ເດືອນພະຈິກກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນເພີ່ມຂຶ້ນ 14,4%

ນັບມາຮອດທ້າຍເດືອນພະຈິກກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນເພີ່ມຂຶ້ນ 14,4%

ນັບມາຮອດທ້າຍເດືອນພະຈິກກຳລັງຕິດຕັ້ງໄຟຟ້າທົ່ວປະເທດຈີນເພີ່ມຂຶ້ນ 14,4%
ຂ່າວສານຊີອາໄອລາຍງານ, ໂຕເລກຂໍ້ມູນທີ່ອົງການພະລັງງານແຫ່ງຊາດຈີນເປີດເຜີຍໃນວັນທີ 20 ທັນວາ ຜ່ານມາໂດຍສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນພະຈິກຜ່ານມາ, ປະລິມານກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າ

ໃນທົ່ວປະເທດຈີນມີເຖິງ 3,23 ຕື້ກິໂລວັດ, ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຂ່າວລະບຸວ່າ: ໃນ 11 ເດືອນປີນີ້, ໂຄງການແຫຼ່ງໄຟຟ້າຂອງວິສາຫະກິດຜະລິດໄຟຟ້າຕົ້ນຕໍໃນທົ່ວປະເທດຈີນໄດ້ສຳເລັດການລົງທຶນ 866,5 ຕື້ຢວນ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂຄງການຕາຂ່າຍໄຟຟ້າໄດ້ສຳເລັດການລົງທຶນ 529 ຕື້ຢວນ, ເພີ່ມຂຶ້ນ 18,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ອິນໂດເນເຊຍ ທຳລາຍເຄືອຂ່າຍການພະນັນອອນລາຍ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ມູນ​ຄ່າ​ການ​ຜະ​ລິດ​ຂອງວິ​ສາ​ຫະ​ກິດ​​ທັນ​ຍາ​ຫານຈີນ​ ບັນ​ລຸ​ຫຼາຍກວ່າ 4 ພັນ​ຕື້ຢວນ​ຕໍ່​ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກ​ຂໍ້​ມູນ​ໃນກອງ​ປະ​ຊຸມ​ການ​ຄ້າ​ທັນ​ຍາ​ຫານ​ຈີນ​ ຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ວັນ​ທີ 5 ກັນ​ຍາ ຜ່ານມາ ຢູ່​ນະ​ຄອນ​ຊາງ​ຊ່າ ​ແຂວງ​ຫູ​ໜານ​ ​​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ທັນ​ຍາ​ຫານ​ຂອງ​ຈີນ​ມີເຖິງ 24,000 ແຫ່ງ, ບັນ​ລຸ​ຍອດ​ມູນ​ຄ່າ​ອຸດ​ສາ​ຫະ​ກຳ​ຫຼາຍກວ່າ 4 ພັນ​ຕື້ຢວນຕໍ່​ປີ, ມີ​ເຂດ ​ແລະ​ ແຂວງຫຼາຍກວ່າ 1 ສ່ວນ 3 ມີ​ມູນ​ຄ່າ​ຜົນ​ຜະ​ລິດບັນ​ລຸ​ຫຼາຍກວ່າ 1 ຮ້ອຍ​ຕື້ຢວນ.
ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ຫວຽດນາມ - ມຽນມາ ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນ​ວັນ​ທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ຈາກຄວາມນິຍົມແບບໄວຣັລ ໄປສູ່ການສ້າງແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນຂະຫຍາຍທຸລະກິດໃນອາຊີຕາເວັນອອກສຽງໃຕ້ໃຫ້ເຂັ້ມແຂງຍິ່ງຂຶ້ນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ໃນຊຸມປີມານີ້, ແບຣນ (ຍີ່ຫໍ້) ເຄື່ອງສຳອາງຂອງຈີນໄດ້ເຂົ້າມາຢູ່ໃນກະເປົາເຄື່ອງສຳອາງຂອງຜູ້ບໍລິໂພກໃນອາຊຽນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກຜະລິດຕະພັນທີ່ເປັນກະແສໄວຣັລຈາກການຂາຍຜ່ານການຖ່າຍທອດສົດ ຈົນເຖິງຮ້ານຈຳໜ່າຍໃນສູນການຄ້າ, ຜະລິດຕະພັນເຄື່ອງສຳອາງຂອງຈີນກຳລັງມີຊື່ສຽງຫຼາຍຂຶ້ນທົ່ວພາກພື້ນ.
ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.
ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕ​ເລກ​ໂດຍ​ກົມ​ສະ​ຖິ​ຕິ ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ວັນ​ທີ 3 ກັນ​ຍາ ຜ່ານມາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.
ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​​ລະ​ຫວ່າງຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 23.
UN ເປີດເຜີຍ ໂລກກຳລັງເຂົ້າສູ່ຍຸກໂລກຮ້ອນເກີນ 1.5 ອົງສາ

UN ເປີດເຜີຍ ໂລກກຳລັງເຂົ້າສູ່ຍຸກໂລກຮ້ອນເກີນ 1.5 ອົງສາ

ຂ່າວຕ່າງປະເທດລາຍງານວ່າ: ບົດລາຍງານທີ່ສຳຄັນຂອງສະຫະປະຊາຊາດ (UN) ທີ່ອອກໃນວັນທີ 2 ກັນຍາ ຜ່ານມາ ຊີ້ໃຫ້ເຫັນວ່າ, ອຸນຫະພູມສະເລ່ຍທົ່ວໂລກມີອ່າທ່ຽງຈະເພີ່ມຂຶ້ນຫຼາຍກວ່າ 1.5 ອົງສາ ເມື່ອທຽບກັບລະດັບກ່ອນຍຸກອຸດສາຫະກຳພາຍໃນສອງສາມປີຂ້າງໜ້າ ແລະ ອາດຈະສູງເຖິງປະມານ 1.8 ອົງສາ ໃນກໍລະນີທີ່ດີທີ່ສຸດ ຫຼື ສູງເຖິງ 2.6 ອົງສາ ຖ້າຫາກບັນດາປະເທດຕ່າງໆຍັງສືບຕໍ່ນະໂຍບາຍດ້ານສະພາບອາກາດໃນປັດຈຸບັນ.
ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ອາລເບີຕຸສ ສຸໄລມານ ຫົວໜ້າສູນຄົ້ນຄວ້າສະພາບອາກາດ ແລະ ບັນຍາກາດ ທີ່ອົງການຄົ້ນຄວ້າ ແລະ ນະວັດຕະກໍາແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍການພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ ລວມທັງການກວດຈັບການປ່ຽນແປງທີ່ກ່ຽວຂ້ອງ ແລະ ການຕິດຕາມການປ່ອຍກາກບອນຈາກພື້ນທີ່ປ່າດົງດິບເພື່ອຫຼຸດຜ່ອນຄວາມສ່ຽງຂອງໄຟໄໝ້ປ່າ ແລະ ໄຟໄໝ້ທີ່ດິນ, ໂດຍສະເພາະໃນພື້ນທີ່ປ່າດົງດິບ.
ເພີ່ມເຕີມ