ໂດຍປົກກະຕິແລ້ວ, ຜ້າທີ່ຊ່ວຍລະບາຍຄວາມຮ້ອນແບບບໍ່ໃຊ້ພະລັງງານໄຟຟ້າມັກມີສີຂາວ ເນື່ອງຈາກວ່າສາມາດສະທ້ອນແສງແດດອອກຈາກຮ່າງກາຍໄດ້, ໃນຂະນະທີ່ຜ້າສີເຂັ້ມຈະດູດຊຶມພະລັງງານຈາກແສງແດດໄດ້ຫຼາຍກວ່າ. ນັກຄົ້ນຄວ້າຕ້ອງການພິສູດວ່າຜ້າທີ່ຊ່ວຍລະບາຍຄວາມຮ້ອນທີ່ມີປະສິດທິພາບບໍ່ຈຳເປັນຕ້ອງເປັນສີຂາວ.
ການສຶກສາລະບຸວ່າ: ຜ້າດັ່ງກ່າວແມ່ນເຮັດຈາກເສັ້ນໃຍຂະໜາດຈຸລະພາກທີ່ມີເຄືອຂ່າຍໂລຫະ-ອິນຊີສີມ່ວງ ແລະ ອະນຸພາກນາໂນຊິງອອກໄຊ. ໂດຍສາມາດສະທ້ອນລັງສີແສງຕາເວັນໄດ້ໂດຍສະເລ່ຍ 87.6% ແລະ ປ່ອຍລັງສີອິນຟາເຣດກາງໄດ້ 96.4%, ຊ່ວຍໃຫ້ຄວາມຮ້ອນກະຈາຍຜ່ານຊັ້ນບັນຍາກາດໄປສູ່ອະວະກາດ. ນອກຈາກນັ້ນ, ຍັງພົບວ່າຜິວໜັງຈຳລອງທີ່ປົກຄຸມດ້ວຍຜ້ານີ້ມີອຸນຫະພູມຕໍ່າກວ່າຜິວໜັງທີ່ບໍ່ໄດ້ປົກປິດເຖິງ 8 ອົງສາໃນເວລາກາງເວັນ.
ນັກຄົ້ນຄວ້າລະບຸວ່າ: ຜ້າດັ່ງກ່າວມີນ້ຳໜັກເບົາ, ຍືດຍຸ່ນ ແລະ ກັນນ້ຳ, ພ້ອມທັງຮັກສາປະສິດທິພາບການລະບາຍຄວາມຮ້ອນໄດ້ ເຖິງແມ່ນວ່າຈະຊັກແລ້ວ 50 ເທື່ອ ແລະ ດູດຊຶມຄວາມຊຸ່ມຊື່ນ, ເຫື່ອ ໄດ້ຢ່າງມີປະສິດທິພາບ. ວິທີການນີ້ອາດຈະສາມາດນຳໃຊ້ກັບຜ້າສີອື່ນໆເພື່ອພັດທະນາຜ້າລະບາຍຄວາມຮ້ອນທີ່ມີສີສັນສົດໃສໄດ້ຫຼາຍຂຶ້ນ.
ຄໍາເຫັນ