ໜັງສືພິມປະຊາຊົນສຽງຂອງສູນກາງພັກຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)

ໜັງສືພິມປະຊາຊົນ ຫວນຄືນມູນເຊື້ອວັນສື່ມວນຊົນ-ການພິມຈຳໜ່າຍຄົບຮອບ 74ປີ

ໜັງສືພິມປະຊາຊົນ ຫວນຄືນມູນເຊື້ອວັນສື່ມວນຊົນ-ການພິມຈຳໜ່າຍຄົບຮອບ 74ປີ
ໜັງສືພິມປະຊາຊົນສຽງຂອງສູນກາງພັກຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສື່ມວນຊົນ-ການພິມຈຳໜ່າຍ​ ແລະ​ວັນສ້າງຕັ້ງໜັງສືພິມປະຊາຊົນຄົບຮອບ 74ປີ (13 ສິງຫາ 1950-13 ສິງຫາ 2024) ຂຶ້ນໃນວັນທີ12 ສິງຫານີ້ທີ່ຫ້ອງປະຊຸມໜັງສືພິມດັ່ງກ່າວໂດຍການເປັນປະທານ

 

ແລະໃຫ້ກຽດປາຖະກະຖາຂອງສະຫາຍວັນໄຊຕະວິນຍານກຳມະການຄະນະພັກ ຮອງຫົວໜ້າຄອສພຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ, ມີຮອງຫົວໜ້າບັນນາທິການ, ຫົວໜ້າພະແນກ-ຮອງພະແນກພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຮັບຟັງ.

ໂອກາດນີ້, ທ່ານວັນໄຊຕະວິນຍານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສື່ມວນຊົນ, ການເຕີບໃຫຍ່ຂະຫຍາຍຕົວພ້ອມສະແດງຄວາມຮູ້ບຸນຄຸນຕໍ່ມູນເຊື້ອອັນດີງາມຂອງພັກ-ລັດທີ່ເຫັນໄດ້ຄວາມສຳຄັນຂອງວຽກງານສື່ມວນຊົນນັບແຕ່ມື້ສ້າງຕັ້ງຈົນມາເຖິງປັດຈຸບັນຊຶ່ງເຮັດໃຫ້ວຽກງານສື່ມວນຊົນໄດ້ເຄື່ອນໄຫວຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນຢ່າງສົມກຽດເພາະວ່າສື່ມວນຊົນມີບົດບາດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ, ເຜີຍແຜ່ແລະປົກປ້ອງແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບຂອງລັດ;ການນຳສະເໜີຂ່າວແມ່ນຖືກຕ້ອງຕາມຄວາມເປັນຈິງກ່ຽວກັບສະພາບການທີ່ເກີດຂຶ້ນທີ່ມີຜົນປະໂຫຍດຕໍ່ປະເທດຊາດແລະປະຊາຊົນ.

ສໍາລັບໜັງສືພິມປະຊາຊົນໃນໄລຍະປີ 2023-2024 ນີ້,ພາຍໃຕ້ການຊີ້ທິດເຍືອງທາງຈາກ ຄອສພໄດ້ເອົາໃຈໃສ່ຢ່າງໃກ້ຊິດຈາກຄະນະບັນນາທິການ, ມີເພື່ອນຮ່ວມງານທີ່ເປັນນັກຂ່າວຈາກກະຊວງຕ່າງໆ, ນັກຂ່າວຈາກບັນດາແຂວງ, ເມືອງໃນທົ່ວປະເທດທີ່ໄດ້ສົ່ງຂໍ້ມູນຂ່າວສານ, ເຫດການທີ່ເກີດຂຶ້ນ, ບົດປະເພດຕ່າງໆມາປະກອບສ່ວນອອກໃນໜ້າໜັງສືພິມຢ່າງອຸດົມສົມບູນ, ຍ້ອນພາກສ່ວນຕ່າງໆໃນສັງຄົມໄດ້ໃຫ້ການສະໜັບສະໜູນອູ້ມຊູຊ່ວຍເຫຼືອສິ່ງສໍາຄັນຍ້ອນພະນັກງານ-ສະມາຊິກພັກໜັງສືພິມປະຊາຊົນມີຄວາມມານະອົດທົນສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໜາຍຈຶ່ງເຮັດໃຫ້ມີຜົນສໍາເລັດຢ່າງຕໍ່ເນື່ອງ.

ປັດຈຸບັນໜັງສືພິມປະຊາຊົນໄດ້ຜະລິດ ແລະ ຈໍາໜ່າຍມື້ໜຶ່ງ 1.300 ສະບັບ, ຄະນະບັນນາທິການໄດ້ເລັ່ງປັບປຸງການອອກຂ່າວທາງລະບົບອອນລາຍເຮັດໃຫ້ມີເນື້ອໃນຂ່າວ-ບົດ, ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍ, ຄໍາຂວັນ, ຄໍາຄົມສາລະໜ້າຮູ້ອອກໃນແຕ່ລະມື້ແຕ່ລະວັນບໍ່ເວັ້ນວັນເສົາ-ວັນທິດເຮັດໃຫ້ຄົນສົນໃຈຕິດຕາມອ່ານໜັງສືພິມທາງເວັບໄຊແລະເຟສບຸກຫຼາຍຂຶ້ນເຊັ່ນ: ໃນປີ 2022 ມີຜູ້ເຂົ້າອ່ານ 1.450.790 ຄົນ, ປີ 2023 ມີຜູ້ເຂົ້າອ່ານ 1.575.750 ຄົນ. ໃນນັ້ນ, ສະເພາະ 6 ເດືອນຕົ້ນປີ 2024 ມີຜູ້ເຂົ້າອ່ານ 690.395 ຄົນ,ສະເລ່ຍ 23.000 ຄົນຕໍ່ມື້. ເຂົ້າອ່ານເຟສບຸກໃນປີ 2022 ມີ 1.044.150 ຄົນ,ປີ 2023 ມີຜູ້ເຂົ້າອ່ານ 1.258.416 ຄົນແລະ 6 ເດືອນຕົ້ນປີ 2024 ມີຜູ້ເຂົ້າອ່ານ 629.208 ຄົນແລະມີຜູ້ກໍາລັງຕິດຕາມທັງໝົດ 25.814 ຄົນ.

ສະຫາຍ ວັນໄຊຕະວິນຍານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນຮັບຜິດຊອບພ້ອມນໍາໃຊ້ເວລາໃຫ້ເກີດປະໂຫຍດສູງສຸດ,ສືບຕໍ່ປະຕິບັດໜ້າທີ່ໃຫ້ມີຄຸນນະພາບ, ວ່ອງໄວທັນເຫດການ, ເນື້ອໃນຂ່າວໃຫ້ສັ້ນກະທັດຫັດ, ມີຫຼາກຫຼາຍບົດ-ຂ່າວ,ຫຼາຍສີສັນເລິກເຊິ່ງຂຶ້ນຕື່ມອີກ.ໃນໂອກາດນີ້,ໄດ້ມີພິທີເລື່ອນມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກພັກສຳຮອງ 3 ສະຫາຍ.

ໜງສພມປະຊາຊນ ຫວນຄນມນເຊອວນສມວນຊນ-ການພມຈຳໜາຍຄບຮອບ 74ປ - image 1
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ