ນໍ້າບາກ ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງສັງຄົມດ້ວຍກົດໝາຍ

ໂດຍ:ຕະວິນຍານ
ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ມີຄວາມຍຸຕິທໍາ ປະຊາຊົນໄດ້ຮັບການປົກປ້ອງດ້ວຍກົດໝາຍ.ໃນ ປີ 2023 ຜ່ານມາ,ເມືອງນໍ້າບາກ ແຂວງ ຫຼວງພະບາງໄດ້ເພີ່ມຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມຂົງເຂດຕຸລາການປະຕິບັດພາລະບົດບາດສິດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຂຶ້ນເປັນກ້າວໆຊຶ່ງສະແດງອອກໃນການປະຕິບັດວຽກງານຍຸຕິທໍາ ໃນໜຶ່ງປີຜ່ານມາ,ຂະແໜງການກ່ຽວຂ້ອງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ຮາກຖານບ້ານ, ພ້ອມທັງບໍາລຸງພາລະບົດບາດ, ສິດ ແລະໜ້າທີ່ໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໄດ້ 29 ບ້ານ ທຽບໃສ່ແຜນປະຕິບັດໄດ້ລື່ນ 16% ປະກາດຮັບຮອງບ້ານແບບຢ່າງປະຕິບັດກົດໝາຍໄດ້ 2 ບ້ານ, ປະເມີນບ້ານແບບຢ່າງປະຕິບັດກົດໝາຍໄດ້ 29 ບ້ານ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານທັງຫມົດ 241 ຊຸດ, ຈັດຕັ້ງປະຕິບັດຄໍາຕັດສິນຂອງສານທັງໝົດ 58 ເລື່ອງ, ແພ່ງ 29 ເລື່ອງ, ອາຍາ 29 ເລື່ອງ, ປະຕິບັດສໍາເລັດ 22 ເລື່ອງ, ພວມຈັດຕັ້ງປະຕິບັດ 33 ເລື່ອງ, ຄະດີແພ່ງ 9 ເລື່ອງ, ຄະດີອາຍາ 24 ເລື່ອງ, ໃຫ້ຄໍາປຶກສາທາງກົດໝາຍໃຫ້ແກ່ປະຊາຊົນໄດ້ 3 ຄັ້ງ. 
ອົງການໄອຍະການປະຊາຊົນເຂດ IIໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມກວດກາການ ປະຕິບັດກົດໝາຍ, ບັນດານິຕິກໍາລຸ່ມກົດໝາຍ ເຫັນວ່າມີດ້ານຕັ້ງໜ້າດີຂຶ້ນ ມີສະຕິການເຄົາລົບລັດຖະທໍາມະນູນ ແລະ ກົດໝາຍ, ກວດກາແກ້ໄຂຄໍາຮ້ອງຈາກປະຊາຊົນສໍາເລັດ 14 ສະບັບ, ມີອາຊະຍາກໍາເກີດຂຶ້ນທັງຫມົດ 139 ເລື່ອງ, ຫຼາຍກວ່າໝູ່ແມ່ນຄະດີກະທໍາຜິດກ່ຽວກັບຄວາມປອດໄພ- ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມມີ 63 ເລື່ອງ, ຖັດມາແມ່ນຄະດີຢາເສບຕິດໄວ້ໃນຄອບຄອງ 49 ເລື່ອງ, ຄະດີກະທໍາຜິດສະຖານອື່ນໆມີ 22 ເລື່ອງ; ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ມີຄະດີເຂົ້າທັງໝົດ 17 ເລື່ອງ, ໄດ້ຖະແຫຼງສັ່ງຟ້ອງຂຶ້ນສານ 6 ເລື່ອງ, ສົ່ງຄືນເຈົ້າໜ້າທີ່ສືບສວນ-ສອບສວນ  5 ເລື່ອງ ແລະ ຊັດມ້ຽນ 3 ເລື່ອງ ແລະ ພວມດໍາເນີນ 3 ເລື່ອງ,ຮ່ວມກັບເຈົ້າໜ້າທີ່ກວດກາສັນລະສູດສະຖານທີ່ເກີດເຫດໄດ້ 18 ຄັ້ງ, ຕິດຕາມກວດກາ ການດໍາເນີນຄະດີຢູ່ສານ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ສະຖານທີ່ກັກຕົວ, ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ເປັນປົກກະຕິ. 
  ສໍາລັບສານປະຊາຊົນເຂດ IIໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນໃຫ້ ມີຈັນຍາທໍາ, ຈັນຍາບັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃນການຄົ້ນຄວ້າແກ້ໄຂຄະດີ, ໃນ 1 ປີຜ່ານມາໄດ້ອອກໝາຍຮຽກ-ໝາຍເຊີນເອີ້ນໂຈດ, ຈໍາເລີຍເພື່ອມາສະໜອງຂໍ້ມູນຫຼັກຖານຄະດີໄດ້ 477 ສະບັບ ມີຄະດີທັງໝົດ73 ເລື່ອງ, ໃນນັ້ນມີຄະດີຄ້າງມາແຕ່ປີ 2022 ຈໍານວນ 14 ເລື່ອງ, ມີຄະດີເຂົ້າໃໝ່ 59 ເລື່ອງ, ໃນນັ້ນ ຄະດີອາຍາເຂົ້າໃໝ່ 23 ເລື່ອງ, ຄະດີແພ່ງ 21 ເລື່ອງ ແລະ ຄະດີຄອບຄົວ 15 ເລື່ອງ, ສາມາດແກ້ໄຂຄະດີໄດ້ທັງໝົດ 63 ເລື່ອງ ທຽບໃສ່ແຜນປີປະຕິບັດໄດ້ 90,61%, ຄະດີຄ້າງພວມດໍາເນີນ 10 ເລື່ອງ, ໄດ້ລົງອາຍັດຊັບ 23 ຄັ້ງ. 
  ສໍາລັບການປະຕິບັດວຽກງານຂອງຂົງເຂດຕຸລາການ ໃນປີ 2024ນີ້ ເມືອງນໍ້າບາກ ຈະສືບຕໍ່ເຜີຍແຜ່ກົດໝາຍຢູ່ຮາກຖານບ້ານໃຫ້ໄດ້ 30 ບ້ານ ແລະ ໂຄສະນາຜ່ານໂທລະໂຄ່ງໃຫ້ໄດ້ 200 ຄັ້ງ; ຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ຢ່າງເດັດຂາດໃຫ້ສໍາເລັດ 36 ເລື່ອງຂຶ້ນໄປ; ປະກາດບ້ານແບບຢ່າງປະຕິບັດກົດໝາຍໃຫ້ໄດ້ 2 ບ້ານ, ປະເມີນບ້ານແບບຢ່າງປະຕິບັດກົດໝາຍໃຫ້ໄດ້ 20 ບ້ານ; ສ້າງບຸກຄະລາກອນກົດໝາຍ 45 ວັນ; ບໍາລຸງພາລະບົດບາດສິດ ແລະ ໜ້າທີ່ໜ່ວຍໄກ່ເກ່ຍໃຫ້ໄດ້ 30 ບ້ານ; ຮັບປະກັນການຈົດທະບຽນ ແລະ ຢັ້ງຢືນເອກະສານໃຫ້ຖືກຕ້ອງ, ວ່ອງໄວ ແລະ ສອດຄ່ອງຕາມລະບຽບກົດໝາຍ. ເພີ່ມທະວີຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍກໍຄືການສັ່ງຟ້ອງຜູ້ຖືກຫາໃຫ້ເຂົ້າສູ່ຄຸນນະພາບໃຫ້ບັນລຸໄດ້ 95%, ສືບຕໍ່ແກ້ໄຂວຽກງານວິຊາສະເພາະໃຫ້ໄດ້ 95% ຂອງຄະດີທັງໝົດ ພ້ອມທັງຮັບປະກັນແກ້ໄຂຄະດີໃຫ້ວອງໄວ້ຂຶ້ນ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນຄຸນນະພາບ ແລະ ຄວາມຍຸຕິທໍາໃຫ້ແກ່ຄູ່ຄວາມ, ຕິດຕາມການດໍາເນີນຄະດີຢູ່ສານ ແລະ ສະຖານທີ່ກັກຂັງຄ້າຍຂຸມຂັງ-ດັດສ້າງເປັນປົກກະຕິ. 
ສືບຕໍ່ປັບປຸງລະບົບແບບແຜນວິທີເຮັດວຽກໃຫ້ລະອຽດຂຶ້ນກວ່າເກົ່າ ຖືກຕ້ອງຕາມລະບຽບກົດໝາຍ ທັງຮັບປະກັນຄຸນນະພາບ ແລະ  ແກ້ໄຂຄະດີຢ່າງໜ້ອຍໃຫ້ໄດ້ 85% ຂຶ້ນໄປຂອງຄະດີທັງໝົດ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ