ຂ່າວລະບຸວ່າ: ເຈົ້າໜ້າທີ່ອາວຸໂສຈາກກະຊວງຄຸ້ມຄອງໄພພິບັດ ແລະ ບັນເທົາທຸກຂອງບັງກລາເທດ ໄດ້ເປີດເຜີຍວ່າ: ມີຜູ້ເສຍຊີວິດ 51 ຄົນ ຍ້ອນໄພນໍ້າຖ້ວມ ແລະ ມີ 267,918 ຄອບຄົວ ໄດ້ຮັບຜົນກະທົບນັບຕັ້ງແຕ່ວັນທີ 6 ກໍລະກົດ ຈົນຮອດ ວັນທີ 12 ກໍລະກົດ ຜ່ານມາ.
ໄພນໍ້າຖ້ວມ ແລະ ດິນເຈື່ອນ ທີ່ເກີດຈາກຝົນຕົກໜັກຕາມລະດູການ ຍັງໄດ້ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ເຮືອນ, ຟາມ, ຖະໜົນຫົນທາງ ແລະ ທາງຫຼວງໃນຫຼາຍພື້ນທີ່. ໂດຍເຈົ້າໜ້າທີ່ບັງກລາເທດໄດ້ສົ່ງທີມງານຮັບມືກັບ ໄພພິບັດໄປຍັງພື້ນທີ່ທີ່ໄດ້ຮັບຜົນກະທົບ ເພື່ອດຳເນີນການກູ້ໄພ, ແຈກຢາຍເຄື່ອງບັນເທົາທຸກ ແລະ ຄຸ້ມຄອງທີ່ພັກອາໄສຊົ່ວຄາວ ຊຶ່ງປັດຈຸບັນມີປະຊາຊົນເກືອບ 50,000 ຄົນອາໄສຢູ່.
ຄໍາເຫັນ