແລະ ຂະແໜງການບໍລິການຂະຫຍາຍຕົວ ເພີ່ມຂຶ້ນ 3,8% ກວມເອົາ 39% ຂອງ GDP. ໃນນັ້ນ, ການພັດທະນາຕົວເມືອງ ໄດ້ຈັດຕັ້ງປະຕິບັດວຽກງານຮັກສາຄວາມສະອາດຕົວເມືອງ, ອະນາໄມເສັ້ນທາງສາຍຫຼັກ ແລະ ບັນດາແຜນງານຕ່າງໆກ່ຽວກັບການຄຸ້ມຄອງຂີ້ເຫຍື້ອ ໃນ ນວ ຕາມຍຸດທະສາດ ແລະ ແຜນດຳເນີນງານການຄຸ້ມຄອງຂີ້ເຫຍື້ອແບບຢືນຍົງ ປີ 2021-2030; ໄດ້ສ້ອມແປງ, ປະດັບປະດາຕາມເສັ້ນທາງ, ຖະໜົນສາຍຫຼັກ, ບັນດາໂຮງແຮມ, ຮ້ານອາຫານ, ສວນສາທາລະນະຕ່າງໆ ເພື່ອກະກຽມຕ້ອນຮັບກອງປະຊຸມອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ຈະເປັນເຈົ້າພາບໃນເດືອນ ຕຸລາ ປີ 2024 ທີ່ຈະມາເຖິງນີ້.
ການພົບປະກັນໃນຄັ້ງນີ້, ເປັນຂີດໝາຍອັນສໍາຄັນໜຶ່ງຂອງການພົວພັນຮ່ວມມື ລະຫວ່າງ ສອງນະຄອນ ແລະ ເພື່ອເປັນການເສີມຂະຫຍາຍການພົວພັນຮ່ວມມື ຂອງສອງນະຄອນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຕົວຈິງ. ທ່ານ ອາດສະພັງທອງ ສີພັນດອນ ຍັງສະເໜີໃຫ້ມີການແລກປ່ຽນບົດຮຽນການສົ່ງເສີມວຽກງານການທ່ອງທ່ຽວ, ການຄຸ້ມຄອງອະນຸລັກຮັກສາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາ ຊຶ່ງແຂວງຊຽມຣຽບມີບົດຮຽນຫຼາຍໃນດ້ານນີ້ ແລະ ຮ່ວມມືໃນດ້ານອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ຈົນກ້າວໄປສູ່ການສ້າງນະຄອນມິດຕະພາບຮ່ວມກັນໃນອະນາຄົດ.
ທ່ານ ອິງ ກີມລຽງ ໄດ້ສະແດງຄວາມຂອບໃຈ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນດ້ານອື່ນໆໃນຕໍ່ໜ້າ.
(ຂ່າວ: ວັນເພັງ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ງານລ້ຽງສະຫຼອງວັນສ້າງຕັ້ງ ສປ ຈີນ ຄົບຮອບ 77 ປີ ແລະ ປີມິດຕະພາບ ຈີນ-ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຄົບຮອບ 77 ປີ ແລະ ໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ປີມິດຕະພາບ ລາວ-ຈີນ), ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ອົບອຸ່ນ ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.
ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມປຶກສາຫາລື ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍສະເຫຼີມໄຊກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ;ສະຫາຍຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສສຫວຽດນາມໄດ້ເດີນທາງມາຢ້ຽມຢາມສປປ ລາວຢ່າງເປັນທາງການໃນວັນທີ 21 ກັນຍາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດລາວ-ຫວຽດນາມ.
ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

ງານສຳມະນາ ເພີ່ມພູນຄວາມຮ່ວມມືຕ້ານການຟອກເງິນ ແລະ ເຄືອຂ່າຍສະແກມເມີຂ້າມຊາດ

​ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຈັດງານສຳມະນາພາຍໃຕ້ຫົວຂໍ້: “ການປ້ອງກັນ ແລະ ປາບປາມການຟອກເງິນ ທີ່ເຊື່ອມໂຍງກັບສູນສະແກມເມີ” ໃນວັນທີ 21 ກັນຍານີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີເປົ້າໝາຍເພື່ອສ້າງຄວາມຮັບຮູ້, ເພີ່ມມາດຕະການປ້ອງກັນ-ປາບປາມໄພຄຸກຄາມຈາກການຟອກເງິນ, ການສະໜອງທຶນໃຫ້ແກ່ອາຊະຍາກຳຂ້າມຊາດ ແລະ ຍົກສູງຄວາມຮ່ວມມືລະຫວ່າງ ສປປ ລາວ, ໄທ ພ້ອມດ້ວຍອົງການຈັດຕັ້ງພາກພື້ນ ແລະ ສາກົນ; ເປັນກຽດໃນງານສຳມະນາ ໂດຍທ່ານນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ລີຊາດ ຟີລິບປາດ (Richard Philipart) ຫົວໜ້າອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ UNODC, ຄະນະທູດ, ທູຕານຸທູດ ຕາງໜ້າຈາກບັນດາກະຊວງ, ຂະແໜງການຍຸຕິທຳ, ທະນາຄານ, ຕຳຫຼວດສືບ ສວນ-ສອບສວນ, ສຳນັກງານຂໍ້ມູນຕ້ານການຟອກເງິນ (AMLIO), ເອກອັກຄະລາຊະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ແລະ ສະຖາບັນ ILSTA.
ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ ຫວຽດນາມ ເດີນທາງມາເຖິງ ສປປ ລາວ

ວັນທີ 21 ກັນຍານີ້, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຫວຽດນາມ.
ເພີ່ມເຕີມ