ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ
ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.

 

 

ນກທລະກດແມຍງລາວ ມຫາຍຜະລດຕະພນນາສະເໜໃນງານເທດສະການອາຫານລາວ - image 1
 

ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຍັງກ່າວຕື່ມວ່າ: ສ່ວນຕົວຂ້າພະເຈົ້າເອງ ກໍມີຜະລິດຕະພັນມາສະເໜີເຊັ່ນ: ຢາໝໍເທວະດາ ຊ່ວຍແກ້ປວດ, ດູດພິດ, ແກ້ປວດແອວ ທີ່ສະກັດຈາກຫວ້ານເອັນອ່ອນ, ຫວ້ານເອັນຢືດ ແລະ ຫວ້ານຫາງພະຍານາກ, ນ້ຳເຜິ້ງຍີ່ຫໍ້ K-MA: ເປັນນ້ຳເຜິ້ງເກຣດ A ຂອງລາວ ແຕ່ລາຄາສາມາດຈັບຕ້ອງໄດ້, ຢາສີຖູແຂ້ວເທບໄທ ແລະ ໂຟມລ້າງໜ້າ ທີ່ພວກເຮົານຳເຂົ້າ ແລະ ເປັນຕົວແທນຈຳໜ່າຍຜູ້ດຽວໃນລາວ, ຢາສະຜົມປົກປິດຜົມຂາວ OK Herbal ສະກັດຈາກດອກອັນຊັນ ບໍ່ມີສານເຄມີ, ຜູ້ມາທ່ຽວສາມາດຈັບຈ່າຍຊື້ ເພື່ອເປັນຂອງຝາກຂອງຕ້ອນໃຫ້ທຸກຄົນໄດ້. ປັດຈຸບັນສະມາຄົມນັກທຸລະກິດຍິງລາວ ມີສະມາຊິກ 854 ທ່ານ ຊຶ່ງແຕ່ລະທ່ານກໍມີຜະລິດຕະພັນທີ່ໂດດເດັ່ນເຊັ່ນ: ຊາໝາກແຄ້ງ, ຊາໝາກໄມ້ ແລະ ກາເຟລາວ, ຕອນນີ້ພວກເຮົາກຳລັງສົ່ງອອກໄປຕ່າງປະເທດ ແລະ ພວມເຈລະຈາກັບຄູ່ຄ້າຢູ່ຣັດເຊຍ. ຣັດເຊຍມີຄວາມຕ້ອງການກາເຟລາວຫຼາຍ ຍ້ອນມີມາດຕະຖານຄວາມເຂັ້ມຂຸ້ນທີ່ດີ ໂດຍສະເພາະກາເຟຈາກເຂດພູພຽງບໍລິເວນ (ປາກຊ່ອງ).

ນກທລະກດແມຍງລາວ ມຫາຍຜະລດຕະພນນາສະເໜໃນງານເທດສະການອາຫານລາວ - image 2
 

ເຖິງວ່າລາວຈະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ (Land-locked), ແຕ່ດຽວນີ້ພວກເຮົາກາຍເປັນ Land-linked ຍ້ອນມີລົດໄຟຄວາມໄວສູງ ລາວ-ຈີນ ເຊື່ອມຈອດກັບບັນດາປະເທດຕ່າງໆ ປັດຈຸບັນສິນຄ້າລາວສາມາດສົ່ງອອກຜ່ານເສັ້ນທາງສາຍໄໝ (Belt and Road Initiative) ຈາກລາວໄປຮອດຄຸນໝິງ ແລະ ຕໍ່ໄປເຖິງຣັດເຊຍໄດ້ຢ່າງສະດວກ ແລະ ວ່ອງໄວ ເປີດໂອກາດໃໝ່ໃຫ້ແກ່ນັກທຸລະກິດແມ່ຍິງລາວ ໃນການນຳເອົາຜະລິດຕະພັນຄຸນນະພາບສູ່ເວທີໂລກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍກົນໄກການຈັດຕັ້ງປະຕິບັດວຽກງານການລົງທຶນ ໃນກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະບັບ ເລກທີ 3541/ກສ ລົງວັນທີ 12 ສິງຫາ 2026 ໃນວັນທີ 28 ກັນຍານີ້ ທີ່ສະໂມສອນຂອງກະຊວງດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ມີ ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ກອງ ແລະ ສະຖາບັນທີ່ຂຶ້ນກັບກະຊວງ
ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ມອບຄອມພີວເຕີໂນດບຸກ-ປິນເຕີ ໃຫ້3 ຕາແສງ

ການນໍາເມືອງໝື່ນ ໄດ້ມອບຄອມພີວເຕີໂນດບຸກ, ປີນເຕີ ແລະ ກະເປົາໃຫ້ 3 ຕາແສງຄື: ຕາແສງ ໂນນໄຮ, ແດງມີໄຊ ແລະ ຕາແສງ ຮົ່ມທ້າວ, ໃນ​ວັນ​ທີ 28 ກັນ​ຍາ​ນີ້ ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ.
ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ຄຳມ່ວນຫາລືວາລະແຫ່ງຊາດ ເລັ່ງແກ້ໄຂຄວາມທຸກຍາກ 3 ເມືອງ 14 ຕາແສງ 36 ບ້ານ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5,022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ.
ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ແຂວງຈໍາປາສັກ ປະກາດພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 28 ກັນຍານີ້, ທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາ - ຄຸ້ມຄອງດ່ານສາກົນວັງເຕົ່າ. ໂດຍການເປັນປະທານຂອງທ່ານ ສົມສີ ມະນີນິນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດຂັ້ນແຂວງ, ຄະນະພັກ-ຄະນະຄຸ້ມຄອງດ່ານ ແລະ ແຂກຖືກເຊີກ່ຽວຂ້ອງ ເຂົ້າຮ່ວມ.
ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ ປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ແຄມແມ່ນໍ້າເຫືອງ (ທ່າວັດສີພູມ) ເທສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອ (15 ສີພາຍ) ປະຈໍາປີ 2026. ໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ໄກຍະສອນ ສີດາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແກ່ນທ້າວ ແລະ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີນັກກິລາສີພາຍ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ເຜີຍແຜ່ເອກະສານກອງປະຊຸມໃຫຍ່ກຳມະບານ ທົ່ວປະເທດຄັ້ງທີ IX

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນກຳມາະບານທົ່ວປະເທດຄັ້ງທີ IX ໃນວັນທີ 28 ກັນຍາ ນີ້, ໂດຍການເປັນປະທານຂອງທ່ານ ທອງຈັນ ພູມີພັນ ກຳມະການພັກ ຮອງປະທານສູນກາງສະ ຫະພັນກຳມະບານລາວ ຊຶ່ງມີສະມາຊິກກຳມະບານອ້ອມຂ້າງ ອອປສ ເຂົ້າຮ່ວມຮັບຟັງ.
ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມບັນດາປະທານສານປະຊາຊົນທົ່ວປະເທດ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ, ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ປະທານສານປະຊາຊົນພາກ, ແຂວງ, ເຂດ ເຂົ້າຮ່ວມ.
ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ເຮືອຕາແສງໂພໄຊຄວ້າແຊັມ 22 ສີພາຍ ໃນງານບຸນຊ່ວງເຮືອປະຈໍາປີ 2026

ວັນທີ 27 ກັນຍາຜ່ານມາ, ທີ່ທ່າຜາມໄຊ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ປິດການແຂ່ງ ຂັນກິລາຊ່ວງເຮືອບຸນປະເພນີປະຈຳປີ 2026. ພາຍຫຼັງດຳເນີນການແຂ່ງຂັນເປັນເວລາ 2 ວັນ ໂດຍມີທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ມີທ່ານ ຄຳແບນແກ້ວ ນິສະຫວັນ ຮອງເລຂາພັກເມືອງໄຊເສດຖາ, ມີບັນດາຄະ ນະປະຈຳພັກເມືອງ, ປະທານຄະນະກຳມະການ, ອົງການປົກຄອງ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນຈຳນວນຫຼາຍເຂົ້າຮ່ວມຢ່າງຄຶກຄື້ນ.
ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ໂຮງໝໍບໍລິເວນ 107 ກອງທັບ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X

ວັນທີ 23 ກັນຍາຜ່ານມາ, ໂຮງໝໍບໍລິເວນ 107 ກອງທັບ ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາສ້າງແພດຊັ້ນກາງ ລະບົບ 3 ປີ ຊຸດທີ X ຢູ່ທີ່ສະໜາມຍິງປືນ ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຮອງອໍານວຍການໂຮງໝໍ ບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີຄະນະກອງຮ້ອຍນັກສຶກສາ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ທະຫານແຂວງວຽງຈັນ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸດໃຈ ມະຫາວົງ ກຳມະການຄະນະພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກກອງບັນຊາການ ຕະຫຼອດຮອດພະນັກງານ ແລະ ສະມາຊິກພັກ ເຂົ້າຮ່ວມ.
ເພີ່ມເຕີມ