ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງໄຊຍະບູລີ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງໄຊຍະບູລີ
ໃນວັນທີ 16 ພະຈິກ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ທີມງານຈາກສູນກາງ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມຕໍ່ການນໍາຂັ້ນແຂວງໄຊຍະບູລີ ຊຶ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ. 
ກ່ອນອື່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 10 ເດືອນຜ່ານມາ ແລະ ທິດທາງແຜນວຽກຈຸດສຸມທ້າຍປີ 2023 ພ້ອມແຜນການປີ 2024 ໂດຍສັງເຂບ  ຕະຫຼອດໄລຍະຜ່ານມາເຖິງແມ່ນວ່າສະພາບລວມຂອງປະເທດ ກໍຄືແຂວງໄຊຍະບູລີ ໄດ້ພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະສົມມາຫຼາຍປີ ແລະ ກຳລັງປະເຊີນກັບອັດຕາແລກປ່ຽນມີການເໜັງຕີງແຮງ, ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນສູງ ບວກກັບໄພທຳມະຊາດ ນໍ້າຖ້ວມ-ແຫ້ງແລ້ງ, ການລະບາດພະຍາດໄຂ້ຍຸງລາຍ ແລະ ບັນຫາປະກົດການຫຍໍ້ທໍ້ດ້ານຕ່າງໆ ທີ່ເກີດຂຶ້ນໃນສັງຄົມ. ອັນໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ຂອງສະມາຊິກພັກ-ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ. ແຕ່ພາຍໃຕ້ການຊີ້ນໍາ-ນຳພາ ຂອງພັກ ແລະ ລັດຖະບານ, ດ້ວຍຄວາມຮັບຜິດຊອບຢ່າງເປັນເຈົ້າການຂອງຄະນະພັກ-ອົງການປົກຄອງແຂວງ, ບວກກັບການປະກອບສ່ວນຢ່າງຕັ້ງໜ້າຂອງຜູ້ປະກອບການພາຍໃນ-ຕ່າງປະເທດ ແລະ ຄວາມບຸກບືນ-ຕື່ນຕົວ ຂອງປະຊາຊົນບັນດາເຜົ່າພວກເຮົາສາມາດຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ, ສິ່ງທີ່ເປັນພື້ນຖານສໍາຄັນແມ່ນແຂວງພວກເຮົາ ຍັງສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ-ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ຄາດຄະເນເສດຖະກິດຂອງແຂວງຈະຂະຫຍາຍຕົວຢູ່ໃນລະດັບ 5% ແລະ ລວມຍອດຜະລິດຕະພັນພາຍໃນ 14.963 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.081 ໂດລາ ຫຼື 35,38 ລ້ານກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນເລັກນ້ອຍ. ໃນນີ້: ກະສິກໍາຄາດວ່າຈະຂະຫຍາຍຕົວ 3% ກວມ 26%; ອຸດສາຫະກໍາຄາດວ່າຈະຂະຫຍາຍຕົວ 8,7% ກວມ 38%; ການບໍລິການຄາດວ່າຈະຂະຫຍາຍຕົວ 3,7% ກວມ 36% ຂອງລວມຍອດຜະລິດຕະພັນ. ໄລຍະ 10 ເດືອນຜ່ານມາ ເກັບລາຍຮັບເຂົ້າງົບປະມານ ໄດ້ທັງໜົດ 1.464 ຕື້ກີບ, ເທົ່າກັບ 97% ຂອງແຜນການປີ, ໃນນີ້; ພູດສູນກາງ ປະຕິບັດໄດ້ 909 ຕື້ກີບ, ກວມ 90%, ລາຍຮັບພາຍໃນ ປະຕິບັດໄດ້ 555ຕື້ກີບ, ເທົ່າກັບ 110%, ລື່ນແຜນການປີ 10%, ຄາດຄະເນໝົດປີ ຈະລື່ນແຜນ 25%, ມູນຄ່າ 127 ຕື້ກີບ,ດ້ານລາຍຈ່າຍ ປະຕິບັດໄດ້ 485 ຕື້ກີບ, ເທົ່າກັບ 82% ຂອງແຜນການປີ.ເຖິງແມ່ນວ່າພວກເຮົາໄດ້ສຸມໃສການພັດທະນາຫຼາຍດ້ານແລ້ວກໍຕາມ ແຕ່ຜ່ານການປະເມີນ ສະພາບພັດທະນາ ຄອບຄົວ, ບ້ານ ແລະ ເມືອງ ຕາມມາດຕະຖານດໍາລັດ 348/ລບ ແລ້ວ ຍັງເຫັນວ່າໃນແຂວງຂອງພວກເຮົາ ຍັງມີຄອບຄົວບໍ່ພົ້ນທຸກ 29.091 ຄອບຄົວ, ເທົ່າກັບ 36,28% ຂອງຄອບຄົວທັງໝົດ, ມີບ້ານບໍ່ພົ້ນທຸກ 115 ບ້ານ, ກວມເອົາ 26,74% ແລະ ຍັງມີເມືອງທຸກຍາກ 3 ເມືອງ (ເມືອງໄຊຍະບູລີ, ໄຊສະຖານ ແລະ ເມືອງຊຽງຮ່ອນ). ຖ້າທຽບໃສ່ສະໄໝຜ່ານມາເຫັນໄດ້ວ່າ ການພັດທະນາໃນດ້ານຕ່າງໆ ໃນຂັ້ນ ຄອບຄົວ, ຂັ້ນບ້ານ ແລະ ຂັ້ນເມືອງ ມີການຂະຫຍາຍຕົວດີຂຶ້ນ ແຕ່ການປະເມີນໃນຊຸດນີ້ ລັດຖະບານ ໄດ້ປັບປຸງບັນດາມາດຖານເງື່ອນໄຂ ປະເມີນດ້ານຕ່າງໆສູງຂຶ້ນ ຈຶ່ງເຮັດໃຫ້ຜົນການປະເມີນຍັງມີອັດຕາສ່ວນບໍ່ທັນພົ້ນທຸກ ເປັນຈຳນວນຫຼາຍ.    ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ:ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ໄດ້ປະຕິບັດ 6 ຄາດໝາຍສູ້ຊົນ ໃນນີ້ໄດ້ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບັນລຸ 5% ຕໍ່ປີ ປະຈຸບັນໄດ້ 4,9%; ສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດທີ່ສໍາເລັດ 100% ແຕ່ປີ 2015 ຄືນຫຼັງຈໍານວນ 110 ໂຄງການ ມູນຄ່າ 289 ຕື້ກີບ ໃຫ້ຫຼຸດລົງຜ່ານການຈັດຕັ້ງປະຕິບັດຕົວຈິງຮອດ 6 ເດືອນຕົ້ນປີ 2023 ແກ້ໄຂໜີ້ໄດ້ 166 ຕື້ກີບ ເກີນແຜນຄາດໝາຍ 90%, ໄດ້ສູ້ຊົນໃຫ້ຈັດເກັບງົບປະມານຂອງແຜນການປີ, ສູ້ຊົນສ້າງຖານລາຍຮັບໃໝ່ ໄດ້ເພີ່ມຂຶ້ນຈາກປີ 2021 ຫາ 2022 ເປັນມູນຄ່າ 151 ຕື້ກີບ ເທົ່າກັບ 1,2% ຂອງ GDP ແລະ ສູ້ຊົນຫຼຸດໜີ້ NPL ຂອງບັນດາສາຂາທະນາຄານທຸລະກິດ ແລະສະຖາບັນການເງິນໃຫ້ຢູ່ໃນລະດັບບໍ່ເກີນ 3% ແລະ ອີກ  1 ຄາດໝາຍ ຄາດວ່າຈະບໍ່ບັນລຸໄດ້ ກ່ຽວກັບການຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະຫວ່າງ 2% ຫາ 5% ແຕ່ຕົວຈິງເດືອນ 6 ປີ 2023 ນີ້ ເງິນເຟີ້ຢູ່ໃນລະດັບ 31,89%, ບັນຫາດັ່ງກ່າວເປັນບັນຫາລວມຂອງທົ່ວປະເທດພວກເຮົາ.ການແກ້ໄຂບັນຫາຢາເສບຕິດ: ໄດ້ສຸມໃສ່ 6 ໜ້າວຽກຈຸດສຸມ ຄື: ໄດ້ໂຄສະນາເຜີແຜ່ເຊື່ອມຊຶມ ກົດໝາຍ, ນິຕິກຳ ໃຫ້ພະນັງານ, ທະຫານ, ຕໍາຫຼວດ, ນັກຮຽນ-ນັກສຶກສາ ຕະຫຼອດຮອດປະຊາຊົນໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ແລະເຫັນໄດ້ຜົນຮ້າຍຂອງຢາເສບຕິດ, ເຫັນໄດ້ຄວາມຈໍາເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດ. ໄດ້ຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດເລີ່ມແຕ່ລະດັບຄອບຄົວ-ລະດັບບ້ານຂຶ້ນມາ ຜ່ານການປະຕິບັດເຫັນວ່າ ການຜະລິດຢາເສບຕິດ ແລະ ການປູກພືດທີ່ມີສານເສບຕິດ ພາຍໃນແຂວງພວກເຮົາບໍ່ມີ ມີພຽງແຕ່ການຂົນສົ່ງ, ຄ້າຂາຍ ແລະເປົ້າໝາຍຜູ້ເສບຢາ ຊຶ່ງໄດ້ສຸມໃສ່ແກ້ໄຂກໍລະນີຕ່າງໆ ໃນນັ້ນ ສາມາດມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 538 ລາຍ ມີຜູ້ກະທໍາຜິດທັງໝົດ 622 ຄົນ, ຢຶດຂອງກາງຢາບ້າໄດ້ 33.121.307 ເມັດ, ຢາໄອ້ 566 kg, ຢາຝິ່ນ 1,5 kg, ໃບກະທ່ອມ 14,7 kg, ຫົວເຊື້ອນໍ້າກະທ່ອມ 66 ຂວດ ແລະ ວັດຖຸຂອງກາງອື່ນໆ. ໄດ້ເຮັດບົດບັນທຶກສຶກສາອົບຮົມເປົ້າໝາຍເສບຢາແລ້ວມອບໃຫ້ຄອບຄົວ ແລະ ບ້ານຄຸ້ມຄອງ ມີ 6.177 ຄົນ, ໄດ້ນຳເອົາເປົ້າໝາຍເສບຢາມາບຳບັດປິ່ນປົວ 3.159 ຄົນ, ໄດ້ປ່ອຍຕົວຜູ້ປິ່ນປົວບຳບັດ 2.454 ຄົນ,  ແລະ ດໍາເນີນຄະດີຕໍ່ຜູ້ເສບທີ່ບໍ່ເຂັດຫຼາບ 143 ຄົນ. ເວົ້າລວມແລ້ວຜ່ານການຈັດຕັ້ງປະຕິບັດ2 ວາລະແຫ່ງຊາດໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ເສດຖະກິດ-ການເງິນຂອງພວກເຮົາ ບໍ່ຕົກເຂົ້າສູ່ວິກິດທີ່ຮ້າຍແຮງ; ແຕ່ບັນຫາເສດຖະກິດ-ການເງິນ ກໍຍັງມີຄວາມຫຍຸ້ງຍາກໂດຍສະເພາະບັນຫາອັດຕາແລກປ່ຽນ, ເງິນເຟິ້ ແລະລາຄາສິນຄ້າທີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຊຶ່ງໄດ້ກາຍເປັນບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນປັດຈຸບັນ ແລະ ການແກ້ໄຂບັນຫາຢາເສບຕິດເຖິງວ່າຈະໄດ້ປະຕິບັດຫຼາຍມາດຕະການ ແລະ ມີໝາກຜົນອັນເປັນພື້ນຖານ ແຕ່ກໍຍັງມີແຜ່ລະບາດແຜ່ຫຼາຍ ຊຶ່ງເປັນສາເຫດຕົ້ນຕໍພາໃຫ້ເກີດມີປະກົດການຫຍໍ້ທໍ້ດ້ານຕ່າງໆໃນສັງຄົມ. 
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກແຂວງໄຊຍະບູລີຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ໂດຍສະເພາະແມ່ນວຽກງານການຜະລິດກະສິກໍາດ້ານສະບຽງອາຫານຜະລິດເປັນສິນຄ້າເພື່ອສົ່ງອອກ, ການລ້ຽງສັດໃຫຍ່, ການແກ້ໄຂຢາເສບຕິດພາຍໃນແຂວງ, ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປະຢັດທົ່ວສັງຄົມ, ການຄວບຄຸມເງິນຕາການສົ່ງອອກສິນຄ້າທຸກຊະນິດເປັນຕົ້ນ ກະສິກໍາ, ແຮ່ທາດ, ພະລັງງານ, ຜະລິດຕະພັນຈາກນິຄົມອຸດສາຫະກໍາ, ເຄື່ອງຫັດຖະກໍາ, ເຄື່ອງປ່າຂອງດົງທີ່ສົ່ງອອກ ຕ້ອງເປັນເງິນຕາ ທຸກຂະແໜງການທີ່ກ່ຽວຂ້ອງຕ້ອງປະສານງານກັນໃຫ້ກົມກຽວກັນໃຫ້ດີ ໃນການເກັບກໍາຂໍ້ມູນໃຫ້ລະອຽດຊັດເຈນ ການບໍລິການທາງຜ່ານຂອງແຂວງ ດ່ານສາກົນການຂົນສົ່ງສິນຄ້າແມ່ນແຫຼ່ງລາຍຮັບໃຫຍ່, ປັບປຸງຂອດການຄຸ້ມຄອງການບໍລິການຢູ່ດ່ານໃຫ້ມັນໄວ, ຈຸດດ່ານເປັນຈຸດສໍາຄັນເປັນປະຕູເຂົ້າອອກ ທັງເປັນຈຸດສ້າງລາຍຮັບສ້າງລາຍຮັບ. ປີ 2024 ເປັນປີເປີດການທ່ອງທ່ຽວລາວ ຊຸກຍູ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 18 ຕິດພັນກັບການປະຕິບັດວາລະແຫ່ງຊາດ, ການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ສົ່ງອອກການຈັດເກັບລາຍຮັບ ແລະ ປ້ອງກັນການຮົ່ວໄຫຼຕ່າງໆ ການນໍາໃຊ້ລົດລັດເຂົ້າໃນວຽກງານທີ່ຕິດພັນກັບລາຍຮັບກັບການປະຢັດລາຍຈ່າຍ ມາດຕະການຂອງວາລະແຫ່ງຊາດ ກ່ຽວກັບເງິນຕາ ແມ່ນນະໂຍບາຍຂອງລັດຖະບານ ເປັນຜູ້ກໍານົດອັດຕາແລກປ່ຽນແນວໃດ ແກ້ໄຂແນວໃດ ພົວພັນກັບວາລະແຫ່ງຊາດ ແມ່ນແກ້ໄຂກົນໄກລະບຽບການ, ການກະກຽມດໍາເນີນກອງປະຊຸມ 3 ຂັ້ນ ການປະຕິບັດວາລະແຫ່ງຊາດທາງດ້ານເສດຖະກິດໃຫ້ສືບຕໍ່ຈັດຕັ້ງປະຕິບັດ.
 ຂ່າວ-ພາບ: ບຸນທີ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ