![]() |
ທ່ານ ໄພທູນ ທ່ຽງລະໄມ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນຂີດໝາຍສຳຄັນໃນການຫັນສູ່ຄວາມເປັນມາດຕະຖານດ້ານການບັນຊີ ຜ່ານການສັງລວມຂອງພາກສ່ວນກ່ຽວຂ້ອງເຫັນວ່າ ບັນດາບໍລິສັດມີເງື່ອນໄຂໃນການນຳໃຊ້ລະບົບ IFRS 17 ນີ້ແຕກຕ່າງກັນ. ບາງບໍລິສັດທີ່ມີບົດຮຽນປະສົບການ ເພາະມີຄູ່ຮ່ວມທຸລະກິດ ຄູ່ຮ່ວມທຶນຈາກຕ່າງປະເທດທີ່ເຄີຍມີບົດຮຽນປະສົບການມາກ່ອນໃນມາດຕະຖານການບັນຊີສາກົນ; ບາງບໍລິສັດມີປະສົບການດຳເນີນທຸລະກິດມາເປັນເວລາຫຼາຍປີ ແລະ ພ້ອມທີ່ຈະຈັດຕັ້ງປະຕິບັດລະບົບ IFRS 17 ແຕ່ຕ້ອງໄດ້ລົງເລິກສຶກສາຮຽນຮູ້ຕື່ມ ແລະ ບາງບໍລິສັດຍັງບໍ່ທັນມີປະສົບການຫຼາຍໃນການດຳເນີນທຸລະກິດ ແລະ ການນຳໃຊ້ລະບົບ IFRS 17. ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ຮັບຟັງແລກປ່ຽນບົດຮຽນປະສົບການຮ່ວມກັນ ເພື່ອຊອກຫາວິທີທາງອອກທີ່ດີຢ່າງມີປະສິດພາບສູງ.
ທ່ານໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມຄັ້ງນີ້, ໄດ້ມີການແລກປ່ຽນຄຳຄິດເຫັນເອກະພາບກັນບາງບັນຫາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ IFRS 17 ມີຄວາມຄ່ອງຕົວ ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳຄວາມໝາຍຄວາມສຳຄັນຂອງ IFRS 17 ລົງເລິກຂະບວນການຕິດຕາມ ການສະແດງຂໍ້ມູນທີ່ຈຳເປັນ ການວິເຄາະການຂະຫຍາຍຕົວ, ຜົນຕອບຮັບ ຜົນກະທົບຕໍ່ພື້ນຖານທຸລະກິດຫຼັກ ຫຼື ເສດຖະກິດ; ຈຸດສຸມຍຸດທະສາດຫຼັກ ການປົດລັອກ ໂອກາດການຂະຫຍາຍຕົວທາງທຸລະກິດໃໝ່ທີ່ມີກໍາໄລ. ຮັບປະກັນຜົນຕອບແທນທີ່ໜ້າສົນໃຈ ດ້ວຍການຈັດການບັງຄັບໃຊ້ລະບົບ IFRS 17 ຢ່າງຫ້າວຫັນ; ການຄາດຄະເນ IFRS 17 ທີ່ຖືກຕ້ອງ ຮັບປະກັນຄວາມກະຈ່າງແຈ້ງ, ການຄຸ້ມຄອງຢ່າງຕັ້ງໜ້າ ສອດຄ່ອງກັບຄວາມຄາດຫວັງຂອງຜູ້ມີສ່ວນຮ່ວມທີ່ດີກວ່າ; ການຄຸ້ມຄອງຄວາມຄາດຫວັງຂອງນັກລົງທຶນທີ່ດີກວ່າ; ຜົນການລົງທຶນ, ເງິນປະກັນໄພ ແລະ ບັນຫາສຳຄັນອື່ນໆທີ່ກ່ຽວຂ້ອງກັບວຽກງານປະກັນໄພ.
ຂ່າວ: ກະຊວງການເງິນ
ຄໍາເຫັນ