ທ່ານສາດສະດາຈານ ເກລ ແມັດທິວ ຈາກສະຖາບັນ Kirby ກ່າວວ່າ: ການທົດລອງຂອງພວກເຮົາພົບວ່າການກວດຄັດກອງນິ້ວມືທີ່ຈຸດດູແລຄົນເຈັບດ້ວຍວິທີເຈາະເລືອດປາຍນິ້ວມືມີຄວາມຖືກຕ້ອງສູງ ແລະ ໃຫ້ຜົນໄດ້ຮັບທີ່ໃກ້ຄຽງກັບການກວດຫ້ອງທົດລອງແບບດັ້ງເດີມ ຊຶ່ງການຄົ້ນພົບນີ້ມີທ່າແຮງທີ່ຈະຊ່ວຍຂະຫຍາຍໂອກາດການເຂົ້າເຖິງການກວດຄັດກອງ ແລະ ການປິ່ນປົວທົ່ວໂລກ, ໂດຍສະເພາະໃນເຂດທີ່ມີຂໍ້ຈຳກັດການເຂົ້າເຖິງການກວດຄັດກອງພະຍາດ.
ພະຍາດຕັບອັກເສບບີ ຊຶ່ງເປັນໄວຣັດທີ່ທຳລາຍຕັບ, ມີຜົນກະທົບຕໍ່ປະຊາຊົນປະມານ 254 ລ້ານຄົນທົ່ວໂລກ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1 ລ້ານຄົນຕໍ່ປີ. ໂດຍອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ໃນຂະນະທີ່ພະຍາດນີ້ສາມາດປ້ອງກັນໄດ້ດ້ວຍວັກຊິນ, ແຕ່ມີພຽງປະມານ 8% ຂອງຄົນທີ່ເປັນພະຍາດຕັບອັກເສບບີຊຳເຮື້ອໄດ້ຮັບການປິ່ນປົວ ຊຶ່ງວິທີການກວດແບບໃໝ່ນີ້ຈະຊ່ວຍສະໜັບສະໜູນຄວາມພະຍາຍາມທົ່ວໂລກເພື່ອບັນລຸເປົ້າໝາຍຂອງ WHO ໃນການກຳຈັດພະຍາດຕັບອັກເສບບີຈາກການເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງປະຊາຊົນພາຍໃນປີ 2030.
ທັງນີ້, ການຄົ້ນຄວ້ານີ້ໄດ້ຖືກຕີພິມໃນວາລະສານ Journal of Clinical Microbiology.
ຄໍາເຫັນ