ໄຂ່ຟອດຊິວດັ່ງກ່າວຈະຖືກນຳໄປສຶກສາຕື່ມອີກໃນຫ້ອງທົດລອງ. ໂດຍນັກຄົ້ນຄວ້າເຊື່ອວ່າໄຂ່ເຫຼົ່ານີ້ອາດຈະເປັນຂອງໄດໂນເສົາກິນຊີ້ນ, ໂດຍພິຈາລະນາຈາກຮູບຮ່າງ ແລະ ເປືອກໄຂ່.
ນັກຄົ້ນຄວ້າກ່າວວ່າ: ຮູ້ສຶກແປກໃຈກັບຂະໜາດຂອງຮັງທີ່ຂ້ອນຂ້າງນ້ອຍ ລວມເຖິງປະເພດຂອງຕະກອນທີ່ພົບເຫັນ ຊຶ່ງເປັນຫີນຊາຍເມັດຫຍາບທີ່ຫາຍາກ ແລະ ອາດຈະຊີ້ບອກວ່າແມ່ໄດໂນເສົາອາດຈະວາງໄຂ່ເຫຼົ່ານີ້ໄວ້ແຄມແມ່ນ້ຳ. ສ່ວນການສັງເກດໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າໄຂ່ໄດໂນເສົາບໍ່ໄດ້ຖືກກະແສນໍ້າພັດພາຈົນມາສະສົມລວມກັນ, ຍ້ອນວ່າມັນຖືກຈັດລຽງຢ່າງເປັນລະບຽບ.
ທ່ານ ບຣູໂນ ຄາມີໂລ ຜູ້ອຳນວຍການສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສເວດຣາສ ກ່າວວ່າ: ເບິ່ງຄືວ່າລູກເກືອບທັງໝົດໄດ້ຟັກອອກມາຈາກໄຂ່ໄດ້ສຳເລັດ, ໂດຍພິຈາລະນາຈາກລັກສະນະເປືອກໄຂ່ດ້ານທີ່ຟັກອອກມາ ຊຶ່ງເປືອກມີລັກສະນະຫັນໜ້າເຂົ້າຫາໄຂ່ ແລະ ສະແດງໃຫ້ເຫັນການກະຈາຍອອກທາງຂ້າງເລັກນ້ອຍ. ທ່ານກ່າວຕື່ມວ່າ: ພາຍໃນຟອດຊິວຂອງໄຂ່ອາດຍັງມີຮ່ອງຮອຍຂອງຕົວອ່ອນຍັງເຫຼືອຢູ່. ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງບໍ່ສາມາດສຶກສາລັກສະນະຕັດຂວາງຂອງໄຂ່ໄດ້ ເນື່ອງຈາກມີຕະກອນປົກຫຸ້ມຢູ່.
ການຄົ້ນພົບນີ້ຊີ້ໃຫ້ເຫັນວ່າ: ໃນກໍລະນີນີ້, ໄຂ່ໄດໂນເສົາອາດຈະຖືກຝັງໄວ້ບາງສ່ວນ ຊຶ່ງແຕກຕ່າງຈາກຟອດຊິວຮັງໄດໂນເສົາອື່ນໆທີ່ຊີ້ໃຫ້ເຫັນວ່າໄຂ່ຖືກວາງໄວ້ເທິງໜ້າດິນ. ໂດຍໄຂ່ທີ່ຄົ້ນພົບຄັ້ງນີ້ຈະຖືກນຳໄປສະແກນໂດຍໃຊ້ເຄື່ອງສະແກນ CT ໃນຫ້ອງທົດລອງ ເພື່ອສ້າງແບບຈຳລອງສາມມິຕິຂອງພາຍໃນໄຂ່ ແລະ ເພື່ອກວດສອບວ່າມີຊາກຂອງຕົວອ່ອນຢູ່ ຫຼື ບໍ່.
ນອກຈາກນັ້ນ, ນັກບູຮານຄະດີໄດ້ກ່າວວ່າ: ປອກຕຸຍການແມ່ນໜຶ່ງໃນພາກພື້ນບໍ່ຫຼາຍແຫ່ງໃນໂລກທີ່ມີລາຍງານວ່າພົບເຫັນໄຂ່ ແລະ ຮັງໄດໂນເສົາ ຈາກຍຸກຈູຣາສສິກຕອນປາຍ.
ຄໍາເຫັນ