ຕາມຂໍ້ມູນຈາກສູນການຄ້າຕ່າງປະເທດຈີນ, ນັບມາຮອດເວລາ 17:00 ໂມງ ຂອງວັນທີ 19 ເມສາ ຜ່ານມາ, ນັບລວມແລ້ວ ມີນັກທຸລະກິດ 167,000 ຄົນຈາກ 216 ປະເທດ ແລະ ເຂດແຄວ້ນ ໄດ້ເຂົ້າຮ່ວມງານວາງສະແດງຄັ້ງນີ້, ເພີ່ມຂຶ້ນ 5.9% ເມື່ອທຽບໃສ່ໄລຍະດຽວກັນຂອງຄັ້ງທີ່ຜ່ານມາ ແລະ ຈຳນວນຜູ້ເຂົ້າຮ່ວມສູງກວ່າທຸກຄັ້ງທີ່ຜ່ານມາ ຊຶ່ງ ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວ ແລະ ຄວາມມີຊີວິດຊີວາຂອງການຄ້າຕ່າງປະເທດຂອງຈີນຢ່າງເຕັມທີ່.
ສ່ວນໄລຍະທີ 2 ຂອງງານວາງສະແດງສິນຄ້າກວາງໂຈ່ວ ພາຍໃຕ້ຫົວຂໍ້ “ເຄື່ອງໃຊ້ໃນເຮືອນຄຸນນະພາບດີ” ຈະຈັດຂຶ້ນລະຫວ່າງວັນທີ 23-27 ເມສານີ້, ໃນໄລຍະເວລາ 5 ວັນ ຈະວາງສະແດງສິນຄ້າ 3 ປະເພດໃຫຍ່ ຄື: ວັດສະດຸກໍ່ສ້າງ ແລະ ເຟີນີເຈີ, ເຄື່ອງໃຊ້ປະຈຳວັນໃນຄົວເຮືອນ, ເຄື່ອງຂອງຂວັນ ແລະ ເຄື່ອງຕົກແຕ່ງ.
ຄໍາເຫັນ