ໃນພິທີ, ທ່ານ ຟ້າມມິງຈິງ ພ້ອມກັບບັນດາຜູ້ແທນ ໄດ້ສະຫງວນໜຶ່ງນາທີໄວ້ອາໄລຫາພໍ່ແມ່ປະຊາຊົນ ທີ່ເສຍຊີວິດຍ້ອນເຫດຂົວຝອງເຈົາເກົ່າຫັກພັງລົງ ກ່ອນນີ້ 1 ປີ, ຍ້ອນຜົນສະທ້ອນຈາກພາຍຸ Yagi. ເວົ້າຄືນບັນດາຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດ ແລະ ຊັບສິນ ກໍຄືຜົນກະທົບຢ່າງຮ້າຍແຮງຂອງພາຍຸ Yagi ຕໍ່ຊີວິດປະຈຳວັນຂອງປະຊາຊົນຢູ່ສອງຝັ່ງແມ່ນ້ຳແດງ ກໍຄືເສດຖະກິດ, ການແລກປ່ຽນຄ້າຂາຍ, ການຄ້າ, ການຜະລິດ, ທ່ານ ຟ້າມມິງຈິງ ຖືວ່າການໄດ້ເປີດນຳໃຊ້ຂົວຝອງເຈົາ ພາຍຫຼັງ 1 ປີແມ່ນສິ່ງພິສູດໃຫ້ແກ່ຄວາມສະໜິດຕິດພັນລະຫວ່າງ ປະຊາຊົນ ແລະ ພັກ, ລັດ; ລະຫວ່າງປະຊາຊົນກັບກອງທັບປະຊາຊົນ ຫວຽດນາມ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ແລະ ປະຊາຊົນ.
ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງຂົວຝອງເຈົາໃໝ່ ວ່າ: ໃນໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ແກ້ໄຂຜົນຕາມມາຈາກພາຍຸ Yagi ໂດຍໄວ, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດລະຫວ່າງເຂດ, ຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນການເດີນທາງໄປມາ, ຊີວິດປະຈຳວັນຂອງປະຊາຊົນ.
ຄໍາເຫັນ