ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຢ້ຽມຢາມ ສະຫະລັດ ອາຣັບ ເອມີເລດ

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມພາກພື້ນຕາເວັນອອກກາງ

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມພາກພື້ນຕາເວັນອອກກາງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ຕຸລາ ຜ່ານມາທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ

ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງຢ້ຽມຢາມ ສະຫະລັດ ອາຣັບ ເອມີເລດ (UAE),ກາຕາ ແລະ ເຂົ້າຮ່ວມກອງປະຊຸມ ຂໍ້ລິເລີ່ມລົງທຶນອະນາຄົດ ຄັ້ງທີ 8 ຢູ່ ອາຣັບບີ ຊາອຸດິດ ໃນລະຫວ່າງວັນທີ 27 ຕຸລາ ຫາ ວັນທີ 1 ພະຈິກ 2024 ຕາມຄຳເຊື້ອເຊີນຂອງທ່ານ ໂມຮາເໝັດ ບິນ ຊາເຍດ ອັລ ນາຍານ ປະທານາທາບໍດີຂອງ UAE, ທ່ານ ຊີກ ໂມຮາເໝັດ ບິນ ອັບດຸລເຮາະມານ ບິນ ຈາຊິມ ອັລ-ທານີ ນາຍົກລັດຖະມົນຕີ ກາຕາ, ທ່ານ ໂມຮາເໝັດ ບິນ ຊາລມານ ນາຍົກລັດຖະມົນຕີ ອາຣັບບີ ຊາອຸດິດ.

ການຢ້ຽມຢາມຄັ້ງນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ຫວຽດນາມ ຢູ່ UAE ແລະ ກາຕາ ພາຍຫຼັງ 15 ປີ ແລະ ກໍເປັນຄັ້ງທຳອິດທີ່ ນາຍົກລັດຖະມົນຕີ ຫວຽດນາມ ເປັນການນຳຂັ້ນສູງພຽງຜູ້ດຽວ ຂອງ ອາຊີ ກ່າວຄຳເຫັນໃນກອງປະຊຸມ ຂໍ້ລິເລີ່ມລົງທຶນອະນາຄົດ ຄັ້ງທີ 8 ທີ່ຈັດໂດຍ ອາຣັບບີ ຊາອຸດິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ທະ​ນາ​ຄານ​ກາງ​ເອີ​ຣົບ​ອະ​ນຸ​ມັດ​ບຸນ​ກາ​ລີ ​ເປັນ​ສະ​ມາ​ຊິກ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທະ​ນາ​ຄານ​ກາງ​ເອີ​ຣົບ ​ໄດ້​ອະ​ນຸ​ມັດ​ຄຳ​ຮ້ອງ​ຂໍ​ຂອງ​ບຸນ​ກາ​ລີ​​ ໃນ​ການ​ນຳ​ໃຊ້​ເງິນ​ເອີ​ໂຣ, ບຸນ​ກາ​ລີ ​ຈຶ່ງ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ທີ 21 ໃນ​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ.
OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

OECD ​ໃຫ້ຄຳໝັ້ນສັນຍາເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ບັນ​ດາ​ອົງ​ການ​ອື່ນໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD - MCM) ປີ 2025 ໄດ້ປິດລົງໃນວັນທີ 4 ມິຖຸນາ ຜ່ານມາ ພາຍຫຼັງການຈັດກອງປະຊຸມກຸ່ມຢູ່ນະຄອນຫຼວງປາຣີ ຝຣັ່ງ ເປັນເວລາ 2 ວັນ.
5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

5 ພາກ​ສ່ວນ​ຂອງ​ຈີນ​ ຮ່ວມ​ມື​ກັນດຳ​ເນີນ​ກິດ​ຈະ​ກຳ​ສົ່ງ​ເສີມ​ລົດ​ພະ​ລັງ​ງານ​ໃໝ່​

ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະກຳມະການການພັດທະນາ ແລະ ປະຕິຮູບແຫ່ງລັດຈີນ, ກະຊວງກະສິກຳ ແລະ ຊົນນະບົດ, ກະຊວງການຄ້າຈີນ ແລະ ອົງການພະລັງງານແຫ່ງຊາດຈີນໄດ້ອອກແຈ້ງການ ໂດຍຈະຈັດຕັ້ງດຳເນີນກິດຈະກຳສົ່ງເສີມລົດພະລັງງານໃໝ່ລົງສູ່ຊົນນະບົດໃນປີ 2025.
ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ການ​​ປັບ​ປຸງລະບຽບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ​​ຕ້ອງ​ເປີດ​ເສັ້ນທາງ​ໃຫ້​ແກ່​ຂໍ້​ລິ​ເລີ່ມການ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປັບປຸງລະບອບລະບຽບກາກົດໝາຍໃຫ້ສົມບູນແບບ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນກ່ຽວກັບ: ຮ່າງກົດໝາຍຂໍ້ກຳນົດການເຮັດວຽກຂອງຄະນະຊີ້ນຳ; ຮ່າງບົດລາຍງານມອບໝາຍໜ້າທີ່ຂອງບັນດາສະມາຊິກຄະນະຊີ້ນຳ, ຮ່າງໂຄງການປະຕິບັດງານປີ 2025 ຂອງຄະນະຊີ້ນຳ, ບົດລາຍງານກ່ຽວກັບສະພາບການປະກອບຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ 2013, ບົດລາຍງານກ່ຽວກັບສະພາບການ, ໝາກຜົນຂອງການປັບປຸງກົດໝາຍປະຕິບັດການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດໃຫ້ສົມບູນແບບ.
ກ​ອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 ຈະຈັດຂຶ້ນທີ່ນະຄອນ Nice ປະເທດຝຣັ່ງ

ກ​ອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສ​ປ​ຊ ຄັ້ງ​ທີ 3 ຈະຈັດຂຶ້ນທີ່ນະຄອນ Nice ປະເທດຝຣັ່ງ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC3) ຈະຈັດຂຶ້ນໃນລະຫວ່າງວັນທີ 9 – 13 ມິຖຸນາ ນີ້ ຢູ່ນະຄອນ Nice ພາກໃຕ້ປະເທດຝຣັ່ງ. ເປົ້າໝາຍຂອງກອງປະຊຸມແມ່ນເພື່ອບັນລຸຄວາມເປັນເອກະພາບທົ່ວໂລກ ແລະ ລະດົມແຫຼ່ງເງິນຊ່ວຍເຫຼືອໃຫ້ແກ່ວຽກງານອະນຸລັກຮັກສາທະເລ, ໃນສະພາບການຫຼາຍປະເທດຍັງຄົງມີຄວາມບໍ່ລົງລອຍກັນກ່ຽວກັບການຂຸດຄົ້ນທະເລເລິກ, ຂີ້ເຫຍື້ອພຣາສຕິກ ແລະ ການຫາສິນທະເລເກີນຂອບເຂດ.
ຍີ່ປຸ່ນ ມີລາຍຮັບຈາກການເກັບພາສີຂາອອກນັກທ່ອງທ່ຽວບັນລຸ 48.1 ຕື້ເຢນ

ຍີ່ປຸ່ນ ມີລາຍຮັບຈາກການເກັບພາສີຂາອອກນັກທ່ອງທ່ຽວບັນລຸ 48.1 ຕື້ເຢນ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້; ສື່ມວນຊົນຍີ່ປຸ່ນອ້າງອີງຂໍ້ມູນຈາກກະຊວງການເງິນ ລາຍງານວ່າ: ຍີ່ປຸ່ນມີລາຍຮັບຈາກການເກັບພາສີຂາອອກຈາກນັກທ່ອງທ່ຽວ ບັນລຸເຖິງ 48.1 ຕື້ເຢນ ໃນງົບປະມານປີ 2024 ທ່າມກາງຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນຢ່າງວ່ອງໄວ, ໂດຍມີປັດໄຈຈາກສະກຸນເງິນເຢນອ່ອນຄ່າລົງ.
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ມິຖຸນາ ນີ້ວ່າ: ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ ໃນວັນທີ 3 ມິຖຸນາ ຜ່ານມານີ້, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ສະໜັບສະ ໜູນລົງເລິກການຮ່ວມມືດ້ານການເງິນ ແລະ ການທະນາຄານດ້ວຍການເຄື່ອນໄຫວຕົວຈິງ, ລວມທັງຊຸກຍູ້ການສ້າງຕັ້ງທະນາຄານພັດທະນາອົງການຮ່ວມມືຊຽງໄຮ້, ສ້າງຕັ້ງເຄືອຂ່າຍຄັງສະໝອງການເງິນ ແລະ ການທະນາຄານຂອງອົງການຮ່ວມມືຊຽງໄຮ້ ແລະ ອື່ນໆ.
ກອງປະຊຸມລັດຖະບານຫວຽດນາມ ປະຈຳເດືອນພຶດສະພາ

ກອງປະຊຸມລັດຖະບານຫວຽດນາມ ປະຈຳເດືອນພຶດສະພາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນພຶດສະພາ.
ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ທ່ານປະ​ທານ ​ສີ​ຈິ້ນ​ຜິງໃສ່​ໃຈປູກ​ຈິດ​ສຳ​ນຶກ​​ໃຫ້​ລູ​ກ​ຫຼານ

ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ ​ໄດ້​ເອົາ​ໃຈ​ໃສ່​ຕໍ່ສຸ​ຂະ​ພາບ​ແລະ​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ມາ​ໂດຍ​ຕະ​ຫຼອດເພິ່ນ​ໄດ້​ປູກ​ຈິດ​ສຳ​ນຶກ​ຕ່າງໆ​ທີ່​ປຽບ​ເໝືອນ​ເມັດ​ພັນ​ນ້ອຍໆ​ແຕກ​ໜໍ່​ຈໍ່​ແໜງ​ຢູ່​ໃນ​ຈິດ​ໃຈ​ຂອງ​ເດັກ​ນ້ອຍ​ທັງ​ຫຼາຍ.
ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ເຮັດໃຫ້ນັກຄົ້ນຄວ້າວິທະຍາສາດສຸມໃສ່ວຽກງານຄົ້ນຄວ້າຢ່າງເຕັມທີ່

ວັນທີ 30 ພຶດສະພາ ແມ່ນວັນພະນັກງານວິທະຍາສາດເຕັກໂນໂລຊີແຫ່ງຊາດຈີນຄົບຮອບ 9 ປີ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເອົາໃຈໃສ່ຕໍ່ພະນັກງານວິທະຍາສາດເຕັກໂນໂລຊີມາໂດຍຕະຫຼາດ, ຖືພວກເຂົາເປັນ “ກຳລັງຫຼັກແຫຼ່ງແຫ່ງການຊຸກຍູ້ຂະບວນການສ້າງຄວາມທັນສະໄໝແບບຈີນ” ແລະ ເປັນ “ຜູ້ແບກ ຫາບໜ້າທີ່ສຳຄັນຂອງການສ້າງສາປະເທດຊາດໃຫ້ເຂັ້ມແຂງດ້ວຍວິທະຍາສາດເຕັກໂນໂລຊີ”.
ເພີ່ມເຕີມ