ນາຍົກ ຊີ້ເສດຖະກິດປະເທດຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງບໍ່ໃຫ້ຕົກສູ່ວິກິດ

ນາຍົກ ຊີ້ເສດຖະກິດປະເທດຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງບໍ່ໃຫ້ຕົກສູ່ວິກິດ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານໂດຍສັງເຂບຂອງກ່ຽວກັບສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 31 ຕຸລາ ນີ້ ໂດຍໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງ ເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ.
ໃນໄລຍະ 2 ປີເຄິ່ງຜ່ານມາ ເຖິງແມ່ນວ່າສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດຈະມີ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫຼາຍປະການແບບບໍ່ເຄີຍມີໃນຮອບຫຼາຍປີຜ່ານມາກໍຕາມ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະ ເລຂາທິການສູນກາງພັກ ກໍຄືການຕິດຕາມກວດກາເປັນປົກກະຕິຂອງສະພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ການຮ່ວມມືຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ, ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ບວກໃສ່ກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງລັດຖະບານ ໃນການແກ້ບັນຫາລວມຂອງຊາດ ຈຶ່ງເຮັດໃຫ້ເສດຖະກິດຂອງປະເທດເຮົາສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງ ເສດຖະກິດຂອງຊາດບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງທີ່ ໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ທ່ານນາຍົກລັດຖະມົນຕີ ໄດ້ສັງລວມຜົນສໍາເລັດພົ້ນເດັ່ນຈໍານວນໜຶ່ງ ລາຍງານຕໍ່ທີ່ປະຊຸມວ່າ: ໃນໄລຍະເຄິ່ງສະໄໝຜ່ານມາເສດຖະກິດປະເທດພວກເຮົາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ ໃນລະດັບ 4,03% (ແຜນການ 5 ປີ: ສະເລ່ຍໃນລະດັບ 4% ຂຶ້ນໄປ), ສໍາລັບປີ 2023 ຄາດວ່າຈະບັນລຸໄດ້ 4,2% (ແຜນການປີ 2023 ແມ່ນ 4,5%). ຍ້ອນການອ່ອນຄ່າຂອງເງິນກີບ, ລວມຍອດຜະລິດຕະພັນ ພາຍໃນ (GDP) ຕໍ່ຫົວຄົນ ມີທ່າອ່ຽງຫຼຸດລົງ. ແຕ່ກໍຄາດວ່າໃນປີ 2023 ນີ້, ຈະໄດ້ 1.824 ໂດລາ (ແຜນການປີ: 1.625 ໂດລາ ແລະ ແຜນການ 5 ປີ: 2.880 ໂດລາ); ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປີ 2023 ຄາດວ່າຈະບັນລຸໄດ້ 1.712 ໂດລາ (ແຜນການ ປີ: 1.534 ໂດລາ ແລະ ແຜນການ 5 ປີ: 2.280 ໂດລາ).
ນອກນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຊີ້ໃຫ້ເຫັນບາງດ້ານທີ່ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນຕົ້ນ ໃນໄລຍະເຄິ່ງສະໄໝຜ່ານມາ, ລັດຖະບານໄດ້ສຸມໃສ່ ປັບປຸງຂົງເຂດລາຍຮັບ-ລາຍຈ່າຍ ດ້ວຍການປັບປຸງກົງຈັກການຈັດຕັ້ງ, ການປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ຕິດພັນກັບການສືບຕໍ່ຫັນເປັນທັນສະໄໝໃນວຽກງານການເງິນ-ງົບປະມານ ດ້ວຍການປະກອບເຄື່ອງມື, ພັດທະນາລະບົບຄຸ້ມຄອງ ແລະ ບໍລິການເປັນທັນສະໄໝ ອັນໄດ້ເຮັດວຽກງາານໃນຂົງເຂດນີ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເຮັດໃຫ້ລັດຖະບານສາມາດເກັບລາຍຮັບໄດ້ເກີນແຜນໃນ 2 ປີຕິດຕໍ່ກັນ ແລະ ຄາດວ່າປີ 2023 ກໍຈະລື່ນແຜນການໜ້ອຍໜຶ່ງ. ຂະນະດຽວກັນ, ກໍໄດ້ເອົາໃຈໃສ່ແກ້ໄຂໜີ້ສິນການລົງທຶນຂອງລັດ ແລະ ໜີ້ສິນຕ່າງປະເທດ ດ້ວຍມາດຕະການ ແລະ ວິທີການຕ່າງໆຢ່າງເປັນລະບົບ ແລະ ສາມາດປະຕິບັດໄດ້ຕາມແຜນທີ່ກໍານົດໄວ້ ແລະ ມີທ່າອ່ຽງດີຂຶ້ນເປັນກ້າວໆ ສາມາດຮັບປະກັນການຊໍາລະໜີ້ສິນທີ່ຄົບກໍານົດໄດ້ທັງໝົດ ຈຶ່ງເຮັດໃຫ້ປະເທດພວກເຮົາບໍ່ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້.
ລັດຖະບານ, ກໍຍັງຮັກສາສະຖຽນລະພາບດ້ານເງິນຕາໃນສະພາບທີ່ອັດຕາເງິນເຟີ້ສູງ ແລະ ອັດຕາແລກປ່ຽນມີຄວາມຜັນຜວນ, ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານໄດ້ຊີ້ນໍາໃຫ້ທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດມາດຕະການ ທີ່ຢຶດໝັ້ນປະຕິບັດນະໂຍບາຍເງິນຕາແບບຮັດກຸມ ໂດຍນໍາໃຊ້ທຸກເຄື່ອງມືທີ່ທະນາຄານແຫ່ງ ສປປ ລາວ ມີ ຢ່າງປະສົມປະສານໃນການຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນລະດັບເໝາະສົມ ແລະ ສາມາດຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ; ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໃນທິດທາງທີ່ມີຄວາມຍືດຍຸ່ນຫຼາຍກວ່າເກົ່າ ແລະ ດັດສົມຄວາມຕ້ອງການເງິນຕາຕ່າງປະເທດ. ພ້ອມນີ້, ກໍປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ ແລະ ການລົງທຶນ, ປະຕິຮູບລັດວິສາຫະກິດ, ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ແລະ ອື່ນໆ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ