ສປປ ລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດຢ່າງບໍ່ຢຸດຢັ້ງ 50 ປີນີ້ ແມ່ນການຢັ້ງຢືນເຖິງຄວາມຖືກຕ້ອງຂອງແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເປັນກ້າວໆ. ນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໄດ້ເປັນສັນຍາລັກ ສະແດງເຖິງຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ, ຄວາມເປັນເຈົ້າການໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມຈຸດໝາຍສັງຄົມນິຍົມ, ແລະ ການເຊີດຊູຖານະບົດບາດຂອງ ສປປ ລາວ ໃນເວທີສາກົນ. ນອກຈາກນີ້, ຍັງເປັນຂີດໝາຍທີ່ສຳຄັນໃນການທົບທວນຄືນຜົນສຳເລັດທີ່ຍາດມາໄດ້ ແລະ ກຳນົດທິດທາງໃນຕໍ່ໜ້າ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານ ບຸນທັນ ບຸນທະວິໄລ ໄດ້ໃຫ້ຮູ້ຕື່ມວ່າ: ຈາກຜົນງານພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ 50ປີ ໃນຂົງເຂດວຽກງານຂອງ ອອປສ ໃນໄລຍະ 5 ປີ (2021-2025) ຜ່ານມາ ອອປສ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ອົງການໄອຍະການປະຊາຊົນ ແຕ່ລະຂັ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ສະມາຊິິກພັກອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ກໍຄື ແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025) ຊຶ່ງປະກອບມີ 6 ແຜນງານ, 25 ໂຄງການ ແລະ 94 ກິດຈະກໍາ ມີຜົນສໍາເລັດຫຼາຍດ້ານພົ້ນເດັ່ນ ແຕ່ຈະຍົກໃຫ້ເຫັນ 6 ດ້ານດັ່ງນີ້:ວຽກງານການເມືອງ-ແນວຄິດ ຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ແຕ່ລະຂັ້ນ ຖືວຽກງານການເມືອງແນວຄິດເປັນກົກ ແລະ ໄດ້ເຮັດເປັນປົກກະຕິ ໂດຍໄດ້ຈັດຕັ້ງການ ເຊື່ອມຊຶມ ແລະ ເຜີຍແຜ່ເອກະສານສໍາຄັນຂອງພັກ, ຂອງຊາດ, ການປາຖະກະຖາຕ່າງໆ ແນໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ສ່ວນຫຼາຍມີແນວຄິດການເມືອງໜັກ ແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່, ບໍລິສຸດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ, ມີຄວາມຫ້າວຫັນ ແລະ ເປັນເຈົ້າການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍດ້ວຍຜົນສໍາເລັດເປັນຢ່າງດີ; ການປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນ ແມ່ນເຮັດສໍາເລັດແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການປັບປຸງເປັນລະບົບຄົບຊຸດ ໄດ້ສ້າງຕັ້ງອົງການໄອຍະການປະຊາຊົນເຂດ ຈໍານວນ 4 ແຫ່ງ ປັດຈຸບັນມີ 48 ເຂດ, ແຕ່ງຕັ້ງພະນັກງານເຂດ ໄປປະຈໍາຢູ່ເມືອງ ໄດ້ 26 ເມືອງ, ໄດ້ຫັນເອົາພະນັກງານໄປປະຈໍາຢູ່ອົງການໄອຍະການປະຊາຊົນທ້ອງຖິ່ນ 106 ທ່ານ, ຍິງ 31 ທ່ານ. ໄດ້ສ້າງຫ້ອງໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ເພື່ອອໍານວຍຄວາມສະດວກ ໃຫ້ປະຊາຊົນໄດ້ເຂົ້າເຖິງ ບໍລິການທາງດ້ານກົດໝາຍ ແລະ ຂະບວນການຍຸຕິທໍາຫຼາຍຂຶ້ນ; ບຸກຄະລາກອນ ໄດ້ຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດໃນວຽກງານວິຊາສະເພາະ, ວິຊາການ, ເຕັກນິກ ແລະ ພາສາຕ່າງປະເທດຢ່າງຕໍ່ເນື່ອງ ຢູ່ພາຍໃນ ແລະ ຕ່າງປະເທດ. ໄດ້ສອບເສັງເລື່ອນຂັ້ນຜູ້ຊ່ວຍພະນັກງານໄອຍະການ 249 ທ່ານ, ຍິງ 111 ທ່ານ, ພະນັກງານໄອຍະການຂັ້ນ III 332 ທ່ານ, ຍິງ 80 ທ່ານ, ພະນັກງານໄອຍະການຂັ້ນ II ຈໍານວນ 70 ທ່ານ, ຍິງ 41 ທ່ານ ແລະ ພະນັກງານໄອຍະການຂັ້ນ I ຈໍານວນ 45 ທ່ານ, ຍິງ 9 ທ່ານ; ໄດ້ເອົາໃຈໃສ່ຕິດຕາມກວດກາປະຕິບັດກົດໝາຍຂອງບັນດາກະຊວງອົງການ, ໃນ 5 ປີຜ່ານມາ ໄດ້ຈັດກອງປະຊຸມໃຫ້ບັນດາກະຊວງ, ອົງການ ມາລາຍງານການປະຕິບັດກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ຈໍານວນ 2 ຄັ້ງ, ໄດ້ເຂົ້າຮ່ວມໜ່ວຍສະເພາະກິດຕ່າງໆ 9 ຄັ້ງ, ໄດ້ເຂົ້າຮ່ວມສ້າງນິຕິກໍາ ແລະ ຕິດຕາມກວດກາອອກນິຕິກໍາໄດ້ 38 ສະບັບ ແລະ ໄດ້ລົງຕິດຕາມຊຸກຢູ້ວຽກງານຢູ່ທ້ອງຖິ່ນ 17 ຄັ້ງ. ໄດ້ຮັບຄໍາຮ້ອງຂອງປະຊາຊົນ ແລະ ຄໍາສະເໜີຂອງ ອົງການຈັດຕັ້ງຕ່າງໆ ເພື່ອໃຫ້ກວດກາການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງບັນດາອົງການຈັດຕັ້ງ 72 ເລື່ອງ ແລະ ໄດ້ຄົ້ນຄວ້າແກ້ໄຂແລ້ວ 69 ເລື່ອງ, ພວມຄົ້ນຄວ້າ 3 ເລື່ອງ. ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະ ແມ່ນວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ. ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ ໃນ 5 ປີ ຜ່ານມາ ອົງການໄອຍະການປະຊາຊົນ ສາມາດແກ້ໄຂຄະດີອາຍາໄດ້ 99.14%, ສານຕັດສີນ ເອົາຕາມຄໍາຖະແຫຼງ 96.7%, ຄະດີແພ່ງ ແກ້ໄຂໄດ້ 99.17%, ສານຕັດສີນເອົາຕາມການຖະແຫຼງ 95.77%. ນັກໂທດໄດ້ຮັບການສຶກສາອົບຮົມ ແລະ ໄດ້ຮັບການອະໄພຍະໂທດ ຈໍານວນ 8.500 ກວ່າຄົນ.ໄດ້ສໍາເລັດການສ້າງ ແລະ ປັບປຸງ ກົດໝາຍວ່າດ້ວຍ ໄອຍະການທະຫານ ສະບັບປີ 2022, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປີ 2024, ກົດໝາຍວ່າດ້ວຍ ພະນັກງານໄອຍະການປະຊາຊົນ ສະບັບປີ 2025, ປັດຈຸບັນ ກໍາລັງປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ສໍາເລັດການສ້າງນິຕິກໍາໃຕ້ກົດໝາຍ ຈໍານວນ 96 ສະບັບ ໃນນັ້ນ ໄດ້ສ້າງບົດບັນທຶກຮ່ວມກ່ຽວກັບກົນໄກການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ 12 ສະບັບ, ຄໍາສັ່ງ-ຄໍາແນະນໍາ 84 ສະບັບ; ການພົວພັນຮ່ວມມືກັບຕ່າງປະເທດ ໄດ້ຍົກລະດັບການພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ ເປັນຕົ້ນແມ່ນພົວພັນຮ່ວມມືກັບ ອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ ນັບມື້ຮັດແໜ້ນ, ສູ່ລວງເລິກ ແລະ ໄດ້ຮັບຜົນສຳເລັດຕົວຈິງ. ຍົກລະດັບການພົວພັນຮ່ວມມືກັບສະຫະພັນລັດເຊຍ ແລະ ສ. ກູບາ, ບັນດາປະເທດອາຊຽນ, ພາກພື້ນ ແລະ ສາກົນ ນັບມື້ນັບກວ້າງຂວາງ ແລະ ອົງການຈັດຕັ້ງສາກົນ.
ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນໂອກາດວັນຄ້າຍວັນເກີດຄົບຮອບ 105 ປີ(13/12/1920-13/12/2025 ) ຂອງປະທານ ໄກສອນ ພົມວິຫານ ນີ້. ຂ້າພະເຈົ້າ, ຕາງໜ້າຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ມີຄວາມຮູ້ສຶກເຫຼື້ອມໃສສັດທາ, ຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ຊີວິດ ແລະ ພາລະກິດການປະຕິວັດອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເພິ່ນບໍ່ພຽງແຕ່ເປັນນັກຮັກຊາດຜູ້ຍິ່ງໃຫຍ່ເທົ່ານັ້ນ, ແຕ່ເພິ່ນຍັງແມ່ນຜູ້ກໍ່ຕັ້ງ, ຜູ້ນຳພາ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດ ແລະ ເປັນຜູ້ນໍາພາ ສະຖາປະນາ ສາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ຕະຫຼອດຊີວິດຂອງເພິ່ນແມ່ນການອຸທິດຕົນຢ່າງສົມບູນ, ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດທີ່ແສນລຳບາກ ຈົນເຖິງພາລະກິດສ້າງສາພັດທະນາປະເທດຊາດໃນຍຸກສະໄໝໃໝ່. ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ນຳສູງສຸດຂອງການປະຕິວັດລາວ, ຊຶ່ງມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ ແລະ ມີໄຫວພິບອັນແຫຼມຄົມ ໃນການວາງແນວທາງຍຸດທະສາດ ແລະ ຍຸດໂທບາຍ ເພື່ອປົດປ່ອຍປະເທດຊາດ. ພາຍໃຕ້ການນຳພາຂອງເພິ່ນ, ກອງທັບປະຊາຊົນລາວ ແລະ ປະຊາຊົນບັນດາເຜົ່າ ໄດ້ສາມັກຄີກັນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ນຳມາເຊິ່ງໄຊຊະນະອັນຍິ່ງໃຫຍ່ໃນວັນທີ 2 ທັນວາ 1975. ຫຼັງຈາກການປົດປ່ອຍປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ນຳພາພັກ, ລັດ ແລະ ປະຊາຊົນບັນດາເຜົ່າ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ. ເພື່ອສ້າງເງື່ອນໄຂໃຫ້ປະເທດຊາດສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວໄປສູ່ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງໃນປັດຈຸບັນ.
ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະແດງຄວາມຈົ່ງຮັກພັກດີ ຕໍ່ພາລະກິດຂອງພັກ ແລະ ຂອງຊາດ, ຂໍສະແດງຄວາມເຄົາລົບຮັກ, ຄວາມເຊື່ອໝັ້ນ ແລະ ຮູ້ບຸນຄຸນຢ່າງສູງ ແລະ ອວຍພອນອັນປະເສີດມາຍັງ ບັນດາທ່ານການນໍາພັກ-ລັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ນຳພາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ. ແລະ ອວຍພອນໃຫ້ການນຳພາຂອງພັກ-ລັດ ຈົ່ງປະສົບຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດສຳຄັນຂອງພັກ ຂອງຊາດ.
ຄໍາເຫັນ