ທີມນັກຄົ້ນຄວ້າຈາກສູນລ້ຽງສັດນ້ຳທະເລແຫ່ງຊາດ (NCM) ໃນເມືອງເອລັດ ແລະ ສະຖາບັນເຕັກໂນໂລຊີອິສຣາແອນ ໄດ້ຝຶກຝົນອັລກໍຣິທຶມການຮຽນຮູ້ຂອງເຄື່ອງຈັກໃຫ້ສາມາດລະບຸສຽງສະເພາະທີ່ປ່ອຍອອກມາຈາກປາກະພົງທະເລ ໃນຂະນະທີ່ກິນອາຫານ ແລະ ກັ່ນຕອງສຽງລົບກວນຈາກຟາມປາອອກໄປ. ເຮັດໃຫ້ລະບົບນີ້ສາມາດຕິດຕາມກິດຈະກຳການກິນອາຫານຂອງປາໄດ້ໃນເວລາຈິງ ແລະ ປະເມີນໄດ້ວ່າປາຫິວ, ອີ່ມ ຫຼື ເຄັ່ງຕຶງ.
ນັກຄົ້ນຄວ້າກ່າວວ່າ: ການຄວບຄຸມການໃຫ້ອາຫານແມ່ນມີຄວາມສຳຄັນຫຼາຍໃນການລ້ຽງສັດນ້ຳ, ແຕ່ປັດຈຸບັນ, ຟາມປາສ່ວນໃຫຍ່ແມ່ນອີງໃສ່ການຄາດຄະເນທົ່ວໄປຈາກຕາຕະລາງນ້ຳໜັກໂຕ ແລະ ການໃຫ້ອາຫານ ຊຶ່ງອາດນຳໄປສູ່ການໃຫ້ອາຫານຫຼາຍເກີນໄປ, ຖືເປັນການເພີ່ມຄ່າໃຊ້ຈ່າຍ ແລະ ເຮັດໃຫ້ເກີດມົນລະພິດທາງນໍ້າ. ໃນທາງກົງກັນຂ້າມ, ການໃຫ້ອາຫານບໍ່ພຽງພໍສາມາດເຮັດໃຫ້ປາເຄັ່ງຕຶງ, ຈະເລີນເຕີບໂຕຊ້າ ແລະ ເພີ່ມຄວາມສ່ຽງຂອງການເກີດພະຍາດ.
ວິທີການດັ່ງກ່າວ ຈະໄດ້ຖືກຕີພິມໃນວາລະສານ Computers and Electronics in Agriculture ສະບັບເດືອນມີນາທີ່ຈະມາເຖິງນີ້, ຖືເປັນການສະເໜີວິທີການທີ່ໃຊ້ໄດ້ຈິງ, ເປັນລະບົບອັດຕະໂນມັດ ແລະ ມີປະສິດທິພາບດ້ານຄ່າໃຊ້ຈ່າຍສຳລັບການໃຫ້ອາຫານ, ຄຸ້ມຄ່າໃນການປັບການໃຫ້ອາຫານ ແລະ ການຕິດຕາມສຸຂະພາບຂອງປາ.
ວິທີການນີ້ຍັງສະທ້ອນໃຫ້ເຫັນເຖິງທ່າແຮງໃນການກວດຫາຄວາມຕຶງຄຽດ ແລະ ພຶດຕິກຳທີ່ຮຸ່ນແຮງໃນກຸ້ງ ແລະ ຫອຍນາງລົມ ຊຶ່ງເປີດໂອກາດໃຫ້ສາມາດນຳໃຊ້ວິທີການດັ່ງກ່າວໃນການຄຸ້ມຄອງການລ້ຽງສັດນ້ຳໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ.
ຄໍາເຫັນ