ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ

ແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ
ທ່ານ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ສະເໜີກ່ຽວກັບແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ ຕໍ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດໃນໂອກາດລະນຶກ ວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ແຂວງຫົວພັນ ຫວ່າງບໍ່ດົນມານີ້.
ທ່ານໄດ້ກ່າວວ່າ: ເພື່ອຈັດຕັ້ງປະຕິບັດຕາມທິດຊີ້ນໍາດັ່ງກ່າວໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ຮາກຖານ. ປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດ ໄດ້ມີແນວຄິດ ຊີ້ນໍາກ່ຽວກັບການກໍ່ສ້າງຮາກຖານການເມືອງ ຊຶ່ງປະທານໄດ້ມີທິດຊີ້ນໍາ ທີ່ຈະແຈ້ງວ່າ ການສ້າງສັງຄົມນິຍົມ ຕ້ອງເລີ່ມຈາກການສ້າງປະຖົມປັດໄຈສັງຄົມນິຍົມແຕ່ຮາກຖານຂຶ້ນມາ ກ່ອນອື່ນແມ່ນຕ້ອງສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ.ການຄົ້ນຄວ້ານີ້ເພື່ອຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດຖະບານ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ດ້ວຍການປະສານສົມທົບກັບແນວຄິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ໃນການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ. ທັງເປັນການສັງລວມ ດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ໃນການຍົກລະດັບການສ້າງບ້ານພັດທະນາ ເປັນບ້ານພັດທະນາປະຊາຊົນຢູ່ດີກິນດີ ຊຶ່ງແຂວງຈໍາປາສັກ ໄດ້ຈັດຕັ້ງປະຕິບັດຕາມທິດນໍາທັງທາງດ້ານທັດສະນະ ແລະ ເນື້ອໃນການສ້າງດັ່ງນີ້:ທັດສະນະຂອງປະທານ ຄໍາໄຕ ສີພັນດອນ ກ່ຽວກັບການກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີ:1.ສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ເທື່ອລະກ້າວ ໂດຍເລີ່ມແຕ່ຮາກຖານຂຶ້ນມາ, 2.ສ້າງໃຫ້ເກີດການພົວພັນການຜະລິດ ແລະ ກໍາລັງການຜະລິດສັງຄົມນິຍົມ, 3.ຕ້ອງສ້າງໃຫ້ທ້ອງຖິ່ນ-ຮາກຖານ ໂດຍສະເພາະຂັ້ນບ້ານ ມີຄວາມໜັກແໜ້ນ ທາງດ້ານແນວຄິດການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ; ຮັ່ງມີທາງດ້ານເສດຖະກິດ-ການເງິນ ແລະ ຈະເລີນກ້າວໜ້າ ທາງດ້ານສັງຄົມ-ວັດທະນະທໍາ,4.ສ້າງຄວາມເຂັ້ມແຂງ ໃນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.ໃນການກໍ່ສ້າງຮາກຖານການເມືອງ, ສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີ ຢູ່ແຂວງຈໍາປາສັກ ປະກອບມີ 6 ເນື້ອໃນ 9 ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້. 6 ເນື້ອໃນ ທີ 1: ດ້ານການເມືອງ ມີ 4 ເນື້ອໃນ,ເນື້ອໃນທີ 2,ຈັດຕັ້ງການພົວພັນການຜະລິດ ສັງຄົມນິຍົມ ມີ 3 ເນື້ອໃນ,ເນື້ອໃນທີ 3,ກໍ່ສ້າງກໍາລັງການຜະລິດ ສັງຄົມນິຍົມ ມີ 5 ເນື້ອໃນ,ເນື້ອໃນ ທີ 4,ພັດທະນາບ້ານເຮືອນ ແລະ ທີ່ຢູ່ອາໄສຂອງປະຊາຊົນ ມີ 3 ເນື້ອໃນ,ເນື້ອໃນທີ 5,ການພັດທະນາ ດ້ານສັງຄົມ-ວັດທະນະທໍາ ມີ 4 ເນື້ອໃນ ແລະ ເນື້ອໃນ ທີ 6,ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 3 ເນື້ອໃນ. ດ້ານມາດຖານປະກອບດ້ວຍ 9ມາດຖານ ແລະ 25 ໃບຢັ້ງຢືນດັ່ງນີ້:ມາດຖານທີ 1: ການສຶກສາອົບຮົມການເມືອງແນວຄິດໃຫ້ການຈັດຕັ້ງ ແລະ ປະຊາຊົນ ມີ 2 ໃບຢັ້ງຢືນ, ມາດຖານທີ 2: ການຈັດຕັ້ງ ຢູ່ຂັ້ນບ້ານມີຄວາມເຂັ້ມແຂງໜັກແໜ້ນມີ 6 ໃບຢັ້ງຢືນ,ມາດຖານທີ 3: ບ້ານບັນລຸເງື່ອນໄຂຄອບຄົວຢູ່ດີກິນດີ ມີ 1 ໃບຢັ້ງຢືນ, ມາດຖານທີ 4: ບ້ານບັນລຸເງື່ອນໄຂມີລະບົບເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ມີ 6 ໃບຢັ້ງຢືນ, ມາດຖານທີ 5: ບ້ານບັນລຸການນໍາໃຊ້ລະບົບສື່ສານ-ເຕັກໂນໂລຊີ ມີ 1 ໃບຢັ້ງຢືນ, ມາດຖານທີ 6: ບ້ານມີການຈັດສັນເປັນລະບຽບຈົບງາມດີ ແລະ ມີສະພາບແວດລ້ອມທີ່ດີ ມີ 2 ໃບຢັ້ງຢືນ,ມາດຖານທີ 7: ປະຊາຊົນບ້ານເຂົ້າເຖິງການບໍລິການສາທາລະນະຢ່າງສະດວກ ມີ 1 ໃບຢັ້ງຢືນ, ມາດຖານທີ 8: ບ້ານບັນລຸເງື່ອນໄຂທາງດ້ານວັດທະນາທໍາ-ສັງຄົມ ມີ 4 ໃບຢັ້ງຢືນ,ມາດຖານທີ 9: ບ້ານບັນລຸເງື່ອນໄຂວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີ 2 ໃບຢັ້ງຢືນ.ໃນນັ້ນ ໄດ້ກໍານົດມາດຖານຄອບຄົວພັດທະນາ (ຄອບຄົວຢູ່ດີກິນດີ ລວມມີ 5 ເງື່ອນໄຂ).ທ່ານໄດ້ກ່າວຕື່ມວ່າ:ແຂວງຈໍາປາສັກ ປະກອບມີ 1 ນະຄອນ, 9 ຕົວເມືອງ, 642 ບ້ານ, 131.592 ຄອບຄົວ, ມາຮອດປັດຈຸບັນ (ໃນປີ 2023)ແຂວງຈໍາປາສັກ ສາມາດສ້າງ, ປະເມີນ ແລະ ຮັບຮອງ ໃນການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໄດ້ດັ່ງນີ້:ແຂວງຈໍາປາສັກ ໄດ້ຖືກປະເມີນ, ຮັບຮອງ ແລະ ປະກາດເປັນ ແຂວງຫົວໜ່ວຍຍຸດທະສາດ ໃນວັນທີ 3 ຕຸລາ 2023 ຊຶ່ງສ້າງໄດ້ເມືອງເຂັ້ມແຂງຮອບດ້ານ 7 ເມືອງ ຍັງອີກ 3 ເມືອງໄດ້ສືບຕໍ່ສ້າງ (ປາກຊ່ອງ, ຈໍາປາສັກ ແລະ ສຸຂຸມາ).ການສ້າງຄອບຄົວ ແລະ ບ້ານພັດທະນາ ຖ້າທຽບໃສ່ຈໍານວນຄອບຄົວໃນທົ່ວແຂວງເຫັນວ່າຍັງມີ ຄອບຄົວບໍ່ທັນພົ້ນທຸກ 6.543 ຄອບຄົວ,ຄອບຄົວພົ້ນທຸກ 116.647 ຄອບຄົວ,ຄອບຄົວພົ້ນທຸກໄດ້ກາຍເປັນຄອບຄົວພັດທະນາ 107.609 ຄອບຄົວ ຂອງຄອບຄົວທັງໝົດ, ການສ້າງບ້ານທຽບໃສ່ບ້ານທັງໝົດໃນທົ່ວແຂວງ ເຫັນວ່າບ້ານບໍ່ທັນພົ້ນທຸກ 16 ບ້ານ, ບ້ານພົ້ນທຸກ 625 ບ້ານ,ໄດ້ພັດທະນາບັນດາບ້ານພົ້ນທຸກກາຍເປັນບ້ານພັດທະນາ 204 ບ້ານ, ຂອງບ້ານທັງໝົດ, ການສ້າງບ້ານໃຫຍ່ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດທັງໝົດ 40 ບ້ານ,ສ້າງໄດ້ແລ້ວ 22 ບ້ານ, ການນໍາພາສ້າງບ້ານພັດທະນາ ປະຊາຊົນຢູ່ດີກິນດີ, ມາເຖິງປັດຈຸບັນ ສາມາດປະເມີນສໍາເລັດ 11 ບ້ານ ຜ່ານການປະເມີນຕົວຈິງ ມີຈໍານວນ 6 ບ້ານ ສາມາດບັນລຸໄດ້ຕາມເນື້ອໃນ ແລະ ມາດຖານ ຄື ບ້ານໂພນໄຊ ນະຄອນປາກເຊ, ບ້ານໜອງໄຮໂຄກ ເມືອງໂພນທອງ, ບ້ານຫຼັກ 35 ເມືອງປາກຊ່ອງ, ບ້ານເມືອງແສນ ເມືອງໂຂງ, ບ້ານແກ້ງເກ່ຍ ເມືອງບາຈຽງຈະເລີນສຸກ ແລະ ບ້ານສະຜ່າຍ ເມືອງຊະນະສົມບູນ; ຍັງອີກ 5 ບ້ານທີ່ຈະຕ້ອງສືບຕໍ່ປັບປຸງ ໃຫ້ບັນລຸມາດຖານຈໍານວນໜຶ່ງ ເຊັ່ນ: ບ້ານດອນແດງ ເມືອງປະທຸມພອນ, ບ້ານທາງຄົບ ເມືອງຈໍາປາສັກ, ບ້ານບຸ່ງແກ້ວ ເມືອງສຸຂຸມາ, ບ້ານດອນນາງລອຍ ເມືອງມຸນລະປະໂມກ ແລະ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ.ຜ່ານການຈັດຕັ້ງປະຕິບັດໃນການສ້າງບ້ານພັດທະນາປະຊາຊົນຢູ່ດີກິນດີນັ້ນ ເຮັດໃຫ້ບ້ານມີຄວາມເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ, ສັງຄົມບ້ານມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວ, ວັດທະນະທໍາ-ສັງຄົມອັນດີງາມຂອງບ້ານໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.
ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ