ນໍາສະເໜີ 2 ວີດີໂອ ແຜນໂຄສະນາ ເພື່ອສົ່ງເສີມຄຸນຄ່າການສຶກສາ

ນໍາສະເໜີ 2 ວີດີໂອ ແຜນໂຄສະນາ ເພື່ອສົ່ງເສີມຄຸນຄ່າການສຶກສາ

ນໍາສະເໜີ 2 ວີດີໂອ ແຜນໂຄສະນາ ເພື່ອສົ່ງເສີມຄຸນຄ່າການສຶກສາ
ໃນວັນທີ 30 ມີນາຜ່ານມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົສຕຣາລີ ນໍາສະເໜີ 2 ວີດີໂອ ແຜນໂຄສະນາທີ່ເປັນແຮງບັນດານໃຈເພື່ອສົ່ງເສີມຄຸນຄ່າຂອງການສຶກສາ, ໂດຍມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນາສະເໜ 2 ວດໂອ ແຜນໂຄສະນາ ເພອສງເສມຄນຄາການສກສາ - image 1
 

 

ທ່ານ ນາງ ດາລາວອນ ກິດຕິພັນ ກ່າວວ່າ: “ດ້ວຍການຮ່ວມມືຢ່າງໃກ້ຊິດລະຫວ່າງ ກະຊວງ ສສກ ແລະ ລັດຖະບານອົສຕຣາລີ ໄດ້ສ້າງແຜນໂຄສະນາສົ່ງເສີມການສຶກສານີ້ ເພື່ອແກ້ໄຂບັນຫາຮີບດ່ວນໃນຂະ ແໜງການສຶກສາ ລວມເຖິງການຫຼຸດລົງຂອງອັດຕາການເຂົ້າຮຽນຂອງນັກຮຽນ ແລະ ຄວາມຕ້ອງການທີ່ຈະສົ່ງເສີມ ແລະ ຮັກສາຄູທີ່ມີທັກສະ ແລະ ປະສົບການ ໃຫ້ສືບຕໍ່ອາຊີບຄູ. ເລື່ອງສັ້ນເຫຼົ່ານີ້, ສະແດງໃຫ້ເຫັນວ່າ: ການສຶກສາມີຄວາມສຳຄັນ ແລະ ຮັບຮູ້ເຖິງບົດບາດສຳຄັນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ກໍຄື: ຄູ ພ້ອມດ້ວຍສະມາຊິກຊຸມຊົນ, ຜູ້ປົກຄອງ ແລະ ນັກຮຽນ ໃນການສ້າງອະນາຄົດຂອງປະເທດຊາດ. ຫົວໃຈສຳຄັນຂອງແຜນໂຄສະນາ ແມ່ນຂໍ້ຄວາມສຳຄັນໜຶ່ງ ທີ່ພວກເຮົາຕ້ອງການໃຫ້ຜູ້ຊົມຈົດຈຳວ່າ: ການສຶກສາ ບໍ່ແມ່ນພຽງແຕ່ ການໄດ້ວຽກເຮັດງານທຳເທົ່ານັ້ນ, ແຕ່ການສຶກສາຍັງຊ່ວຍໃຫ້ໄດ້ຮັບທັກສະ, ຮູ້ຈັກຄົ້ນຄິດແບບວິເຄາະ ແລະ ການມີອິດສະຫຼະພາບໃນການສ້າງອະນາຄົດຂອງຕົນເອງ”.

ນາສະເໜ 2 ວດໂອ ແຜນໂຄສະນາ ເພອສງເສມຄນຄາການສກສາ - image 2
 

ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: “ລັດຖະບານອົສຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງ ສສກ ໃນການພັດທະນາບຸລິມະສິດຂອງຕົນ, ນັບແຕ່ການພັດທະນາຫຼັກສູດ ແລະ ການພັດທະນາວິຊາຊີບຄູໄປຈົນເຖິງ ການປ່ຽນແປງທັດສະນະຄະຕິຂອງປະຊາຊົນກ່ຽວກັບການຮຽນ. ແຜນໂຄ ສະນາຄັ້ງນີ້, ຖືກອອກແບບມາເພື່ອກະຕຸ້ນການປ່ຽນແປງຜ່ານເລື່ອງສັ້ນທີ່ມີແຮງບັນດານໃຈ ເຂົ້າເຖິງຄວາມຮູ້ສຶກ ແລະ ຈິດໃຈຂອງຫຼາຍຄົນຢ່າງກວ້າງຂວາງ. ເປົ້າໝາຍຂອງພວກເຮົາ ແມ່ນເພື່ອປ່ຽນແປງວິທີຄິດຕໍ່ ການສຶກສາ: ເພື່ອສະແດງໃຫ້ນັກຮຽນ ແລະ ພໍ່ແມ່ເຫັນວ່າ ການສຶກສາເພີ່ມໂອກາດ, ສ້າງທັກສະທີ່ສຳຄັນ ແລະ ຊ່ວຍໃຫ້ຄົນຜູ້ໜຶ່ງສ້າງອະນາຄົດຂອງຕົນເອງ.”

ນາສະເໜ 2 ວດໂອ ແຜນໂຄສະນາ ເພອສງເສມຄນຄາການສກສາ - image 3
 

ຂ່າວ: ສສກ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ປະເທດ ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 31, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 38 ແລະ ກອງປະຊຸມຮ່ວມລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີເສດຖະກິດອາຊຽນ.
ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ວັນແຫ່ງໄຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

(ທ່ານ Sergei Zhestkii ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ) ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍຈະມີການສະເຫຼີມສະຫຼອງວັນແຫ່ງໄຊຊະນະໃນສົງຄາມປົກປ້ອງປິຕຸພູມຄົບຮອບ 81 ປີ ແລະ ໄຊຊະນະຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງໄດ້ກາຍເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບໂຊວຽດເປັນສະໜາມຮົບຫຼັກໃນເອີຣົບຄຽງຄູ່ກັບຈີນໃນພາກພື້ນຕະເວັນອອກໄກ.
ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ສໍາເລັດໂຄງການ ກ້າວຕາມຮອຍພະບໍຣົມມະສາສະດາ ຜ່າຕັດຫົວເຂົ່າ ແລະ ຂໍ້ສະໂພກທຽມ

ພິທີປິດໂຄງການ "ກ້າວຕາມຮອຍພະບໍຣົມມະສາສະດາ" ຜ່າຕັດຫົວເຂົ່າເສື່ອມ ແລະ ຂໍ້ສະໂພກທຽມ ໃຫ້ແກ່ຄົນເຈັບຜູ້ດ້ອຍໂອກາດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ ນີ້ ທີ່ໂຮງແຮມ DoubleTree by Hilton ນະຄອນຫຼວງວຽງຈັນ, ພາຍຫຼັງສຳເລັດການຜ່າຕັດການກຸສົນ ທີ່ໂຮງໝໍມິດຕະພາບ ໃນລະຫວ່າງວັນທີ 4-6 ພຶດສະພາ ຜ່ານມາ.
ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ຜູ້ແທນ ສພຊ ຮ່ວມກອງປະຊຸມຄະນະກໍາມາທິການການເມືອງຂອງເອພີເອັບ

ລະຫວ່າງວັນທີ 2-4 ພຶດສະພາ ຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ມີໄຊ ພົມເຂ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ
ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖານທູດກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງ (ຄຕພ) ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ ພັກກອມມູນິດກູບາ ຄົບຮອບ 65 ປີ (16 ເມສາ 1961- 16 ເມສາ 2026) ຂຶ້ນໃນວັນທີ 7 ພຶດສະພານີ້
ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ລາວ-ອົສຕຣາລີ ຫາລືເພີ່ມທະວີການຮ່ວມມືວຽກງານສື່ມວນຊົນ

ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ໄດ້ຕ້ອນຮັບ ທ່ານ ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ ເຂົ້າຢ້ຽມພົບປະ ໃນວັນທີ 6 ພຶດສະພານີ້ ທີ່ຫ້ອງຮັບແຂກ ຄອສພ, ຈຸດປະສົງເພື່ອປຶກສາຫາລືກ່ຽວ ກັບວຽກງານການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົສຕຣາລີ.
ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຢ້ຽມຢາມກອງເລຂາຊຽນ

ໃນວັນທີ 4 ພຶດສະພາ ຜ່ານມາ ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ, ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມກອງເລຂາອາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ເຊກອງ-ນະຄອນດານັງ ຫາລືການຈັດສັນ ຈາລະຈອນ ແລະ ການເຂົ້າ-ອອກ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ

ກອງປະຊຸມພົບປະ ສາຫາລື ແລະ ແລກປ່ຽນ ກ່ຽວກັບການຈັດສັນ ຈາລະຈອນພາຫະນະຄົມມະນາຄົມ ແລະ ການເຂົ້າອອກ ຂອງພົນລະເມືອງ ຜ່ານດ່ານສາກົນດາກຕະອອກ-ນາມຢ່າງ ໃນໄລຍະທີ່ນະຄອນດານັງ ຈັດຕັ້ງປະຕິບັດ ການລົງທຶນໂຄງການກໍ່ສ້າງຍົກລະດັບເສັ້ນທາງແຫ່ງຊາດ 14D ລະຫວ່າງ ຄະນະເຮັດວຽກແຂວງເຊກອງ ສປປ ລາວ ແລະ ຄະນະເຮັດວຽກ ນະຄອນດານັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫ້ອງວ່າການແຂວງເຊກອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງ, ທ່ານ ທ່ຽວ ຫວຽດ ຢຸ້ງ ຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດຈູລາຍ ແລະ ພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.
ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ທ່ານ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂໍ່ານັບຮອງປະທານາທິບໍດີ ສ ອິນໂດເນເຊຍ

ໃນວັນທີ 5 ພຶດສະພາ ນີ້ ທີ່ ທຳນຽບປະທານາທິບໍດີແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກິບຣານ ຣາຄາບຸຫມິງ ຣາຄາ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງຢ້ຽມຢາມ ສ ອິນໂດເນເຊຍຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026.
ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

ການປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ສຳເລັດ 280 ຫຼັກໝາຍ

​ ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ--ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ:
ເພີ່ມເຕີມ