ນາຍົກລັດຖະມົນຕີ ຊີ້ນໍາແຂວງເຊກອງສ້າງການຜະລິດ-ບໍລິການໃຫ້ເຂັ້ມແຂງ ແລະ ຍືນຍົງ

ນາຍົກລັດຖະມົນຕີ ຊີ້ນໍາແຂວງເຊກອງສ້າງການຜະລິດ-ບໍລິການໃຫ້ເຂັ້ມແຂງ ແລະ ຍືນຍົງ
ໃນໂອກາດໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃນວັນທີ 4 ເມສາຜ່ານມາ; ທ່ານ ສອນໄຊ ສີພັນດອນ ນາຍົກລັດທະມົນຕີແຫ່ງ ໄດ້ເນັ້ນໃຫ້ແຂວງເຊກອງ ເສີມຂະຫຍາຍທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງການຜະລິດ, ບໍລິການໃຫ້ເຂັ້ມແຂງ ແລະ ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ; ສົ່ງເສີມ ແລະ ພັດທະນາວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ; ດໍາເນີນການປັບປຸງ ແລະ ສ້າງສະພາບຄ່ອງໃຫ້ແກ່ງົບປະມານ; ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ; ພັດທະນາພື້ນຖານໂຄງລ່າງ, ລະບົບສາທາລະນຸປະໂພກ ແລະ ການຈັດສັນອາຊີບຂອງປະຊາຊົນຢູ່ຊົນນະບົດ ຕິດພັນກັບການປົກປັກຮັກສາ ແລະ ແກ້ໄຂບັນຫາດ້ານສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ພ້ອມນີ້, ກໍສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອໍານາດລັດແຕ່ລະຂັ້ນໃຫ້ເຂັ້ມແຂງ, ມີປະສິດທິພາບ, ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ. ກົງຈັກບໍ່ໃຫຍ່ໂຕ, ກະທັດລັດ, ເປັນລະບົບເຊື່ອມກັນດ້ວຍອຸປະກອນທີ່ທັນສະໄໝ ຄຽງຄູ່ກັບການຫຼຸດຈໍານວນລັດຖະກອນໜ້ອຍລົງ ແຕ່ມີຄຸນນະພາບເພີ່ມຂຶ້ນ, ໃຊ້ຈ່າຍປະຢັດ, ເຄື່ອນໄຫວຕາມກົດໝາຍຢ່າງມີປະສິດທິພາບ; ປັບປຸງກົນໄກຄຸ້ມຄອງໃຫ້ເປັນລະບົບເອກະພາບ ແລະ ເຂັ້ມແຂງ ຄຽງຄູ່ກັບການຮັບປະກັນແບບແຜນໃຫ້ປະຊາຊົນໄດ້ຮູ້, ໄດ້ປຶກສາຫາລື ແລະ ໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດ ບົນຈິດໃຈຮັບປະກັນທາດແທ້ຂອງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຍ່າງແທ້ຈິງ; ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ; ພັດທະນາຄົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາທ້ອງຖິ່ນໃນໄລຍະໃໝ່, ຍົກລະດັບການປະຕິບັດສິດເປັນເຈົ້າອັນແທ້ຈິງຂອງປະຊາຊົນ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິກໍາ, ການບັງຄັບໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ເປັນທໍາ; ສະກັດກັ້ນການສວຍໃຊ້ສິດອໍານາດຈາກເຈົ້າໜ້າທີ່ລັດທຸກຂັ້ນ; ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ, ຂອງທ້ອງຖິ່ນ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ; ສືບຕໍ່ດໍາເນີນການແກ້ໄຂຄວາມທຸກຍາກຢ່າງເປັນລະບົບ ຕິດພັນກັບການຈັດສັນພູມລຳເນົາ, ສ້າງອາຊີບຄົງທີ່ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອຮັບປະກັນຜົນປະໂຫຍດຂອງຜູ້ອອກແຮງງານລາວ; ປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດລັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ບັນຫາອາດຊະຍາກໍາຕ່າງໆໃຫ້ທັນການ, ສ້າງຕາໜ່າງປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ແລະ ຂະແໜງການຕ່າງໆໃຫ້ກວ້າງຂວາງ ເພື່ອຮັບປະກັນໃຫ້ແຂວງ ແລະ ຮາກຖານມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພໃນສັງຄົມ, ເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ; ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ເພື່ອຕອບສະໜອງການຜັນຂະຫຍາຍແນວທາງຂອງພັກ ໃນການເຕົ້າໂຮມກໍາລັງແຮງສັງລວມ ເພື່ອພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການເຂົ້າຮ່ວມສ້າງສາ ແລະ ພັດທະນາປະເທດຊາດ-ທ້ອງຖິ່ນແຂວງເຊກອງໃຫ້ເປັນຂະບວນຟົດຟື້ນ, ແຂງແຮງ ແລະ ຕໍ່ເນື່ອງ; ເພີ່ມທະວີການປັບປຸງກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນໍາພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງພັກທຸກຂັ້ນ, ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ, ປະຕິບັດແຜນກໍານົດພະນັກງານຢ່າງເປັນລະບົບ, ປັບປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ. ທັງນີ້, ກໍເພື່ອສ້າງຄວາມເຊື່ອໝັ້ນໄວ້ວາງໃຈຂອງປະຊາຊົນ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕາມຈຸດໝາຍປາຍທາງທີ່ໄດ້ກໍານົດໄວ້.
 (ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ