ນາຍົກລັດຖະມົນຕີ ຊີ້ນຳການນຳແຂວງອັດຕະປື ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ

ນາຍົກລັດຖະມົນຕີ ຊີ້ນຳການນຳແຂວງອັດຕະປື ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ
ໃນວັນທີ 9 ພະຈິກ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕໍ່ການນຳຫຼັກແຫຼ່ງແຂວງອັດຕະປື ທີ່ນຳໂດຍທ່ານ ພົນຕີວັນທອງ ກອງມະນີວ່າການເຈົ້າແຂວງອັດຕະປື ເຂົ້າຮ່ວມຮັບຟັງການໂອ້ລົມ.
ໃນໂອກາດນີ້, ທ່ານວ່າການເຈົ້າແຂວງ ໄດ້ລາຍງານໃຫ້ຊາບກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງໆພາຍໃນແຂວງຊຶ່ງອັນພົ້ນເດັ່ນເຫັນວ່າ: ແຂວງສາມາດຂະຫຍາຍຫົວໜ່ວຍທຸລະກິດເຂົ້າດ້ວຍລະບົບແທັກຣິສ (TaxRis)ໄດ້ 625 ຫົວໜ່ວຍເທົ່າກັບ 100%,ການຄຸ້ມຄອງຫົວໜ່ວຍເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແມ່ນໄດ້ສ້າງບົດບັນທຶກຮັບຮອງເຂົ້າລະບົບອາກອນມູນຄ່າເພີ່ມສໍາເລັດແລ້ວ 100% ຂອງຫົວໜ່ວຍທັງໝົດ; ການຈັດເກັບລາຍຮັບ ປະຕິບັດໄດ້ 620 ກວ່າຕື້ກີບ ເທົ່າກັບ112,85% ຂອງແຜນການປີ; ປະຕິບັດແຜນລາຍຈ່າຍໄດ້ເກືອບ 350 ຕື້ກີບ ເທົ່າກັບ 77% ຂອງແຜນການ; ໄດ້ປະຕິບັດມາດຕະການປະຢັດແລະ ຕ້ານການຟຸ່ມເຟືອຍ ໂດຍສະເພາະການຄຸ້ມຄອງ, ການຖອນ ແລະ ປະກອບລົດບໍລິຫານຂອງລັດແມ່ນມີຄວາມຄືບໜ້າດີ ຊຶ່ງຄາດວ່າຈະສຳເລັດພາຍໃນປີ 2023; ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ສໍາເລັດ 76% ຂອງແຜນການປີ; ການຂົນຂວາຍການລົງທຶນ ໄດ້ອະນຸມັດ 9 ໂຄງການ (ແຂວງອະນຸມັດ 7 ໂຄງການ ແລະ ສູນກາງອະນຸມັດ 2 ໂຄງການ) ມູນຄ່າການລົງທຶນ 555.000 ໂດລາ ແລະ 43,72 ຕື້ກີບ. ຂະແໜງການກ່ຽວຂ້ອງ ໄດ້ລົງກວດກາຄຸ້ມຄອງລາຄາສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຕາມທ້ອງຕະຫຼາດ ຢ່າງເປັນປົກກະຕິ ຊຶ່ງໂດຍລວມແມ່ນສາມາດຄຸ້ມຄອງໄດ້ໂດຍພື້ນຖານ; ໄດ້ເອົາໃຈໃສ່ຄຸ້ມຄອງຮ້ານແລກປ່ຽນເງິນຕາ ໂດຍລົງເກັບກໍາບັນດາຕົວແທນຮ້ານຮັບ-ໂອນ ເງິນດ່ວນ, ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຈາກທະນາຄານທຸລະກິດ ລວມ 7 ຮ້ານ  ໄດ້ເຊັນບົດບັນທຶກ ແລະ ສຶກສາອົບຮົມຮ້ານບໍລິການຝາກ, ໂອນ, ຖອນ ຫ້າມບໍ່ໃຫ້ເຄື່ອນໄຫວແລກປ່ຽນເງິນຕາ ຈຳນວນ 10 ຮ້ານ.
    ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນເຈາະຈີ້ມ ແລະ ໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ, ພ້ອມທັງ ໂອ້ລົມຕໍ່ຜູ້ເຂົ້າກອງປະຊຸມຄັ້ງນີ້ຊຶ່ງໄດ້ຍົກເຫັນເຫັນສະພາບການພົ້ນເດັ່ນ ໃນການເຄື່ອນໄຫວວຽກງານ ຂອງສູນກາງພັກ ແລະ ລັດຖະບານ ກໍຄືອົງການປົກຄອງທຸກຂັ້ນ ທີ່ໄດ້ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ໃນໄລຍະຜ່ານມາ ກໍຄືປັດຈຸບັນ, ລວມທັງ ບົດຮຽນ ແລະ ມູນເຊື້ອປະຫວັດສາດອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ,ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ອັນສຳຄັນ, ທ່ານໄດ້ໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງຂອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ທຸກຊັ້ນຄົນໃນສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ລວມທັງຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ສືບຕໍ່ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ 19/ກມສພ ວາງອອກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ກໍຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະພູດຂອງສູນກາງ ໃຫ້ບັນລຸຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້; ເຄັ່ງຄັດຄຸ້ມຄອງບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ, ລວມທັງການຊໍາລະສະສາງສິນຄ້າທີ່ສົ່ງອອກ ໃຫ້ຜ່ານລະບົບທະນາຄານ; ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ໂດຍສະເພາະ ສິນຄ້າຟູມເຟືອຍ, ສິນຄ້າທີ່ສາມາດຜະລິດເອງໄດ້ ໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ແລະ ກາຍເປັນຄ່ານິຍົມໃໝ່ເທື່ອລະກ້າວ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ) ເພື່ອສະໜອງຮັບໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ເປັນຂະບວນການກວ້າງຂວາງ, ນຳໃຊ້ເຕັກນິກວິທະຍາສາດຍົກສະມັດຖະພາບ ແລະ ມີຕະຫຼາດຮອງຮັບຄັກແນ່; ເຄັ່ງຄັດການຄຸ້ມຄອງ ແລະ ຕິດຕາມກວດກາ ການແລກປ່ຽນເງິນຕາ ທີ່ຜິດຕໍ່ລະບຽບກົດໝາຍ; ຕິດຕາມກວດກາ ການປະຕິບັດພັນທະ ແລະ ການພັດທະນາ ຂອງບັນດາໂຄງການລົງທຶນ ແລະ ຫົວໜ່ວຍທຸລະກິດຕ່າງໆ ໂດຍມີການລາຍງານ ແລະ ສະເໜີມາດຕະການ ຕໍ່ໂຄງການທີ່ບໍ່ມີການເຄື່ອນໄຫວ ຫຼື ເຄື່ອນໄຫວ ແຕ່ບໍ່ມີປະສິດທິຜົນ; ກຳນົດແຈ້ງ ກ່ຽວກັບແຜນໂຄງການລົງທຶນຂອງລັດ ປີ 2024 ຊຶ່ງການກໍານົດໂຄງການ ແມ່ນໃຫ້ມີການຈັດລຽງບູລິມະສິດ ບົນພື້ນຖານຄວາມສາມາດທາງດ້ານງົບປະມານຕົວຈິງ; ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນ, ມີສະຖານທີ່ ແລະ ກິດຈະກຳທີ່ຫຼາກຫຼາຍ, ມີການບໍລິການທີ່ດີ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ ໄປຄຽງຄູ່ກັບການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ພົວພັນຮ່ວມມືກັບປະເທດໃກ້ຄຽງ ໂດຍສະເພາະບັນດາແຂວງຊາຍແດນ ແລະ ແຂວງທີ່ມີທ່າແຮງ ເພື່ອຍາດແຍ່ງເອົາການຮ່ວມມືແລະ ຊ່ວຍເຫຼືອ ມາພັດທະນາທ້ອງຖິ່ນຂອງຕົນໃຫ້ຫຼາຍຂຶ້ນ. ນອກນັ້ນ ໃຫ້ພ້ອມກັນກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະການກະກຽມດ້ານເນື້ອໃນ, ບຸກຄະລາກອນ, ຂະບວນການ ແລະ ອື່ນໆ ໃຫ້ຄົບຖ້ວນສົມບູນ, ເປັນຂະບວນການ,ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ