ນະໂຍບາຍຂອງລັດຖະບານໃນການເຂົ້າເຖິງແຫຼ່ງທຶນກິດຈະການລ້ຽງສັດ ໂດຍ: ສ.ບຸດປະຊາ

ນະໂຍບາຍຂອງລັດຖະບານໃນການເຂົ້າເຖິງແຫຼ່ງທຶນກິດຈະການລ້ຽງສັດ ໂດຍ: ສ.ບຸດປະຊາ
ເພື່ອສ້າງເງື່ອນໄຂໃຫ້ຜູ້ລ້ຽງ, ຜູ້ຜະລິດ ແລະ ສະໜອງປັດໄຈການຜະລິດ ແລະ ຜູ້ປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອພັດທະນາກິດຈະການໃຫ້ເຕີບໃຫຍ່; ເພື່ອພັດທະນາ ແລະ ປັບປຸງລະບົບ ບໍລິການຂອງພາກລັດ ໃຫ້ມີຄວາມສາມາດໃນການບໍລິການດ້ານວິຊາການ ເປັນຕົ້ນແມ່ນການຄົ້ນຄວ້າ ແລະ ສົ່ງເສີມດ້ານແນວພັນ, ອາຫານສັດ, ການບໍລິການດ້ານສຸຂະພາບສັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ລັດຖະບານໄດ້ກຳນົດນະໂຍບາຍດ້ານການເງິນ ແລະ ການເຂົ້າເຖິງແຫຼ່ງທຶນ ເຂົ້າເປັນນະໂຍບາຍແຫ່ງຊາດ ຊຶ່ງໃນນີ້ກຳນົດ ແລະ ອອກນະໂຍບາຍເຂົ້າເຖິງແຫຼ່ງທຶນຂອງລັດຖະບານຕາມປະເພດ ກິດຈະການລ້ຽງສັດ ແລະ ສັດນໍ້າ.
    ນະໂຍບາຍດ້ານການເງິນ ແລະ ການເຂົ້າເຖິງແຫຼ່ງທຶນ ເປັນນະໂຍບາຍ ຂໍ້ທີ 8 ຊຶ່ງແມ່ນຂໍ້ສຸດທ້າຍໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າຂອງ ສປປ ລາວ ທີ່ມີດຳລັດເລກທີ 196/ນຍ, ລົງວັນທີ 6/7/2022 ຮັບຮອງ ແລະ ປະກາດໃຊ້. ນະໂຍບາຍດັ່ງກ່າວນີ້, ກຳນົດຂຶ້ນກໍເພື່ອເປັນການສະໜອງທຶນໃຫ້ພຽງພໍ ໃນການຂັບເຄື່ອນນະໂຍບາຍສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ໃຫ້ເປັນຮູບປະທໍາ, ນະໂຍບາຍດ້ານການເງິນ ແລະ ການເຂົ້າເຖິງແຫຼ່ງທຶນ ແມ່ນມີຄວາມຈໍາເປັນຫຼາຍ. ສະນັ້ນ, ລັດຖະບານຈຶ່ງວາງນະໂຍບາຍອອກ ໂດຍເພີ່ມການຈັດສັນງົບປະມານຂອງລັດ ເຂົ້າໃສ່ການພັດທະນາລະບົບການບໍລິການຂອງລັດທີ່ກ່ຽວກັບ ແນວພັນສັດ ແລະ ສັດນໍ້າ, ອາຫານສັດ, ຢາກັນ ແລະ ປິ່ນປົວສັດ, ການວິໄຈ, ການຢັ້ງຢືນ ມາດຕະຖານລວມທັງການຄົ້ນຄວ້າທົດລອງໃຫ້ເຂັ້ມແຂງ; ຍົກເວັ້ນອາກອນທີ່ດິນ ເພື່ອໃຊ້ເຂົ້າໃນການລ້ຽງສັດ ແລະ ສັດນໍ້າ ໃຫ້ແກ່ຜູ້ປະກອບການທີ່ມີເປົ້າໝາຍຜະລິດແນວພັນສັດ ແລະ ສັດນໍ້າ, ແນວພັນພືດອາຫານສັດ ເພື່ອຈໍາໜ່າຍ; ປະຕິບັດນະໂຍບາຍຍົກເວັ້ນພາສີທີ່ດິນ ໄລຍະ 3 ປີ ໃຫ້ແກ່ຊາວກະສິກອນທີ່ຢຸດຕິການຖາງປ່າເຮັດໄຮ່ ຫັນມາເຮັດອາຊີບລ້ຽງສັດ ແລະ ສັດນໍ້າເປັນອາຊີບຖາວອນ ຕາມໝວດທີ III ຂອງລັດຖະບັນຍັດ ວ່າດ້ວຍພາສີທີ່ດິນ ເລກທີ 07/ສປປ, ລົງວັນທີ 8 ພຶດສະພາ 2007.
    ນອກຈາກນັ້ນ, ກໍຫຼຸດຜ່ອນ ຫຼື ຍົກເວັ້ນພາສີ ສໍາລັບການນໍາເຂົ້າປັດໄຈການຜະລິດ ເປັນຕົ້ນແນວພັນພືດ, ແນວພັນສັດ, ນໍ້າເຊື້ອສັດ, ວັກຊິນກັນພະຍາດສັດ, ຢາປົວສັດ, ວັດຖຸດິບຮັບໃຊ້ການຜະລິດທີ່ບໍ່ສາມາດຜະລິດຢູ່ພາຍໃນປະເທດ ແລະ ບໍ່ມີລັກສະນະເອົາມາຈໍາໜ່າຍໂດຍກົງເພື່ອການຄ້າ ຕາມມາດຕາ 100 ຂອງກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ) ເລກທີ 81/ສພຊ, ລົງວັນທີ 29/6/2020 ແລະ ມາດຕາ 49 ຂອງຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ເລກທີ 3269/ກງ, ລົງວັນທີ 26/7/2021; ຫຼຸດຜ່ອນ ແລະ ການຍົກເວັ້ນ ອາກອນມູນຄ່າເພີ່ມ ສໍາລັບການນໍາເຂົ້າປັດໄຈການຜະລິດ ແນວພັນສັດ ແລະ ສັດນໍ້າ, ແນວພັນພືດອາຫານສັດ, ຢາກັນ ແລະ ປິ່ນປົວພະຍາດສັດ, ວັດຖຸດິບທີ່ບໍ່ສາມາດຜະລິດ ໄດ້ຢູ່ພາຍໃນ, ອຸປະກອນ ແລະ ພາຫະນະຮັບໃຊ້ການຜະລິດໂດຍກົງ ຕາມມາດຕາ 19 ຂອງ ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ, ເລກທີ 48/ສພຊ, ລົງວັນທີ 20/6/2018; ຍົກເວັ້ນອາກອນກໍາໄລຂອງຜູ້ລົງທຶນໂດຍອີງຕາມລໍາດັບ ແລະ ເຂດ ທີ່ກໍານົດໄວ້ ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ເລກທີ 14/ສພຊ, ລົງວັນທີ 17/7/2016 ແລະ ບໍ່ເກັບອາກອນລາຍໄດ້ ຫຼື ມີນະໂຍບາຍຜ່ອນຜັນອາກອນລາຍໄດ້ ຂອງຜູ້ລ້ຽງສັດ ແລະ ສັດນໍ້າ ຈຸນລະວິສະຫະກິດ ທີ່ຖືບັນຊີ ແລະ ມີລາຍຮັບຕໍ່າກວ່າ 50 ລ້ານກີບຕໍ່ປີ ຫຼື ຫຼາຍກວ່ານັ້ນ ຕາມມາດຕາ 29 ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ ລົງວັນທີ 18/6/2019.
    ໃນນະໂຍບາຍນີ້, ລັດຖະບານຍັງໄດ້ກໍານົດ ແລະ ອອກນະໂຍບາຍເຂົ້າເຖິງແຫຼ່ງທຶນຂອງລັດຖະບານ ຕາມປະເພດກິດຈະການລ້ຽງສັດ ແລະ ສັດນໍ້າ ດ້ວຍອັດຕາດອກເບ້ຍ, ໄລຍະການກູ້ຢືມ ແລະ ການຜ່ອນຜັນ ການທົດແທນທຶນຄືນ ທີ່ເໝາະສົມ ໂດຍຕົ້ນຕໍໃຫ້ກວມເອົາ 13 ປະເພດ ຂອງຜູ້ປະກອບການ ຄື: 
1). ຜູ້ປະກອບການຟາມຜະລິດລູກງົວ ມີໄລຍະການກູ້ຢືມ ເກີນ 10 ປີ, ອັດຕາດອກເບ້ຍ 2%, ປອດດອກເບ້ຍ 5 ປີ ແລະ ປອດຕົ້ນທຶນ 4 ປີ;
2). ຜູ້ປະກອບການຟາມຜະລິດລູກໝູ ມີໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 3%, ປອດດອກເບ້ຍ 5 ປີ ແລະ ປອດຕົ້ນທຶນ 3 ປີ; 
3). ຜູ້ປະກອບການຟາມຜະລິດລູກສັດນໍ້າ ເພື່ອຈໍາໜ່າຍ ມີໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 3%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 2 ປີ; 
4). ຜູ້ປະກອບການລ້ຽງ ງົວ-ຄວາຍ ນົມ ໄລຍະການກູ້ຢືມ ເກີນ 10 ປີ, ອັດຕາດອກເບ້ຍ 2%, ປອດດອກເບ້ຍ 5 ປີ ແລະ ປອດຕົ້ນທຶນ 4 ປີ;
5). ຜູ້ປະກອບການຟາມລ້ຽງງົວຊີ້ນ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 4 ປີ ແລະ ປອດຕົ້ນທຶນ 3 ປີ;
6). ຜູ້ປະກອບການຟາມລ້ຽງແບ້ ແລະ ແກະ ຊີ້ນ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 2 ປີ;
7). ຜູ້ປະກອບການຟາມລ້ຽງໝູຊີ້ນ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 4 ປີ ແລະ ປອດຕົ້ນທຶນ 2 ປີ;
8). ຜູ້ປະກອບການຟາມລ້ຽງສັດປີກ ເພື່ອໃຫ້ຊີ້ນ ແລະ ໃຫ້ໄຂ່, ຟາມລ້ຽງປາ ແລະ ສັດນໍ້າເປັນສິນຄ້າ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 2 ປີ;
9). ຜູ້ຜະລິດອາຫານສັດ ແລະ ອາຫານສັດນໍ້າ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 4 ປີ;
10). ຜູ້ຜະລິດແນວພັນພືດ ອາຫານສັດ ເປັນສິນຄ້າ ໄລຍະການກູ້ຢືມ ເກີນ 3 ປີ, ອັດຕາດອກເບ້ຍ 3%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 2 ປີ;
11). ຜູ້ປະກອບການໂຮງງານຂ້າສັດທັນສະໄໝ ແລະ ໂຮງງານປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໄລຍະການກູ້ຢືມ ເກີນ 5 ປີ, ອັດຕາດອກເບ້ຍ 5%, ປອດດອກເບ້ຍ 2 ປີ ແລະ ປອດຕົ້ນທຶນ 3 ປີ;
12). ຜູ້ປະກອບການຜະລິດຢາສັດຕະວະແພດ ໄລຍະການກູ້ຢືມ ເກີນ 10 ປີ, ອັດຕາດອກເບ້ຍ 3%, ປອດດອກເບ້ຍ 3 ປີ ແລະ ປອດຕົ້ນທຶນ 4 ປີ;
13). ຜູ້ຜະລິດນໍ້າເຊື້ອສັດ ສະໜອງໃຫ້ແກ່ ການປະສົມພັນທຽມ ໄລຍະການກູ້ຢືມ ເກີນ 3 ປີ, ອັດຕາດອກເບ້ຍ 3%, ປອດດອກເບ້ຍ 2 ປີ ແລະ ປອດຕົ້ນທຶນ 2 ປີ;
ນະໂຍບາຍດັ່ງກ່າວນີ້, ກໍເພື່ອເປັນການແກ້ໄຂບັນຫາງົບປະມານ ພັດທະນາດ້ານແນວພັນສັດ ແລະ ສັດນໍ້າ, ການຜະລິດຢາສໍາລັບສັດ, ການຍົກສູງມາດຖານ ການປ້ອງກັນຄວາມສ່ຽງ ລວມທັງ ການປະຕິບັດມາດຕະການ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ຍັງບໍ່ພຽງພໍ; ງົບປະມານໃນການຍົກລະດັບການເຝົ້າລະວັງ ແລະ ວິໄຈພະຍາດສັດ, ການວິໄຈສິ່ງປົນເປື້ອນ ແລະ ສານຕົກຄ້າງໃນຜະລິດຕະພັນສັດ, ການວິໄຈຄຸນນະພາບອາຫານສັດ ແລະ ງົບປະມານ ເພື່ອພັດທະນາບຸກຄະລາກອນ ເປັນຕົ້ນວິຊາການດ້ານສັດຕະວະແພດ ແລະ ການປະມົງຍັງບໍ່ພຽງພໍ; ຄວາມສາມາດເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນຜູ້ລ້ຽງສັດ ແລະ ສັດນ້ໍາຍັງຈໍາກັດ; ການປະຕິບັດນະໂຍບາຍຫຼຸດຜ່ອນພາສີ ແລະ ອາກອນ ຢູ່ໃນຂົງເຂດການຜະລິດ ແລະ ສະໜອງປັດໄຈການຜະລິດທີ່ຍັງເຮັດບໍ່ທັນໄດ້ດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ