ທ່ານ ເຟບຣິໂອ ນາທານ ຄາຄາຣິບູ ຫົວໜ້າຫ້ອງການນະໂຍບາຍການເງິນຂອງກະຊວງດັ່ງກ່າວ ລະບຸວ່າ: ການສົ່ງອອກທີ່ເພີ່ມຂຶ້ນ, ໂດຍສະເພາະຜະລິດຕະພັນທີ່ຜະລິດຂຶ້ນ ຈະເປັນໜຶ່ງໃນປັດໄຈຂັບເຄື່ອນຕົ້ນຕໍຂອງການເຕີບໂຕທາງເສດຖະກິດໃນເຄິ່ງທີ່ສອງຂອງປີນີ້. ໂດຍທ່ານກ່າວວ່າ: ພວກເຮົາເຫັນວ່າການເຕີບໂຕທາງເສດຖະກິດຟື້ນຕົວຂຶ້ນຫຼາຍກວ່າ 5% ໃນເຄິ່ງທີ່ສອງຂອງປີ, ທ່ານກ່າວຕື່ມວ່າ, ລັດຖະບານຈະເລັ່ງການໃຊ້ຈ່າຍ, ໂດຍສຸມໃສ່ໂຄງການບຸລິມະສິດເປັນພິເສດ.
ດ້ານລາຍຮັບພາສີ, ທ່ານ ເຟບຣິໂອ ກ່າວວ່າ: ລັດຖະບານ ແລະ ສະມາຊິກລັດຖະສະພາ ໄດ້ຕົກລົງທີ່ຈະກໍານົດອັດຕາສ່ວນລາຍຮັບຈາກພາສີ ຢູ່ທີ່ 10.08% - 10.54% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ສໍາລັບປີໜ້າຊຶ່ງເພີ່ມຂຶ້ນຈາກເປົ້າໝາຍຂອງປີນີ້ ທີ່ 10.03%.
ຄໍາເຫັນ