ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ການພັດທະນາເມືອງເມິງ

ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ການພັດທະນາເມືອງເມິງ
ພາຍຫຼັງສໍາເລັດການໂອ້ລົມ ພະນັກງານຫຼັກແຫຼ່ງແຂວງບໍ່ແກ້ວ, ໃນຕອນບ່າຍ ວັນທີ 6 ກຸມພາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ຕໍ່ການນຳເມືອງເມິງ ແຂວງບໍ່ແກ້ວ ແລະ ພະນັກງານ ຟາມລ້ຽງງົວ ຂອງບໍລິສັດ ດວງຈະເລີນ ອຸດສາຫະກຳ ແລະ ກະສິກຳອິນຊີ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຢູ່ຫ້ອງການພາກສະໜາມ ຂອງຟາມລ້ຽງງົວດັ່ງກ່າວ ທີ່ເຂດບ້ານນໍ້າຍູ້ ເມືອງເມິງ; ມີທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ນຳພາຄະນະຮ່ວມເຄື່ອນໄຫວເຮັດວຽກ ໂດຍມີທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງໆເມິງ ນຳພາຄະນະນຳຂອງເມືອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ ການພົບປະໂອ້ລົມ. 
ໃນໂອກາດນີ້, ທ່ານ ວັນນາ ຄໍາສີປະເສີດ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະ 1 ປີຜ່ານມາ ໂດຍຫຍໍ້ ຊຶ່ງອັນພົ້ນເດັ່ນ ເຫັນວ່າ ທົ່ວເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວໃນລະດັບ 3,8%, ການເກັບລາຍຮັບເຂົ້າງົບປະມານໄດ້ 1.696 ຕື້ກີບ ເທົ່າກັບ 129% ຂອງແຜນການ, ທົົ່ວເມືອງມີບ້ານທັງໝົດ 28 ບ້ານ, ມີບ້ານພົ້ນທຸກ 18 ບ້ານ ກວມ 64,29%, ມີຄອບຄົວພົ້ນທຸກ 1.889 ຄອບຄົວ ກວມ 65,54%, ມີບ້ານພັດທະນາ 14 ບ້ານ, ປະຊາຊົນໄດ້ຊົມໃຊ້ໄຟຟ້າກວມ 95,75% ຂອງຄົວເຮືອນ, ໄດ້ຊົມໃຊ້ນໍ້າສະອາດກວມ 95,1%, ອັດຕາການຊົມໃຊ້ວິດຖ່າຍ ໃນຄົວເຮືອນກວມ 88,48%, ມີບ້ານສາທາລະນະສຸກແບບຢ່າງກວມ 100%.
 ຫຼັງຈາກນັ້ນ, ທ່ານ ຄໍາຜາຍ ສີລາຊາ ປະທານ ກຸ່ມບໍລິສັດດວງຈະເລີນ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໃນນາມຜູ້ພັດທະນາໂຄງການປູກຟັງ-ລ້ຽງສັດ ຢູ່ເມືອງເມິງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການພັດທະນາໂຄງການດັ່ງກ່າວ ເຫັນວ່າ ໄດ້ສໍາປະທານເນື້ອທີ່ດິນ ເພື່ອປູກຝັງ ແລະ ລ້ຽງສັດ ຈໍານວນ 1.640 ເຮັກຕາ ແລະ ເລີ່ມປະຕິບັດໂຄງການ ໃນປີ 2021, ປັດຈຸບັນ ສໍາເລັດການບຸກເບີກເນື້ອທີ່ຈໍານວນ 500 ເຮັກຕາ, ມີຄອກສັດ 10 ຫຼັງ, ມີເຮືອນນອນ 3 ຫຼັງ, ມີສາງເກັບມ້ຽນຫົວອາຫານ ແລະ ເຮືອນໝັກຫຍ້າ 3 ຫຼັງ, ໄດ້ລ້ຽງງົວສາຍພັນແອັງກາດ-ວາກີວ 450 ໂຕ, ສາຍພັນບຣາມັນ 370 ໂຕ, ສາຍພັນລູກປະສົມບຣາມັນ 800 ໂຕ, ສາຍພັນງົວລາດພື້ນເມືອງລາວ 2.000 ໂຕ ລວມທັງໝົດ 3.620 ໂຕ. ໄລຍະຜ່ານມາ ສາມາດຈໍາໜ່າຍງົວອອກຈາກຟາມໄດ້ 1.000 ກວ່າໂຕ ໂດຍໄດ້ຂາຍຢູ່ພາຍໃນປະເທດ, ສ່ວນຕ່າງປະເທດ ແມ່ນໄດ້ສົ່ງອອກໄປ ສປ ຈີນ, ສສ ຫວຽດນາມ ແລະ ຣາຊະອານາຈັກໄທ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດ ມີຄຳເຫັນພົບປະໂອ້ລົມ ຕໍ່ການນຳຂອງເມືອງເມິງ ແລະ ຜູ້ເຂົ້າຮ່ວມ ໂດຍໄດ້ນຳເອົາຄຳຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ, ຄວາມເຊື່ອໝັ້ນຂອງສູນກາງພັກ ແລະ ລັດຖະບານ ມາສູ່ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງເມິງ. ພ້ອມທັງ ຊົມເຊີຍ ຕໍ່ຜົນສຳເລັດ ທີ່ອົງການປົກຄອງເມືອງເມິງ ແລະ ພາກສ່ວນກ່ຽວຂ້ອງ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ການນຳເມືອງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈ ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາວຽກງານຮອບດ້ານຂອງເມືອງ; ຄົ້ນຄວ້າ ແລະ ນຳໃຊ້ທ່າແຮງຂອງທ້ອງຖິ່ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ເກີດປະໂຫຍດສູງສຸດ; ຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ແລະ ສົ່ງຂາຍເປັນສິນຄ້າ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ ໃຫ້ນັບມື້ນັບຫຼາຍຂຶ້ນ; ພ້ອມກັນປະຕິບັດບັນດາມາດຕະການປະຢັດມັດທະຍັດ ໃຫ້ມີການຫັນປ່ຽນດີຂຶ້ນ. ນອກນັ້ນ, ໄດ້ສະເໜີບໍລິສັດ ຜູ້ພັດທະນາໂຄງການປູກຝັງ-ລ້ຽງສັດ ໂດຍສະເພາະ ຟາມລ້ຽງງົວ ສ້າງເງື່ອນໄຂ ໃຫ້ປະຊາຊົນທ້ອງຖິ່ນ ມີສ່ວນຮ່ວມ ໃນການພັດທະນາໂຄງການ ເພື່ອໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳ, ມີລາຍຮັບ, ທັງກາຍເປັນຕົວແບບໃຫ້ປະຊາຊົນສາມາດຖອດຖອນໄດ້ບົດຮຽນ, ຄວາມຮູ້ທາງດ້ານເຕັກນິກຕ່າງໆ ໃນການປູກຝັງ-ລ້ຽງສັດ ຈາກໂຄງການ ເພື່ອໃຫ້ສາມາດນຳໄປໝູນໃຊ້ຕົວຈິງ ເຂົ້າໃນຄອບຄົວຂອງເຂົາເຈົ້າ; ຄຽງຄູ່ກັບການປູກ-ການລ້ຽງ ໃຫ້ຄົ້ນຄວ້າຫັນເປັນອຸດສາຫະກຳ ໂດຍສະເພາະ ການປຸງແຕ່ງ ເພື່ອໃຫ້ມີຫຼາຍຜະລິດຕະພັນ, ທັງເປັນການສ້າງມູນຄ່າເພີ່ມ, ສ້າງຕຳແໜ່ງງານ ໃຫ້ແຮງງານຢູ່ທ້ອງຖິ່ນ ມີວຽກເຮັດງານທຳຫຼາຍຂຶ້ນ; ເອົາໃຈໃສ່ຕໍ່ວຽກງານດ້ານສິ່ງແວດລ້ອມ ໂດຍສະເພາະ ໃຫ້ຫຼີກລ່ຽງບັນຫາສິ່ງແວດລ້ອມ ທີ່ຈະກະທົບຕໍ່ຊຸມຊົນ ຫຼື ມີຜົນກະທົບທີ່ບໍ່ດີ ຕໍ່ແຫຼ່ງນໍ້າ ແລະ ສັງຄົມ; ຄົ້ນຄວ້າ ແລະ ຄັດເລືອກສາຍພັນງົວ ທີ່ມີຄວາມແຂງແຮງ, ທົນທານຕໍ່ສະພາບແວດລ້ອມ ຂອງເຂດທີ່ລ້ຽງຕົວຈິງ; ສືບຕໍ່ພັດທະນາໂຄງລ່າງພື້ນຖານເຂົ້າຫາໂຄງການ ໃຫ້ໄປມາສະດວກ ເພື່ອປະກອບ ສ່ວນເຮັດໃຫ້ປະຊາຊົນທ້ອງຖິ່ນ ໄດ້ຊົມໃຊ້ນຳ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ມອບງົບປະມານ ໃຫ້ເມືອງຈຳນວນໜຶ່ງ ເພື່ອເປັນທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງເມືອງ. ພ້ອມທັງ ມອບເຄື່ອງນຸ່ງຫົ່ມກັນໜາວ, ອຸປະກອນການຮຽນ ແລະ ອຸປະກອນກິລາ ອີກຈຳນວນໜຶ່ງ ໃຫ້ອົງການປົກຄອງເມືອງເມິງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ແລະ ນັກຮຽນ ຜູ້ທີ່ທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ