ນັບແຕ່ເປັນສະມາຊິກອາຊຽນ ສປປ ລາວ ປະກອບສ່ວນຢ່າງມີບົດບາດສຳຄັນ

ນັບແຕ່ເປັນສະມາຊິກອາຊຽນ ສປປ ລາວ ປະກອບສ່ວນຢ່າງມີບົດບາດສຳຄັນ
ໂດຍ: ສ.ບຸດປະຊາ
    ບາງຕອນຂອງການສຳພາດ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ໃນອາທິດຜ່ານມານີ້ໄດ້ມີເນື້ອໃນທີ່ຍົກໃຫ້ເຫັນບົດບາດອັນສຳຄັນຂອງ ສປປ ລາວ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ ຊຶ່ງໄດ້ຖືກເຜີຍແຜ່ຜ່ານບັນດາພາຫະນະສື່ມວນຊົນຂອງ ສປປ ລາວ ລວມທັງສື່ຕ່າງປະເທດ ໃຫ້ຮູ້ວ່າ: ປະເທດເຮົາ ນັບແຕ່ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ກໍໄດ້ປະກອບສ່ວນຢ່າງມີບົດບາດສຳຄັນ.
    ໃນການຕອບຄໍາຖາມສຳພາດ ກ່ຽວກັບການປະກອບສ່ວນອັນສໍາຄັນ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບຕັ້ງແຕ່ ສປປ ລາວ ເຂົ້າເປັນສະມາຊິກ ໃນປີ 1997 ເປັນຕົ້ນມານັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວຢ່າງມີໄລຍະສຳຄັນວ່າ: ການທີ່ລາວເປັນສະມາຊິກຂອງອາຊຽນ, ໃນຕະຫຼອດໄລຍະທີ່ຜ່ານມາ ແນ່ນອນ ພວກເຮົາໄດ້ປະກອບສ່ວນຫຼາຍສິ່ງຫຼາຍຢ່າງ, ໂດຍສະເພາະການເປັນປະທານອາຊຽນ. ສະມາຊິກອາຊຽນຕ້ອງປະຕິບັດຕາມພັນທະທີ່ໄດ້ກໍານົດໄວ້ໃນກົດບັດຂອງອາຊຽນ ຈະເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ. ຕະຫຼອດໄລຍະຜ່ານມາ, ພວກເຮົາກໍເຄີຍໄດ້ເປັນປະທານອາຊຽນ 2 ຄັ້ງແລ້ວ ຄື: ໃນປີ 2004-2005 ເປັນຄັ້ງທໍາອິດຊຶ່ງລາວເຂົ້າເປັນສະມາຊິກອາຊຽນ ບໍ່ທັນຮອດ 10 ປີ ລາວເຮົາກໍໄດ້ເປັນປະທານອາຊຽນ; ຄັ້ງທີ 2 ແມ່ນປີ 2016.ສະນັ້ນ, ການເປັນປະທານອາຊຽນແຕ່ລະຄັ້ງ, ແມ່ນພວກເຮົາໄດ້ຫຼິ້ນບົດບາດຫຼາຍອັນ ເປັນຕົ້ນບົດບາດໃນການນໍາພາ, ບົດບາດໃນການຕາງໜ້າໃຫ້ອາຊຽນ ເພື່ອເຂົ້າຮ່ວມບັນດາກົນໄກໃນເວທີຕ່າງໆ ຢູ່ໃນພາກພື້ນ ແລະ ສາກົນ. ດັ່ງນັ້ນ, ເວົ້າໄດ້ວ່າລາວ ໃນຖານະທີ່ເປັນສະມາຊິກອາຊຽນ ໄດ້ປະກອບສ່ວນຢ່າງຫ້າວຫັນ ໃນການສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ກ່ອນທີ່ລາວຈະເປັນປະທານອາຊຽນ.
    ການປະກອບສ່ວນໃນ 3 ເສົາຄໍ້າຂອງການສ້າງປະຊາຄົມອາຊຽນ ສປປ ລາວ ກໍມີບົດບາດທີ່ສຳຄັນໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຍົກໃຫ້ເຫັນວ່າ: ດ້ານເສດຖະກິດ, ເຖິງວ່າ ສປປ ລາວ ຍັງເປັນປະເທດດ້ອຍພັດທະນາ ແລະ ເປັນປະເທດທີ່ມີເສດຖະກິດນ້ອຍກວ່າໝູ່ຢູ່ໃນປະເທດອາຊຽນ, ແຕ່ພວກເຮົາກໍໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການໂຄສະນາເຜີຍແຜ່ວິໄສທັດຂອງອາຊຽນ ເປັນຕົ້ນແມ່ນການສ້າງປະຊາຄົມເສດຖະກິດອາຊຽນ, ໄດ້ຂົນຂວາຍ ແລະ ເຮັດວຽກຢ່າງເອົາໃຈໃສ່ໃນການຮ່ວມມືກັບບັນດາຄູ່ຮ່ວມພາຍນອກຂອງອາຊຽນຕ່າງໆ. ສະນັ້ນ, ເຖິງວ່າການປະກອບສ່ວນ ໃນສ່ວນໃດສ່ວນໜຶ່ງ ໃນຖານະທີ່ເປັນສະມາຊິກອາຊຽນ ເປັນປະເທດນ້ອຍ, ແຕ່ວ່າໂດຍລວມແລ້ວ ຜ່ານມາພວກເຮົາໄດ້ເຄື່ອນໄຫວຢ່າງຫ້າວຫັນ.ດ້ານການເມືອງຄວາມໝັ້ນຄົງ, ສປປ ລາວ ກໍເປັນປະເທດໜຶ່ງທີ່ປະຕິບັດນະໂຍບາຍສັນຕິພາບ ແລະ ການຮ່ວມມື. ອັນນີ້, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສ້າງເຮັດໃຫ້ອາຊຽນ ຫຼິ້ນບົດບາດສໍາຄັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນການສົ່ງເສີມ ແລະ ປົກປ້ອງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກ.ການປະກອບສ່ວນຂອງ ສປປ ລາວ ໃນອາຊຽນ ໃນຂົງເຂດວັດທະນະທໍາ-ສັງຄົມ ກໍມີຫຼາຍ, ພວກເຮົາບໍ່ພຽງແຕ່ສົ່ງເສີມການຮ່ວມມືທາງດ້ານວັດທະນະທໍາ-ສັງຄົມເທົ່ານັ້ນ,ແຕ່ພວກເຮົາຍັງມີການຊ່ວຍກັນເຜີຍແຜ່ວັດທະນະທໍາ-ສັງຄົມ ແລະ ຮີດຄອງປະເພນີຂອງບັນດາປະເທດສະມາຊິກອາຊຽນຂອງພວກເຮົາ.
    ສະຫຼຸບລວມແລ້ວ, ໃນຕະຫຼອດໄລຍະທີ່ຜ່ານມາ ໃນຖານະທີ່ ສປປ ລາວເຂົ້າເປັນສະມາຊິກຂອງອາຊຽນ ພວກເຮົາກໍໄດ້ເຮັດສຸດຄວາມສາມາດ ປະກອບສ່ວນຢ່າງຫ້າວຫັນ ບໍ່ວ່າຈະຢູ່ໃນຂົງເຂດວັດທະນະທໍາ-ສັງຄົມ, ຂົງເຂດເສດຖະກິດ ແລະ ຂົງເຂດການເມືອງຄວາມໝັ້ນຄົງ. ສະນັ້ນ, ພວກເຮົາກໍຕ້ອງມີຄວາມປະທັບໃຈ ແລະ ພູມໃຈ ໃນການເປັນສະມາຊິກອາຊຽນຂອງພວກເຮົາ ໃນຕະຫຼອດໄລຍະຜ່ານມາ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ