ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ

ທ່ານ​ ສີ​ຈິ້ນ​ຜິງ ພົບ​ປະ​ ​ປະ​ທານ​ສະ​ພາເອີ​ຣົບ ແລະ ​ປະ​ທານຄະນະກຳ​ມາ​ທິການສະຫະພາບເອີຣົບ
ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 24 ກໍ​ລະ​ກົດ​ ຜ່ານມານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປ​ະ​ກັບ​ທ່ານ ອັນໂຕນີໂອ ຄອ​ສ​ຕາ ປະ​ທານ​ສະ​ພາ​ເອີ​ຣົບ ແລະ ທ່ານນາງ ເອີຊູລາ ວອນ ເດີ ເລ​ເຢນ ປະທານຄະນະກຳມ​າ​ທິການສະຫະພາບເອີຣົບທີ່​ເດີນ​ທາງ​ມາ​ຈີນ​ເພື່ອ​ເຂົ້າ​ຮ່ວມການພົບປະລະຫວ່າງ​ຜູ້ນຳຈີນ-ສະຫະພາບເອີຣົບຄັ້ງທີ 25 ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ ຂອງ​ຈີນ.

 

ທ່ານ ສີຈິ້ນຜິງ ກ່າວວ່າ: ນັບແຕ່ຈີນ ແລະ ສະຫະພາບເອີຣົບສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນເວລາ 50 ປີມານີ້, ໝາກຜົນຂອງການແລກປ່ຽນ ແລະ ການຮ່ວມມືກັນມີຄວາມອຸດົມສົມບູນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ໄດ້ສ້າງຜົນດີໃຫ້ແກ່ທົ່ວໂລກນຳອີກ. ຜູ້ນຳຈີນ ແລະ ເອີຣົບ ຄວນພະຍາຍາມສ້າງ 50 ປີໃໝ່ທີ່ສົດໃສກວ່າເກົ່າຂອງສາຍພົວພັນລະຫວ່າງຈີນ-ເອີຣົບ, ນຳເອົາສະຖຽນລະພາບ ແລະ ຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ໂລກ.

ທ່ານ ສີຈິ້ນຜິງ ໄດ້ສະໜີຈຸດຢືນ 3 ຂໍ້ກ່ຽວກັບການພັດທະນາສາຍພົວພັນລະຫວ່າງຈີນ-ເອີຣົບໃນອະນາຄົດ ຄື: ໜຶ່ງ, ຢຶດໝັ້ນເຄົາລົບນັບຖືຊຶ່ງກັນ ແລະ ກັນ, ປັບປຸງໃຫ້ສາຍພົວພັນຄູ່ຮ່ວມມືມີຄວາມໝັ້ນຄົງກວ່າເກົ່າ. ສອງ, ຢຶດໝັ້ນການເປີດປະຕູ ແລະ ການຮ່ວມມື, ແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມ. ສາມ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ປົກປັກຮັກສາກົດລະບຽບ ແລະ ລະບຽບສາກົນ.

ຝ່າຍເອີຣົບກ່າວວ່າ: ຈຸດຢືນ 3 ຂໍ້ດັ່ງກ່າວຂອງທ່ານ ສີຈິ້ນຜິງ ມີຄວາມສຳຄັນທີ່ສຸດ. ເອີຣົບຈະສຸມກຳລັງເຂົ້າໃນການລົງເລິກສາຍພົວພັນລະຫວ່າງເອີຣົບ-ຈີນ, ຊຸກຍູ້ໃຫ້ການຮ່ວມມືສອງຝ່າຍປະສົບຜົນສຳເລັດທີ່ຕັ້ງໜ້າຫຼາຍກວ່າເກົ່າ. ໃນທ່າມກາງທີ່ໂລກມີຄວາມປັ່ນປ່ວນສັບສົນ ແລະ ເຕັມໄປດ້ວຍຄວາມບໍ່ແນ່ນອນ, ເອີຣົບ ແລະ ຈີນຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບ, ຮ່ວມກັນຢຶດໝັ້ນລັດທິຫຼາຍຝ່າຍ, ປົກປັກຮັກສາຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ເອີຣົບຄອງຄອຍຮ່ວມກັບຈີນເພື່ອຂຽນໜ້າປະຫວັດສາດທີ່ສວຍງາມກວ່າເກົ່າຂອງສາຍພົວພັນລະຫວ່າງເອີຣົບ-ຈີນ ໃນ 50 ປີຕໍ່ໜ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

BRICS ຮັບ​ຮອງ​ເອົາ​ຖະ​ແຫຼງ​ການນິວແດນລີ 2026

BRICS ຮັບ​ຮອງ​ເອົາ​ຖະ​ແຫຼງ​ການນິວແດນລີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 12 ກັນ​ຍາ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18 ໄດ້​ເປີດຂຶ້ນ​ຢູ່​ອິນ​ເດຍ, ໂດຍ​ການ​ເຂົ້າ​ຮ່​ວມ​ຂອງ​ການ​ນຳ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ດ້ວຍ​ຫົວ​ຂໍ້ “ສ້າງ​ບັນ​ດາ​ພື້ນ​ຖານ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວ​ຍ​ຕົນ​ເອງ, ນະ​ວັດ​ຕະ​ກຳ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ; ເພີ່ມ​ທະ​ວີ​ລັດ​ທິຫຼາຍ​ຝ່າຍ, ປັບ​ປຸງ​ລະ​ບົບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ທົ່ວ​ໂລກ, ຊຸກ​ຍູ້​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ເງິນ.
ຫວຽດ​ນາມ - ອິນ​ເດຍ ນຳວົງເງິນການຄ້າສອງສົ້ນໃຫ້ບັນ​ລຸ 25 ຕື້ໂດລາ

ຫວຽດ​ນາມ - ອິນ​ເດຍ ນຳວົງເງິນການຄ້າສອງສົ້ນໃຫ້ບັນ​ລຸ 25 ຕື້ໂດລາ

ວິທະຍຸກະຈາຍຫວຽດນາມລາຍງານວ່າ: ໃນວັນ​ທີ 12 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນຫຼວງນິວແດນລີ, ໃນ​ຂອບ​ເຂດ​ການ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ​ທ່ານ ນາເຣນດາ ໂມດີ ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​.
ອັງກິດ ຮ່ວມມືກັບອຸດສາຫະກຳຂາຍຍ່ອຍ ຊ່ວຍຊາວໜຸ່ມ 100,000 ຄົນ ມີວຽກເຮັດງານທຳ

ອັງກິດ ຮ່ວມມືກັບອຸດສາຫະກຳຂາຍຍ່ອຍ ຊ່ວຍຊາວໜຸ່ມ 100,000 ຄົນ ມີວຽກເຮັດງານທຳ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ບັນດາຮ້ານຄ້າຂາຍຍ່ອຍຊັ້ນນໍາຂອງອັງກິດກໍາລັງຮ່ວມມືກັບລັດຖະບານໃນການດຳເນີນໂຄງການທີ່ສະໜອງໂອກາດໃຫ້ແກ່ໄວໜຸ່ມ ທີ່ມີອາຍຸ 18-24 ປີ ທີ່ບໍ່ໄດ້ຢູ່ໃນລະບົບການສຶກສາ, ການຈ້າງງານ ແລະ ບໍ່ໄດ້ຮັບການຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training)ຈຳນວນ 11,000 ຄົນ ເພື່ອໃຫ້ໄດ້ຮັບວຽກເຮັດງານທຳ 16-35 ຊົ່ວໂມງຕໍ່ອາທິດ ເປັນເວລາ 2-4 ອາທິດ. ໂດຍມີເປົ້າໝາຍເພື່ອສ້າງວຽກເຮັດງານທຳ 100,000 ຕຳແໜ່ງ ພາຍໃນທ້າຍສະໄໝລັດຖະສະພາປັດຈຸບັນໃນປີ 2029.
IMF ຊີ້ໃຫ້ເຫັນວ່າ ເສດຖະກິດໂລກຍັງຄົງເຂັ້ມແຂງ

IMF ຊີ້ໃຫ້ເຫັນວ່າ ເສດຖະກິດໂລກຍັງຄົງເຂັ້ມແຂງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ກັນຍາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ເປີດເຜີຍວ່າ,ເສດຖະກິດໂລກຍັງຄົງຟື້ນຕົວໄດ້ເຖິງວ່າຈະມີການຂັດແຍ້ງທີ່ຍາວນານເຖິງ 6 ເດືອນ ລະຫວ່າງສະຫະລັດ ອາເມຣິກາ ແລະ ອີຣານ, ແຕ່ຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງເສດຖະກິດໂລກຍັງຢູ່ໃນລະດັບສູງ.
ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ຈີນ​​ ປະ​ກາດ 11 ອາ​ຊີບ​ໃໝ່ ແລະ 23 ຕໍາແໜ່ງ​ງານ​ໃໝ່

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 9 ກັນ​ຍາຜ່ານມາ, ພາກ​ສ່ວນ​ຕ່າງໆ​ຂອງ​ຈີນ ລວມ​ທັງກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ​ ໄດ້​ປະ​ກາດ 11 ອາ​ຊີບໃໝ່ ເຊັ່ນ: ​ຊ່າງ​ເຕັກ​ນິກການ​ປະ​ຍຸກ​ໃຊ້​ຫຸ່ນ​ຍົນ​ອັດ​ສະ​ລິ​ຍະ, ນັກ​ວິ​ເຄາະ​ຂໍ້​ມູນ​ການ​ກິ​ລາ ແລະ ​ອື່ນໆ ແລະ 23 ຕໍາແໜ່ງ​ງານ​ໃໝ່ ເຊັ່ນ: ແຮງ​ງານ​ໃນ​ຄຸ້ມ​ຊຸມ​ຊົນ, ຜູ້​ສົ່ງ​ເມ​ດ່ວນ​ເຂດ​ອາ​ກາດ​ຕ່ຳ​ ແລະ​ ອື່ນໆ. ອາ​ຊີບ​ໃໝ່​ທີ່​ປະ​ກາດຄັ້ງ​ນີ້​ລວມ​ທັງ 5 ອາ​ຊີບ​ດີ​ຈີ​ຕອນ ແລະ 3 ອາ​ຊີບ​ສີ​ຂຽວ.
8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

8 ເດືອນ ຫວຽດນາມ ​ສົ່ງ​ອອກ​ເຂົ້າ​ສານບັນລຸ 6 ລ້ານກວ່າໂຕນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ລາຍງານວ່າ, ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ​ເຂົ້າສາ​ນ​ບັນລຸ​ 6 ລ້ານກວ່າໂຕນ, ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ​ເກືອບ 2.91 ຕື້ໂດລາ, ຫຼຸດລົງ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ເຖິງ​ຢ່າງໃດ​ກໍ​ຕາມ, ລາ​ຄາ​ສົ່ງ​ອອກ​ເລີ່ມ​ຟື້ນ​ຟູ​ພ້ອມ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​​ການ​ສະ​ໜອງ ແລະ ຄວາມ​ຕ້ອງ​ການ​ຢູ່​ບັນ​ດາ​ຕະຫຼາດ​ໃຫຍ່ທີ່​ພວມ​ສ້າງ​ໂອ​ກາດ​ໃຫ້​ຂະ​ແໜງການນີ້ ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ທ້າຍ​ປີ.
ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ທຶນສຳຮອງເງິນຕາຕ່າງປະເທດຍີ່ປຸ່ນ ຫຼຸດລົງ 79.5 ຕື້ໂດລາ ໃນເດືອນສິງຫາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນເປີດເຜີຍວ່າ, ທຶນສຳຮອງເງິນຕາຕ່າງປະເທດໄດ້ຫຼຸດລົງ 79.5 ຕື້ໂດລາ ຫຼື 6.18% ຈາກເດືອນກໍລະກົດ ມາເປັນ 1.21 ພັນຕື້ໂດລາ ໃນທ້າຍເດືອນສິງຫາ. ນີ້ແມ່ນເດືອນທີ 4 ຕິດຕໍ່ກັນທີ່ຫຼຸດລົງ ແລະ ເປັນການຫຼຸດລົງທີ່ໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນ ທັງໃນດ້ານສັດສ່ວນ ແລະ ມູນຄ່າເປັນໂດລາ.
ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ເດັກນ້ອຍບຣູໄນ ຢູ່ໃນ 3 ອັນດັບຕົ້ນໆຂອງອາຊຽນ ດ້ານຄະນິດສາດ ແລະ ວິທະຍາສາດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ການສຶກສາຈາກໂຄງການປະເມີນນັກສຶກສາຕ່າງປະເທດ (PISA) ປະຈຳປີ 2025 ໄດ້ເປີດເຜີຍວ່າ, ນັກຮຽນບຣູໄນມີຜົນການປະເມີນຄວາມສາມາດດ້ານຄະນິດສາດ ແລະ ວິທະຍາສາດ ຢູ່ໃນ 3 ອັນດັບຕົ້ນໆຂອງປະເທດອາຊຽນ ແລະ ຢູ່ໃນອັນດັບສອງໃນດ້ານການອ່ານ. ໂດຍມີນັກຮຽນບຣູໄນຫຼາຍກວ່າ 5,000 ຄົນຈາກໂຮງຮຽນມັດທະຍົມຕອນປາຍ 55 ແຫ່ງໄດ້ເຂົ້າຮ່ວມໃນການປະເມີນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ 2025.
ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ອາ​ຊຽນ ​ປຶກ​ສາ​ຫາ​ລື​​ການ​ສ້າງ​ຕັ້ງກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ການ​ຄ້າ​ຟີ​ລິບ​ປິນ​ເປີດ​ເຜີຍ​ວ່າ, ອາ​ຊຽນພວມ​ຄົ້ນ​ຄວ້າ​ສ້າງຕັ້ງ​ກົນ​ໄກ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ພາກ​ພື້ນ ເພື່ອ​ຮັບ​ມື​ກັບ​ວິ​ກິດ​​ດ້ານ​ການ​ສະໜອງ ແລະ ເພີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ. ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຈະ​ມອບ​ໃຫ້​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ​ອາ​ຊຽນ ​ແລະ​ ອາ​ຊີຕາ​ເວັນ​ອອກ​ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ ຄາດ​ວ່າ​ຈະ​​ສຳ​ເລັດ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.
AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

AI - ຄລາວ ຈະຊຸກຍູ້ຄວາມຕ້ອງການໄຟຟ້າສຳລັບສູນຂໍ້ມູນໃນພາກພື້ນອາຊີປາຊີຟິກໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ເພີ່ມເຕີມ