ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້

ນັ່ງໜ້ອຍລົງ 30 ນາທີຕໍ່ມື້ ສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ຕຸລາ ຜ່ານມາວ່າ: ຜົນການຄົ້ນຄວ້າຈາກມະຫາວິທະຍາໄລ Turku ປະເທດແຟັງລັງ ພົບວ່າ: ການຫຼຸດຜ່ອນເວລານັ່ງ ພຽງ 30 ນາທີຕໍ່ມື້ ແລ້ວຫັນມາຢືນ ຫຼື ເຄື່ອນໄຫວຮ່າງກາຍແທນສາມາດຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດ ແລະ ປັບປຸງສຸຂະພາບການເຜົາຜານໄດ້ຢ່າງຫຼວງຫຼາຍ, ເຖິງແມ່ນວ່າບໍ່ໄດ້ອອກກຳລັງກາຍກໍຕາມ.

 

ທີມງານຄົ້ນຄວ້າໄດ້ສຶກສາຜູ້ໃຫຍ່ 64 ຄົນທີ່ມີອາການ metabolic syndrome ຊຶ່ງເປັນປັດໄຈສ່ຽງຕົ້ນຕໍຕໍ່ການເປັນພະຍາດເບົາຫວານ ແລະ ພະຍາດຫົວໃຈ, ເປັນເວລາ 6 ເດືອນ. ໂດຍແບ່ງຜູ້ເຂົ້າຮ່ວມອອກເປັນສອງກຸ່ມ: ກຸ່ມໜຶ່ງໃຫ້ຫຼຸດເວລານັ່ງລົງ 30 ນາທີຕໍ່ມື້ໂດຍການເພີ່ມເວລາຢືນ ຫຼື ເຮັດກິດຈະກຳເບົາໆໃນຊີວິດປະຈຳວັນ, ໃນຂະນະທີ່ອີກກຸ່ມໜຶ່ງໃຫ້ນັ່ງໂດຍບໍ່ໄດ້ເຄື່ອນໄຫວຕະຫຼອດມື້.

ຫຼັງຈາກຫົກເດືອນ, ຜູ້ທີ່ຫຼຸດເວລານັ່ງລົງຫຼາຍກວ່າ 30 ນາທີຕໍ່ມື້ ພົບວ່າຄວາມສາມາດໃນການເຜົາຜານໄຂມັນດີຂຶ້ນ ແລະ ຄວາມຍືດຍຸ່ນຂອງລະບົບເຜົາຜານກໍດີຂຶ້ນ, ເມື່ອທຽບກັບກຸ່ມທີ່ນັ່ງຢູ່ຕະຫຼອດມື້.

ຄວາມຍືດຍຸ່ນຂອງລະບົບເຜົາຜານແມ່ນຄວາມສາມາດຂອງຮ່າງກາຍໃນການສະຫຼັບແຫຼ່ງພະລັງງານລະຫວ່າງຄາໂບໄຮເດຣດ ແລະ ໄຂມັນ ໄດ້ຢ່າງມີປະສິດທິພາບ. ເມື່ອຄວາມສາມາດນີ້ຫຼຸດລົງ, ຈະເຮັດໃຫ້ລະດັບນ້ຳຕານ ແລະ ໄຂມັນໃນເລືອດສູງຂຶ້ນ ຊຶ່ງເພີ່ມຄວາມສ່ຽງຂອງພະຍາດກ່ຽວກັບລະບົບເຜົາຜ່ານຕ່າງໆ.

ທ່ານ ຕາຣຸ ແກຊະເວດ ນັກຄົ້ນຄວ້າຈາກມະຫາວິທະຍາໄລ Turku ອະທິບາຍວ່າ: ການເພີ່ມກິດຈະກຳປະຈຳວັນເລັກໆນ້ອຍໆເຊັ່ນ: ຢືນລົມໂທລະສັບ ຫຼື ຍ່າງໄລຍະສັ້ນໆ, ກໍສາມາດປັບປຸງສຸຂະພາບການເຜົາຜານໄດ້.

ນັກຄົ້ນຄວ້າເນັ້ນໜັກວ່າ: ຜົນປະໂຫຍດຂອງການຫຼຸດຜ່ອນເວລານັ່ງແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະສຳລັບຜູ້ທີ່ບໍ່ເຄື່ອນໄຫວທາງຮ່າງກາຍ, ມີນ້ຳໜັກເກີນ ແລະ ມີຄວາມສ່ຽງສູງຕໍ່ການເປັນພະຍາດ.

ນັກຄົ້ນຄວ້າຍັງແນະນຳເພີ່ມຕື່ມວ່າ: ພວກເຮົາຈະໄດ້ຮັບຜົນປະໂຫຍດທີ່ຫຼາຍຂຶ້ນ ໂດຍການເພີ່ມກິດຈະກຳທາງດ້ານຮ່າງກາຍທີ່ມີຄວາມເຂັ້ມຂຸ້ນປານກາງເປັນເວລາ 2 ຊົ່ວໂມງເຄິ່ງຕໍ່ອາທິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນໍ້າໃນມານດີວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ພະຈິກ ຜ່ານມາວ່າ: ກະຊວງພັດທະນາເສດຖະກິດ ແລະ ການຄ້າຂອງປະເທດມານດີວໄດ້ປະກາດວ່າ Google ຈະລົງທຶນສ້າງສະຖານີຮັບສາຍເຄເບີ້ນໃຕ້ນ້ຳສາກົນແລະ ສິ່ງອຳນວຍຄວາມສະດວກດ້ານເຄືອຂ່າຍແຫ່ງໃໝ່ໃນເມືອງອັດດູ ຂອງມານດີວ, ເພື່ອສະໜັບສະໜູນການເຊື່ອມຕໍ່ສາຍເຄເບີ້ນໃຕ້ນ້ຳສາກົນ.
ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ການສົ່ງອອກຂອງກຳປູເຈຍໄປຍັງ EU-ASEAN ເຕີບໂຕຢ່າງແຂງແຮງ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ, ການສົ່ງອອກຂອງກຳປູເຈຍໄປຍັງສະຫະພາບເອີຣົບ (EU) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ມີການເຕີບໂຕໃນລະດັບສອງໂຕເລກໃນໄລຍະ10 ເດືອນທຳອິດຂອງປີ 2025.
ເພີ່ມເຕີມ