ນາຍົກຮ່ວມປ່ອນບັດເລືອກຕັ້ງສສຊຊຸດທີX ແລະ ສສຂຊຸດທີ Vຢູ່ແຂວງຈໍາປາສັກ

ນາຍົກຮ່ວມປ່ອນບັດເລືອກຕັ້ງສສຊຊຸດທີX ແລະ ສສຂຊຸດທີ Vຢູ່ແຂວງຈໍາປາສັກ

ນາຍົກຮ່ວມປ່ອນບັດເລືອກຕັ້ງສສຊຊຸດທີX ແລະ ສສຂຊຸດທີ Vຢູ່ແຂວງຈໍາປາສັກ
ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກນາຍຍົກລັດຖະມົນຕີ ຫົວໜ້າຜູ້ສະໝັກຮັບເລືອກຕັ້ງ ພ້ອມດ້ວຍຄະນະ ສະມາຊິກສະພາແຫ່ງຊາດ(ສສຊ)ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກໄດ້ໃຫ້ກຽດນໍາພາໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພານີ້ ທີ່ສະໂມສອນຫຼັກ4 ແຂວງຈໍາປາສັກ, ມີ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ມີບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ນະຄອນປາກເຊ.ນອກນັ້ນ ຍັງມີອະດີດການນໍາຂັ້ນສູງອາວຸໂສບຳນານຂອງແຂວງ, ນະຄອນ ພ້ອມດ້ວຍ ຄະນະພັກ, ຄະນະບ້ານທີ່ຂຶ້ນກັບຄະນະພັກຮາກຖານບ້ານໃຫຍ່ໂຊກອຳນວຍ ແລະ ພໍ່ແມ່ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງພາຍໃນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ນາຍກຮວມປອນບດເລອກຕງສສຊຊດທX ແລະ ສສຂຊດທ Vຢແຂວງຈາປາສກ - image 1
 
ໃນພິທີ, ທ່ານ ສຸກວິໃສ ສີສົມຫວັງ ຮອງເລຂາພັກນະຄອນປະທານຄະນະກຳມະການປົກຄອງນະຄອນ ໃຫ້ກຽດຂຶ້ນກ່າວເປີດຈຸດປະສົງຂອງການເຕົ້າໂຮມໃນມື້ນີ້ແມ່ນເພື່ອຈັດຕັ້ງພິທີປ່ອນບັດເລືອກຕັ້ງເອົາ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ສສຂ ຊຸດທີ V ປະຈຳເຂດເລືອກຕັ້ງ ນະຄອນປາກເຊ ຊຶ່ງແມ່ນການເສີມຂະຫຍາຍຢ່າງແຂງແຮງໃນການປະຕິບັດສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ມີສິດເລືອກຕັ້ງ ຕື່ນຕົວສະໝັກໃຈໄປໃຊສິດເລືອກຕັ້ງເອົາຕົວແທນຂອງຕົນເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເຂົ້າໄປເຮັດວຽກຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຶ່ງເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງ ປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຍັດ ປະຕິບັດຕາມພາລະບົດບາດຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານ ຂອງ ປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບປະຕິບັດລັດຖະທາມະນູນ ແລະ ກົດໝາຍຂອງ ບັນດາອົງການລັດ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ປະທານປະເທດ ເນັ້ນຫຼາຍບັນຫາເພື່ອໃຫ້ສື່ມວນຊົນ ມີການພັດທະນາຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໃນວັນທີ 15 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດນີ້,

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ເລຂາທິການໃຫຍ່ ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.
ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ເລຂາທິການໃຫຍ່ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະຄະນະ ໄດ້ເດີນທາງເຄື່ອນໄຫວ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ໃນວັນທີ 12 ກໍລະກົດນີ້, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ; ຈາກນັ້ນ, ໄດ້ເຄື່ອນໄຫວຕິດຕາມກວດກາພື້ນທີ່ ໂຄງການກໍ່ສ້າງພັດທະນາແຄມນ້ຳຂອງ-ແຄມນ້ຳຄານ ນະຄອນ ຫຼວງພະບາງ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

6 ເດືອນທ້າຍປີ ລັດຖະບານຕ້ອງສືບຕໍ່ບັນດາຄາດໝາຍທີ່ບໍ່ທັນບັນລຸໃຫ້ສໍາເລັດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດໄດ້ຖະ ແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ໃນການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນວຽກຈຸດສຸມ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາວ ວ່າ:
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 2 ສະບັບ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດ ວ່າ:
ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ວາລະແຫ່ງຊາດ ຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ

ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ຕໍ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ: ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ຊຶ່ງຫຼັກການຈັດຕັ້ງປະຕິບັດວາລະແຫ່ງຊາດມີ 5 ຫຼັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ, ຮັບປະກັນດ້ານວິທະຍາສາດ-ວິຊາການ, ຮັບປະກັນຄວາມເປັນມືອາຊີບ ແລະ ຮັບ ປະກັນຄຸນນະພາບ ແລະ ຄວາມຍືນຍົງ.
ເພີ່ມເຕີມ