ກອງປະຊຸມພົບປະ-ປຶກສາຫາລື ລະຫວ່າງ ສະມາຄົມທຸລະກິດ ກະສິກຳລາວ

ນັກທຸລະກິດຈາກ ສປ ຈີນ ສົນໃຈສິນຄ້າກະສິກຳ “ໝາກຖົ່ວລຽນ” ຈາກ ສປປ ລາວ

ນັກທຸລະກິດຈາກ ສປ ຈີນ ສົນໃຈສິນຄ້າກະສິກຳ “ໝາກຖົ່ວລຽນ” ຈາກ ສປປ ລາວ
ກອງປະຊຸມພົບປະ-ປຶກສາຫາລື ລະຫວ່າງ ສະມາຄົມທຸລະກິດ ກະສິກຳລາວໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍມີທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳລາວ

 

, ມີຮອງປະທານ ແລະ ຄະນະບໍລິຫານສະມາຄົມ ພ້ອມດ້ວຍຕົວແທນຂອງກຸ່ມຜູ້ປະກອບການສວນຖົ່ວລຽນລາວ ແລະ ຄະນະນັກທຸລະກິດຜູ້ນຳເຂົ້າສິນຄ້າກະສິກຳ ຈາກ ສປ ຈີນເຂົ້າຮ່ວມ.

ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ນຳສະເໜີບົດບາດ ຂອງສະມາຄົມທຸລະກິດກະສິກຳລາວ ທີ່ເປັນຕົວແທນຂອງຜູ້ປະກອບການກະສິກຳ ຊຶ່ງປະກອບມີຜູ້ປະກອບການທຸລະກິດກະສິກຳຫຼາຍຂະແໜງການ ປູກຝັງ, ລ້ຽງສັດ, ການປະມົງ, ການປຸງແຕ່ງສິນຄ້າກະສິກຳ ແລະ ຜູ້ສະໜອງປັດໄຈກະສິກຳຊຶ່ງກຸ່ມຜູ້ປະກອບການສວນຖົ່ວລຽນແມ່ນກຸ່ມໜຶ່ງທີ່ຂຶ້ນກັບສະມາຄົມທຸລະກິດກະສິກຳລາວ, ສປປ ລາວ ມີເນື້ອທີ່ທັງໝົດ 236.800 ກິໂລຕາແມັດ, ມີປະຊາກອນປະມານ 7 ລ້ານກວ່າຄົນ, ເມື່ອທຽບກັນລະຫວ່າງເນື້ອທີ່ໃສ່ປະຊາກອນເຫັນວ່າພວກເຮົາມີເນື້ອທີ່ກວ້າງໃຫຍ່ຫຼາຍເນື້ອທີ່ດິນລາວຍັງມີຄວາມອຸດົມສົມບູນ, ມີແມ່ນ້ຳລຳເຊນ້ອຍ-ໃຫຍ່ຫຼາຍສາຍໃນທົ່ວປະເທດ, ໃນອະດີດປະເທດ ສປປ ລາວ ຖືວ່າຍັງມີຂໍ້ຫຍຸ້ງຍາກຫຼາຍຍັງບໍ່ອຳນວຍຄວາມສະດວກຕໍ່ການຄ້າຂາຍກັບສາກົນ,ໂດຍສະເພາະແມ່ນບໍ່ມີທາງອອກສູ່ທະເລເຮັດໃຫ້ສິນຄ້າກະສິກຳຂອງ ສປປ ລາວ ບໍ່ພົ້ນເດັ່ນ. ແຕ່ມາຮອດປັດຈຸບັນນີ້ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ໄດ້ລົງທຶນໃສ່ການສ້າງໂຄງລ່າງພື້ນຖານທີ່ສຳຄັນນັ້ນຄື: ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ສິນຄ້າຂອງສປປ ລາວ ມີທາງເຊື່ອມຈອດກັບຕະຫຼາດໃຫຍ່ ສປ ຈີນ, ນອກນີ້ລັດຖະບານກໍໄດ້ເອົາໃຈໃສ່ປັບປຸງບັນດານິຕິກຳ, ລະບຽບການທີ່ກ່ຽວຂ້ອງທີ່ມີລັກສະນະຊຸກຍູ້-ສົ່ງເສີມແກ່ພາກການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກສິນຄ້າກະສິກຳຢ່າງແຂງແຮງ, ມາຮອດປັດຈຸບັນ ລັດຖະບານ ສປປ ລາວ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຳເລັດການເຈລະຈາການຊື້-ຂາຍສິນຄ້າກະສິກຳກັບ ສປ ຈີນ ໄດ້ຫຼາຍກວ່າ 33 ລາຍການແລ້ວ, ນັ້ນແມ່ນບາດກ້າວການເຕີບໃຫຍ່ຂອງວຽກງານການຜະລິດກະສິກຳເປັນສິນຄ້າຂອງ ສປປ ລາວ, ສຳລັບໝາກຖົ່ວລຽນລາວການຜະລິດເປັນສິນຄ້າສົ່ງອອກຍັງບໍ່ທັນພົ້ນເດັ່ນຍ້ອນບາງຂໍ້ຫຍຸ້ງຍາກດັ່ງກ່າວໃນໄລຍະຜ່ານມາ ແຕ່ປັດຈຸບັນຂະບວນການຜະລິດໝາກຖົ່ວລຽນເພື່ອເປັນສິນຄ້າກຳລັງມີທ່າກ້າວທີ່ແຂງແຮງ ແລະ ມີຄວາມເປັນມືອາຊີບ.

ທ່ານ ເອລາວັນ ລາດປາກດີ ຕົວແທນຜູ້ປະກອບການສວນຖົ່ວລຽນລາວ ໄດ້ລາຍງານໃຫ້ຊາບວ່າ:ປັດຈຸບັນນີ້ໃນກຸ່ມທີ່ຢູ່ໃນສະມາຄົມມີ 170ສວນ ມີເນື້ອທີ່ທັງໝົດ 20.000ຮຕ ໃນນີ້ມີຈຳນວນໜຶ່ງທີ່ເລີ່ມເກັບກ່ຽວແລ້ວມີຈຳນວນ 10.000ກວ່າຕົ້ນ, ມີຜົນຜະລິດປະມານ 900 ໂຕນ, ເປົ້າໝາຍໃນປີ 2029ຄາດວ່າຈະເກັບກ່ຽວປະມານ 270.000ຕົ້ນ, ຄາດວ່າຈະເກັບກ່ຽວໄດ້24.300ໂຕນ ຄາດຄະເນມູນຄ່າ 155.520.000ໂດລາ. ໃນກຸ່ມຜູ້ປະກອບການຊາວສວນຖົ່ວລຽນລາວຍັງມີຜູ້ຊ່ຽວຊານກ່ຽວກັບການປູກ ແລະ ດູແລສວນຖົ່ວລຽນແບບມືອາຊີບ.

ທ່ານ ດວງດາວອນ ສຸລະຍະວົງສາ ຫຼື ອາຈານເນ້ ຖົ່ວລຽນລາວ ນັກວິຊາການທີ່ມີປະສົບການສູງ ເຮັດວຽກຕົວຈິງໃນການຜະລິດໝາກຖົ່ວລຽນເປັນສິນຄ້າສົ່ງອອກ ຊຶ່ງເຮັດວຽກຕົວຈິງຢູ່ປະເທດໄທເກືອບ 20ປີ ແລະ ໄດ້ກັບຄືນປະເທດມາເຮັດສວນໝາກຖົ່ວລຽນຢູ່ປະເທດລາວ ຈາກປະສົບການອັນຍາວນານການປະຕິບັດຕົວຈິງຢູ່ລາວເຫັນວ່າໄດ້ຜົນດີຈຶ່ງມີຄວາມໝັ້ນໃຈວ່າສິນຄ້າໝາກຖົ່ວລຽນລາວຈະເປັນສິນຄ້າປາຍແຫຼມທີ່ສຳຄັນໃນການສົ່ງອອກໄປຂາຍຢູ່ຕ່າງປະເທດເພື່ອນຳເອົາເງິນຕາເຂົ້າປະເທດໄດ້ເປັນຢ່າງດີ.

ທ່ານ ເຖົາ ຈ້ຽນ ນັກລົງທຶນຈາກ ສປ ຈີນ ໄດ້ມາລົງທຶນເຮັດສວນໝາກຖົ່ວລຽນຢູ່ ສປປ ລາວ ໄດ້ກ່າວວ່າ: ໄດ້ນຳແນວພັນມາຈາກປະເທດມາເລເຊຍມາຕໍ່ກັບຕົ້ນໝາກຖົ່ວລຽນພື້ນເມືອງຂອງລາວ ຊຶ່ງຕົ້ນໝາກຖົ່ວລຽນໃນສວນເຫັນວ່າຄຸນນະພາບດີຫຼາຍ ທ່ານຍັງໄດ້ກ່າວຕື່ມວ່າ: ທີ່ດິນຂອງລາວມີຄວາມເໝາະສົມໃນການປູກໝາກຖົ່ວລຽນເປັນສິນຄ້າ; ທ່ານ ຫວານຈີ່ນ ນັກທຸລະກິດຜູ້ນຳເຂົ້າສິນຄ້າກະສິກຳ ໂດຍສະເພາະໝາກຖົ່ວລຽນລາຍງານວ່າ: ຕາມໂຕເລກສະຖິຕິຂອງກົມໃຫຍ່ພາສີຂອງ ສປ ຈີນ ໃຫ້ຮູ້ວ່າ ໃນປີ 2022 ປະເທດຈີນນຳເຂົ້າໝາກຖົ່ວລຽນ 800.000ໂຕນ, ປີ 2023 ນຳເຂົ້າຈຳນວນ 1.300.000ໂຕນ, ສຳລັບປີ 2024ຕົ້ນປີນຳເຂົ້າປະມານ 1.400.000ໂຕນ ຄາດວ່າໝົດປີ 2024 ຈະມີສູງເຖິງ 2.300.000ໂຕນ; ຈາກສະຖິຕິເຫັນໄດ້ວ່າຄົນຈີນມີຄວາມນິຍົມບໍລິໂພກໝາກຖົ່ວລຽນສູງຂຶ້ນຢ່າງຕໍ່ເນື່ອງ. ສຳລັບປະເທດຈີນ ເຂດທີ່ສາມາດປູກໝາກຖົ່ວລຽນໄດ້ແມ່ນຢູ່ເຂດເກາະໄຫໜານ ປັດຈຸບັນນີ້ມີການປູກຫຼາຍສົມຄວນແຕ່ທຽບກັບຄວາມຕ້ອງການຂອງຕະຫຼາດແລ້ວຍັງບໍ່ພຽງພໍ ຊຶ່ງການນຳເຂົ້າສ່ວນຫຼາຍແມ່ນນຳເຂົ້າຈາກປະເທດໄທ, ມາເລເຊຍ, ຫວຽດນາມ. ທ່ານຍັງໄດ້ມີຄຳເຫັນວ່າໝາກຖົ່ວລຽນລາວມີໂອກາດສູງທີ່ຈະເຂົ້າໄປຂາຍຢູ່ປະເທດຈີນ ແຕ່ຜູ້ປະກອບການສວນຖົ່ວລຽນລາວຕ້ອງເອົາໃຈໃສ່ສ້າງມາດຕະຖານຕັ້ງແຕ່ການປູກ, ການບົວລະບັດ, ການປ້ອງກັນສັດຕູພືດ, ການເກັບກ່ຽວ, ການເກັບຮັກສາ, ການປຸງແຕ່ງ-ການຫຸ້ມຫໍ່ ແລະ ການຂົນສົ່ງ ແຕ່ລະຂະບວນການຕ້ອງມີມາດຕະຖານ ຜູ້ປະກອບການສວນຖົ່ວລຽນລາວເຖິງຈະຍັງໃໝ່ເມື່ອທຽບກັບຫຼາຍປະເທດ.

ຂ່າວ-ພາບ: ຮສສ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ