ຂ່າວລະບຸວ່າ: ໃນການພົບປະ, ທ່ານ ໂຕເລິມ ໄດ້ເນັ້ນໜັກວ່າ ເຫດການດັ່ງກ່າວແມ່ນການສະແດງເຖິງມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ທີ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຜ່ານປະຫວັດສາດນັບພັນປີຂອງຊາດ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ລັດ ແລະ ທົ່ວສັງຄົມສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະຊີວິດ, ການອຸທິດອັນລ້ຳຄ່າຂອງຄົນຮຸ່ນພໍ່ຮຸ່ນອ້າຍຕໍ່ພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ. ທ່ານ ໂຕເລິມ ໄດ້ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເກືອບ 1.2 ລ້ານຄົນ ທີ່ໄດ້ເສຍສະຫຼະຊີວິດ, ບັນດາຜູ້ຄົນທີ່ດີເດັ່ນໄດ້ສູ້ຮົບກັບສັດຕູ ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ. ຫຼາຍຄົນມີອາຍຸພຽງແຕ່ 18 – 20 ປີຕ້ອງໄດ້ປະລະຄວາມໄຝ່ຝັນ, ການຮ່ຳຮຽນ, ປະລະຄອບຄົວ, ຍາດຕິພີ່ນ້ອງຢູ່ແນວຫຼັງເພື່ອເດີນທາງໄປປະຕິບັດໜ້າທີ່ອັນສັກກະລະບູຊາ, ເພື່ອພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ, ເພື່ອຄວາມສະຫງົບສຸກຂອງປະຊາຊົນ.
ທ່ານ ໂຕເລິມ ເນັ້ນໜັກວ່າ: ພັກ ແລະ ລັດ ສືບຕໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນຕໍ່ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ການພັດທະນາຂອງປະເທດແມ່ນການສະແດງຄວາມຮູ້ບຸນຄຸນຢ່າງແທດຈິງ ແລະ ມີຄວາມໝາຍທີ່ສຸດ.
ຄໍາເຫັນ