ໃນກອງປະຊຸມ, ທ່ານ ຟ້າມມິງຈິງ ໄດ້ຊີ້ແຈ້ງບັນດາຜົນງານ, ໝາກຜົນສຳຄັນທີ່ ຫວຽດນາມ ບັນລຸໄດ້ ແລະ ພົ້ນເດັ່ນໃນທຸກຂົງເຂດວ່າ: ປີ 2025 ບັນລຸລະດັບຄວາມໄວການເຕີບໂຕ 8.02%, ນອນໃນກຸ່ມມີການເຕີບໂຕສູງຂອງພາກພື້ນ ແລະ ໂລກ, ພ້ອມກັນນັ້ນກໍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ການຮັບປະກັນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ປັບປຸງ, ເພີ່ມທະວີ; ການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ; ອິດທິພົນຊື່ສຽງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ. ໂດຍມີຄວາມພາກພູມ ໃຈ, ໝັ້ນໃຈກ່ຽວກັບໝາກຜົນປີ 2025 ແລະ ອາຍຸການ 2021 – 2025, ແຕ່ທ່ານນາຍົກລັດຖະມົນຕີກໍເນັ້ນໜັກວ່າ ເພື່ອປະຕິບັດເປົ້າໝາຍເຕີບໂຕ 2 ໂຕເລກນັບແຕ່ປີ 2026 ເປັນຕົ້ນໄປໃຫ້ໄດ້ນັ້ນ, ຫວຽດນາມ ຕ້ອງສຸມໃສ່ຫັນປ່ຽນໂຄງປະກອບເສດຖະກິດ, ກຳນົດຮູບແບບການເຕີບໂຕໃໝ່ ໂດຍອີງໃສ່ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ.
ທ່ານ ວູດ້າຍທັງ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຢືນຢັນວ່າ: ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່ 5 “ຈຸດອຸດຕັນ” ຄືສຳລັບບັນຫາສະພາບລົດຕິດ, ມົນລະພິດຕໍ່ສິ່ງແວດລ້ອມ, ແກ້ໄຂບັນດາບັນຫາກ່ຽວກັບຫຼັກອະນາໄມສະບຽງອາ ຫານ… ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍຈະຍູ້ແຮງບັນດາເນື້ອໃນນຳວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ ແມ່ນກຳລັງໜູນການເຕີບໂຕຂອງ ຮ່າໂນ້ຍ ຢ່າງແທ້ຈິງ”. ດ້ວຍມູນເຊື້ອຂະຫຍັນຂັບເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ນະຄອນ ໂຮ່ຈິມິນ ໃຫ້ຄຳໝັ້ນສັນຍາຈະມີການກະທຳຢ່າງຂ້ຽວຂາດກວ່າເກົ່າ, ມີປະສິດທິຜົນກວ່າເກົ່າ, ເພື່ອປະກອບສ່ວນໃຫ້ເໝາະສົມກັບເປົ້າໝາຍການເຕີບໂຕພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ.
ຄໍາເຫັນ