ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ກ່ຽວກັບວຽກງານ ປກຊ-ປກສ ມີ 2 ບັນຫາໃຫຍ່ທີ່ເປັນຫຼັກ

ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ກ່ຽວກັບວຽກງານ ປກຊ-ປກສ ມີ 2 ບັນຫາໃຫຍ່ທີ່ເປັນຫຼັກ
ໂດຍ: ສ.ບຸດປະຊາ
ເພື່ອສືບຕໍ່ສຸມໃສ່ການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແລະ ປັບປຸງກຳລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງ ຂຶ້ນໄປເລື້ອຍໆ, ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໄດ້ປະກອບສ່ວນຢ່າງສຳຄັນ; ໂດຍແນວຄິດນີ້ຂອງເພິ່ນ, ແມ່ນມີ 2 ບັນຫາໃຫຍ່ ທີ່ເປັນຫຼັກ ແລະ ກາຍເປັນບົດຮຽນທີ່ໄດ້ຮັບການນໍາມາໝູນໃຊ້ ເກີດປະໂຫຍດແກ່ປະເທດຊາດຂອງເຮົາ.
ໃນການເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ທີ່ຈັດຂຶ້ນເມື່ອທ້າຍເດືອນທັນວາຜ່ານມາ ທີ່ແຂວງຈໍາປາສັກ ຊຶ່ງເປັນແຂວງທີ 2 ໂດຍກ່ອນໜ້ານີ້ແມ່ນຈັດທີ່ແຂວງຫົວພັນ; ການເຂົ້າຮ່ວມຄັ້ງນີ້, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ຜູ້ໄດ້ຮັບມອບໝາຍຂຽນບົດແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານນີ້ ກໍໄດ້ຍົກໃຫ້ເຫັນ 2 ບັນຫາໃຫຍ່ ທີ່ເປັນຫຼັກໃນແນວຄິດຊີ້ນໍານີ້.
    ໃນນາມທີ່ເປັນຜູ້ໄດ້ຮັບມອບໝາຍດັ່ງກ່າວ, ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ກໍໄດ້ຍົກສູງເຖິງຄວາມໝາຍສຳຄັນ ຊຶ່ງໄດ້ລົງເລິກເກັບກໍາບັນດາພຶດຕິກຳຂອງທ່ານຜູ້ນໍາ ທີ່ຊີ້ນໍາຕໍ່ຂົງເຂດວຽກງານປກຊ-ປກສ. ຜ່ານການຄົ້ນຄວ້າບັນດາເອກະສານ, ຂໍ້ມູນຕ່າງໆ ໃນການຂຽນບົດ ແມ່ນໄດ້ອ່ານຫຼາຍເອກະສານ ລວມເຖິງໄດ້ພົວພັນລົງເກັບກໍາຂໍ້ມູນຕົວຈິງ ຊຶ່ງໃນນີ້ໄດ້ອີງຕາມມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ເລີ່ມແຕ່ຄັ້ງທີ V - ຄັ້ງທີ VIII, ກະຊວງປ້ອງກັນປະເທດ ກໍເປັນອົງການທີ່ຈັດຕັ້ງປະຕິບັດຕົວຈິງ. ໃນຕົວຈິງເຫັນໄດ້ວ່າບັນຫາຫຼັກໆ ໃນແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານດັ່ງກ່າວ ແມ່ນສຸມໃສ່ 2 ບັນຫາໃຫຍ່ຄື: “ການຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແລະ ການປັບປຸງກໍ່ສ້າງກຳລັງ”.
    ບັນຫາໃຫຍ່ອັນທີ 1, ການຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ “ເປັນຂົງເຂດວຽກງານຍຸດທະສາດທີ່ສຳຄັນ” ເພາະວ່າການຈັດຕັ້ງຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແມ່ນການນໍາເອົາແນວທາງ, ແຜນການ, ນະໂຍບາຍຂອງພັກ-ຂອງລັດ, ມະຕິຕ່າງໆ ຫຼື ແຜນຍຸດທະສາດຂອງພັກ ລົງໄປຈັດຕັ້ງຜັນຂະຫຍາຍຕົວຈິງຢູ່ທ້ອງຖິ່ນ ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍໄດ້ຮັບຜົນດີສົມຄວນ ໂດຍສະເພາະສາມາດແກ້ໄຂໄດ້ບັນດາຂົງເຂດທີ່ບໍ່ມີຄວາມສະຫງົບ.
    ບັນຫາໃຫຍ່ອັນທີ 2, ການປັບປຸງກໍ່ສ້າງກຳລັງ ແມ່ນເປັນຈຸດຍຸດທະສາດໜຶ່ງທີ່ສຳຄັນ; ອີງໃສ່ແນວທາງນະໂຍບາຍຂອງພັກເຮົາທີ່ວ່າ “ການທະຫານ ຍາມໃດກໍຮັບໃຊ້ການເມືອງ”. ດັ່ງນັ້ນ, ການປັບປຸງການຈັດຕັ້ງ-ປັບປຸງກຳລັງ ແມ່ນມີຄວາມຈໍາເປັນ, ຖ້າໄປຕາມໄລຍະແຕ່ລະວາລະຂອງສະໄໝກອງປະຊຸມ ເຮົາຕ້ອງໄດ້ມີການປັບປຸງ ເພື່ອໃຫ້ດຸ່ນດ່ຽງ ລະຫວ່າງ ລາຍຮັບຂອງສູນກາງ ກັບການປັບປຸງກຳລັງ. ນອກຈາກນັ້ນ, ຖ້າເຮົາປັບປຸງຫົວໜ່ວຍການຈັດຕັ້ງສົມບູນແລ້ວ, ເຮົາຕ້ອງເອົາໃຈໃສ່ປັບປຸງກຳລັງໃຫ້ເຂັ້ມແຂງ ຊຶ່ງໃນນີ້ແມ່ນເນັ້ນໜັກໃສ່ກໍ່ສ້າງການເມືອງ-ແນວຄິດ, ສຸມໃສ່ກໍ່ສ້າງພະນັກງານໃຫ້ມີແນວຄິດຫຼັກໝັ້ນການເມືອງທີ່ໜັກແໜ້ນ ໃຫ້ມີພະນັກງານ 3 ຮຸ່ນໄປພ້ອມກັນ ເປັນຕົ້ນພະນັກງານສືບທອດ-ພະນັກງານປ່ຽນແທນ ຕ່າງໆ. ການຈັດຕັ້ງກໍ່ສ້າງກຳລັງ ຕາມແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນນັ້ນ, ປັດຈຸບັນພວກເຮົາແມ່ນໄດ້ກໍ່ສ້າງກຳລັງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເລ່ຍແມ່ນ 1 ປີ ມີການກໍ່ສ້າງພາຍໃນ 2.000 ກວ່າຄົນ ແລະ ຕ່າງປະເທດ 1.000 ກວ່າຄົນ.
    ທ່ານ ພັນເອກ ໂພນທອງ ພັນຈະເລີນພົນ ໄດ້ເປີດເຜີຍວ່າ: ພາຍຫຼັງສຳເລັດ, ການຈັດຕັ້ງສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີນີ້ແລ້ວ ສະເພາະກົມວິທະຍາສາດ-ປະຫວັດສາດການທະຫານ ກໍຈະໄດ້ມີການບັນທຶກສຳເນົາ ແລະ ສົມທົບກັບບັນດາໂຮງຮຽນກໍ່ສ້າງກຳລັງ ເພື່ອຈະສົ່ງໄປເປັນເອກະສານຂໍ້ມູນ ນໍາເຂົ້າໃນການສິດສອນ ໃຫ້ແກ່ພະນັກງານຮຸ່ນຕໍ່ໄປ.
    ຈາກເນື້ອໃນນັ້ນ, ກໍຈະເຫັນໄດ້ວ່າ: ການໝູນໃຊ້ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ໃນຂົງເຂດນີ້ ເພື່ອປັບປຸງກຳລັງໃຫ້ມີຄວາມເຂັ້ມແຂງນັ້ນ, ຍາມໃດ ພວກເຮົາກໍໄດ້ເອົາໃຈໃສ່ ນໍາແນວຄິດຊີ້ນໍານີ້ ເຂົ້າໃນການສືບຕໍ່ສິດສອນ ບັນດາເລົ່າຮົບຮຸ່ນຫຼັງ-ຮຸ່ນສືບທອດໃຫ້ເອົາໃຈໃສ່ຮໍ່າຮຽນ “ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ເປັນກົກ” ແລະ ສຸມໃສ່ການ “ສືບຕໍ່ປັບປຸງກຳລັງຕໍ່ໆໄປ ບໍ່ມີຍາມສິ້ນສຸດ ເພື່ອໃຫ້ກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກໍາລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ທຽບເທົ່າກັບສາກົນ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ