ບົດລາຍງານລະບຸວ່າ: ໄອໂອດີນ ເປັນວັດສະດຸທີ່ມີປະສິດທິພາບສຳລັບແບັດເຕີຣີທີ່ສາມາດສາກຊໍ້າໄດ້, ເນື່ອງຈາກວ່າມີຄວາມສາມາດໃນການເກັບຮັກສາພະລັງງານປະມານ 211 ມິນລິແອມແປຣ-ຊົ່ວໂມງຕໍ່ກຣາມ (mAh/g). ຢ່າງໃດກໍຕາມ, ໜຶ່ງໃນສິ່ງທ້າທາຍທີ່ໃຫຍ່ທີ່ສຸດຂອງເຕັກໂນໂລຊີແບັດເຕີຣີໃໝ່ນີ້ແມ່ນການປ້ອງກັນບໍ່ໃຫ້ສານປະກອບໄອໂອດີນເຄື່ອນຍ້າຍໄປສູ່ພື້ນທີ່ທີ່ບໍ່ຕ້ອງການພາຍໃນແບັດເຕີຣີ.
ແບັດເຕີຣີໃໝ່ນີ້ໃຊ້ໂພລີເມີອິນຊີທີ່ມີ cyclodextrin ເປັນອົງປະກອບ ຊຶ່ງມີລາຄາຖືກ ແລະ ຊ່ວຍໃນການຄວບຄຸມສານເຄມີທີ່ສຳຄັນໄດ້ ຊ່ວຍໃຫ້ສາມາດສາກໄຟໄດ້ໄວພ້ອມທັງຮັກສາປະສິດທິພາບຂອງການເຮັດວຽກ. ໂດຍການສາກໄຟເຕັມພາຍໃນ 7 ນາທີ ແບັດເຕີລີຈະສາດມາດໃຊ້ໄດ້ຫຼາຍກວ່າ 8,000 ຮອບວຽນທີ່ແຮງດັນ 1.3-1.4 ໂວນ ແລະ ຄວາມຈຸ 200 mAh/g. ສ່ວນການສາກໄຟ 3 ນາທີ ແບັດເຕີລີຈະສາມາດໃຊ້ໄດ້ຫຼາຍກວ່າ 60,000 ຮອບວຽນທີ່ມີຄວາມຈຸ 150 mAh/g.
ນັກຄົ້ນຄວ້າໄດ້ເປີດເຜີຍວ່າ: ໂຄງສ້າງທີ່ເປັນເອກະລັກຂອງ cyclodextrin ເຮັດໜ້າທີ່ຮັກສາສານປະກອບໄອໂອດິນໃຫ້ຢູ່ກັບທີ່ ແລະ ປ້ອງກັນບໍ່ໃຫ້ພວກມັນແຊກແຊງການເຮັດວຽກຂອງແບັດເຕີຣີ. ສ່ວນສັງກະສີເປັນໂລຫະທີ່ມີລາຄາຖືກ ແລະ ຫາໄດ້ງ່າຍ, ໂດຍອົສຕຣາລີມີບໍ່ສັງກະສີທີ່ຄົ້ນພົບຫຼາຍທີ່ສຸດໃນໂລກ. ເຕັກໂນໂລຊີນີ້ອາດຈະເປັນທາງເລືອກທີ່ຍືນຍົງກວ່າ ຍ້ອນວ່າຄວາມຕ້ອງການແບັດເຕີຣີລິທຽມໄອອນເພີ່ມຂຶ້ນຕາມການເຕີບໂຕຂອງຍານພາຫະນະໄຟ ຟ້າ ແລະ ເຄື່ອງໃຊ້ໄຟຟ້າແບບພົກພາ.
ຄໍາເຫັນ