ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງມາເລເຊຍ

ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງມາເລເຊຍ

ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງເຖິງມາເລເຊຍ
ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2025, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ນະຄອນຫຼວງກົວລາລໍາເປີ ເພື່ອຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 25-27 ພຶດສະພາ 2025.

ພິທີຕ້ອນຮັບທີ່ສະໜາມບິນ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ ອີວອນ ເບເນດິກ (Ewon Benedick) ລັດຖະມົນຕີກະຊວງພັດທະນາວິສາຫະກິດ ແລະ ການຮ່ວມມືຂອງມາເລເຊຍ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ຈໍານວນໜຶ່ງ.

ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ. ພ້ອມນີ້, ໃນໄລຍະເຂົ້າຮ່ວມກອງປະຊຸມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ຈາກບັນດາປະເທດເພື່ອນມິດ ຈໍານວນໜຶ່ງ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍການເປັນປະທານຂອງ ມາເລເຊຍ ພາຍໃຕ້ຄຳຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໃນວັນທີ 26 ພຶດສະພານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ; ພ້ອມນີ້,
ນາຍົກລັດຖະມົນຕີລາວ - ຫວຽດນາມ - ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

ນາຍົກລັດຖະມົນຕີລາວ - ຫວຽດນາມ - ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍ

ໃນຕອນເຊົ້າຂອງວັນທີ 26 ພຶດສະພານີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ; ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບທ່ານ ຟ້າມມິງຈິງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນມາເນດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍຫວຽດນາມ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 46ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໃນລະຫວ່າງວັນທີ 26-27 ພຶດສະພາ 2025.
ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ

ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ

ພິທີລະນຶກ ວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ ໃນຕອນເຊົ້າຂອງວັນທີ 20 ພຶດສະພາ ນີ້ ຢູ່ທີ່ສໍານັກງານສູນກາງພັກ (ຫສພ), ຄະນະບໍລິຫານງານສູນກາງພັກ ໄດ້ຈັດຕັ້ງການລະນຶກວັນເກີດ ຂອງ ປະທານ ໂຮ່ຈິມິນ ຄົບຮອບ 135 ປີ (19/5/1890-19/5/2025); ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ບັນດາສະຫາຍກຳມະການສົມບູນສູນກາງພັກ, ກຳມະການສຳຮອງສູນກາງພັກ.
ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ພຶດສະພາ ນີ້ ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ກຳປູເຈຍ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ດິດ ທີນ່າ ລັດຖະມົນຕີ ກະຊວງ ກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 2 ພຶດສະພານີ້ ທີ່ ສຳນັກງານນາຍົກລັດຖະມົນຕີ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກງານຢູ່ ສປປ ລາວ ໃນລະຫວ່າງ ວັນທີ 30 ເມສາ ຫາ 3 ພຶດສະພານີ້.
ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພົບປະ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ພົບປະ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຕອນບ່າຍຂອງວັນທີ 29 ເມສານີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເດີນທາງໄປຍັງ ນະຄອນໂຮ່ຈິມິນ ເພີ່ມກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສາ 2025 ນີ້, ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບສະຫາຍ ໂຕ ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີເປີດການນໍາໃຊ້ ທ່າທຽບເຮືອເລກ 3 ທີ່ ສສ ຫວຽດນາມ

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິ້ງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ
ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ  (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ການຮ່ວມມື ທີ່ເປັນຮູບປະທໍາ ລາວ-ຈີນ ນັບມື້ນໍາຜົນປະໂຫຍດມາສູ່ສອງຊາດ (ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 64 ປີ)

ສາຍພົວພັນທີ່ເປັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຈີນ ແມ່ນມີມາແຕ່ບູຮານນະການ ຍ້ອນສອງປະເທດເຮົາ ເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ມີຊາຍແດນ, ສາຍພູ ແລະ ສາຍນ້ຳຕິດຈອດກັນ. ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດຈີນ ໄດ້ສ້າງຕັ້ງສາຍພົວພັນໂດຍກົງນໍາກັນ ໃນປີ 1959, ຕໍ່ມາສອງປະເທດລາວ ແລະ ຈີນ

ເພີ່ມເຕີມ