ບົດລາຍງານລະບຸວ່າ: ເຕັກໂນໂລຊີໃໝ່ "ELITE," ລວມເອົາ AI ເຂົ້າກັບຮູບແບບຄະນິດສາດຂັ້ນສູງເພື່ອເພີ່ມປະສິດທິພາບຂອງການສະແກນ MRI ຊຶ່ງຖືກນຳໃຊ້ຢ່າງກວ້າງຂວາງສຳລັບການກວດຫາມະເຮັງເຕົ້ານົມໃນບຸກຄົນທີ່ມີຄວາມສ່ຽງສູງ. ໂດຍການສະແກນ MRI ໃຫ້ຮູບພາບທີ່ມີລາຍລະອຽດສູງ, ແຕ່ມັກຈະຕ້ອງໃຊ້ເວລາໃນການສ້າງຮູບພາບ ຊຶ່ງການສະແກນແບບດັ້ງເດີມສ້າງຮູບພາບໜຶ່ງຮູບທຸກໆ 1-2 ນາທີ, ເຮັດໃຫ້ແພດໝໍຕິດຕາມການເຄື່ອນໄຫວຂອງສານກັນແສງຜ່ານເນື້ອເຍື່ອໃນເວລາຈິງໄດ້ຍາກ.
ທີມງານຄົ້ນຄວ້າໄດ້ເປີດເຜີຍວ່າ: ການລວມຮູບແບບຄະນິດສາດເຂົ້າກັບລະບົບການຮຽນຮູ້ຢ່າງເລິກເຊິ່ງ ທີ່ໄດ້ຮັບການຝຶກອົບຮົມເພື່ອກຳຈັດສັນຍານລົບກວນທີ່ເກີດຂຶ້ນໃນຮູບພາບ ແລະ ສ້າງຂໍ້ມູນທີ່ຂາດຫາຍໄປຄືນໃໝ່, ໄດ້ຊ່ວຍແກ້ໄຂບັນຫາເຫຼົ່ານີ້. ດັ່ງນັ້ນ, ການສະແກນ MRI ສາມາດສ້າງຮູບພາບໄດ້ໜຶ່ງຮູບພາບທຸກໆວິນາທີ ໂດຍຍັງສືບຕໍ່ຮັກສາຄຸນນະພາບຂອງຮູບພາບໃຫ້ສູງ ຊຶ່ງການທົດລອງກັບຄົນເຈັບ 54 ຄົນສະແດງໃຫ້ເຫັນວ່າເຕັກໂນໂລຊີໃໝ່ຊ່ວຍໃຫ້ພາບທີ່ຊັດເຈນກວ່າຂອງເນື້ອງອກ ແລະ ການວິນິດໄສທີ່ສູງຂຶ້ນເມື່ອທຽບກັບວິທີການທີ່ມີຢູ່ແລ້ວ.
ທັງນີ້, ນັກຄົ້ນຄວ້າສະຫຼຸບວ່າຄວາມສາມາດໃນການຕິດຕາມການເຄື່ອນໄຫວຂອງສານກັນແສງໄດ້ຢ່າງຕໍ່ເນື່ອງສາມາດຊ່ວຍໃຫ້ແພດກວດພົບເນື້ອງອກຂະໜາດນ້ອຍໄດ້ໄວຂຶ້ນ ແລະ ຈຳແນກລະຫວ່າງເນື້ອງອກທີ່ບໍ່ເປັນອັນຕະລາຍ ແລະ ເນື້ອງອກທີ່ເປັນອັນຕະລາຍໄດ້ດີຂຶ້ນ.
ຄໍາເຫັນ