ແນວຄິດຊີ້ນຳຂອງປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນ

ແນວຄິດຊີ້ນຳຂອງປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນ
ໂດຍ: ບຸນຕອມ
ທ່ານນາງອິນລາວັນແກ້ວບຸນພັນຮອງປະທານສູນກາງແນວສ້າງຊາດໄດ້ສະເໜີກ່ຽວກັບແນວຄິດຊີ້ນຳຂອງປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານແນວໂຮມ ແລະວຽກງານມະຫາຊົນຕໍ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດໃນໂອກາດລະນຶກວັນເກີດປະທານຄຳໄຕ ສີພັນດອນຄົບຮອບ 100 ປີ(ວັນທີ 8 ກຸມພາ 1924 ຫາວັນທີ 8 ທັນວາ 2024)ທີ່ແຂວງຫົວພັນ.
ທ່ານນາງອິນລາວັນແກ້ວບຸນພັນກ່າວວ່າ: ປະທານຄຳໄຕ ສີພັນດອນ ເປັນໜຶ່ງໃນບັນດາທ່ານຜູ້ນຳຮຸ່ນທຳອິດຂອງພັກເຮົາທີ່ໄດ້ປະກອບສ່ວນອັນສຳຄັນໃຫຍ່ຫຼວງເຂົ້າໃນການຈັດຕັ້ງນຳພາໆລະກິດຂອງພັກ, ຂອງການປະຕິວັດລາວໃນການນໍາພາປະຊາຊົນບັນດາເຜົ່າດຳເນີນການຕໍ່ສູ້ອັນຍືດເຍື້ອຍາວນານຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຈົນສໍາເລັດພາລະກິດໃນການປົດປ່ອຍຊາດ.ຈາກນັ້ນໄດ້ສືບຕໍ່ຮ່ວມກັບຜູ້ນຳພັກ-ລັດນຳພາປວງຊົນລາວທັງຊາດປະຕິບັດແນວທາງປ່ຽນໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ຮັບຜົນສຳເລັດເປັນກ້າວໆມາ, ບົດບາດອັນໂດດເດັ່ນຂອງປະທານ ຄຳໄຕ ສີພັນດອນ, ກ່ອນອື່ນໝົດແມ່ນຕິດພັນກັບການນຳພາຊີ້ນຳກຳລັງປະກອບອາວຸດ ແລະ ຕິດພັນກັບການກໍ່ສ້າງ ແລະ ຂະຫຍາຍຂະບວນການປະຕິວັດຂອງມະຫາຊົນ, ຖືປະຊາຊົນເປັນບໍ່ເກີດຂອງຂະບວນການທັງເປັນກຳລັງແຮງທີ່ຊະນະເລີດ ແລະ ບໍ່ເຫືອດແຫ້ງຂອງການປະຕິວັດ. ຕໍ່ກັບວຽກງານມະຫາຊົນໃນໄລຍະທີ່ປະທານ ຄຳໄຕ ສີພັນດອນ ເປັນປະທານພັກ ປະຊາຊົນປະຕິວັດລາວ ໄດ້ຕາງໜ້າກົມການເມືອງສູນກາງພັກລົງລາຍເຊັນມະຕິກົມການເມືອງສູນກາງພັກ ປະຊາຊົນປະຕິວັດລາວເລກທີ 05/ກມສພ, ລົງວັນທີ 19 ກຸມພາ 1993 ກ່ຽວກັບວຽກງານມະຫາຊົນຂອງພັກໃນໄລຍະໃໝ່; ມະຕິດັ່ງກ່າວມີເນື້ອໃນສຳຄັນໄດ້ກາຍເປັນບ່ອນອີງ ພ້ອມທັງເປັນທິດທາງການປ່ຽນແປງໃໝ່ໃຫ້ແກ່ການປັບປຸງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນໄລຍະໃໝ່, ນັບທັງການເພີ່ມທະວີການນຳພາຂອງພັກຕໍ່ອົງການຈັດຕັ້ງມະຫາຊົນວ່າ: ຄວນຈັດຕັ້ງສາຍການນຳຂອງພັກໃນແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆຢູ່ຂັ້ນສູນກາງ ມອບໃຫ້ກໍາມະການກົມການເມືອງສະຫາຍໜຶ່ງຮັບຜິດຊອບຊີ້ນຳວຽກງານມະຫາຊົນຂອງພັກ, ຢູ່ຂັ້ນທ້ອງຖິ່ນ (ແຂວງ, ເມືອງ, ຮາກຖານ) ແມ່ນໃຫ້ກຳມະການຄະນະພັກຜູ້ໜຶ່ງຮັບຜິດຊອບວຽກງານມະຫາຊົນ ແລະ ຄວນມີລະບອບການຊີ້ນຳໆພາຂອງຄະນະພັກຕໍ່ບັນດາອົງການຈັດຕັ້ງມະຫາຊົນໃນຂັ້ນຂອງຕົນ.
ປະທານຄຳໄຕ ສີພັນດອນ ມີແບບແຜນວິທີເຮັດວຽກທີ່ຕິດແທດມະຫາຊົນເພິ່ນໝັ່ນລົງຮາກຖານຢ້ຽມຢາມຂັ້ນລຸ່ມ ແລະ ພົບປະປະຊາຊົນເປັນປົກກະຕິ ເພື່ອຊອກຮູ້ຄວາມມຸ້ງມາດປາຖະໜາ ແລະ ຄວາມຂັດຂ້ອງໝອງໃຈຂອງເຂົາເຈົ້າທັງຊອກຮູ້ຜົນກະທົບດ້ານດີ ແລະ ດ້ານອ່ອນຂອງການປະຕິບັດນະໂຍບາຍດ້ານຕ່າງໆ ແນໃສ່ຜັນຂະຫຍາຍດ້ານດີ ແລະ ຈຳກັດດ້ານຂາດຕົກບົກຜ່ອງໃຫ້ທັນເວລາ,ຍາມໃດເພິ່ນກໍໃຫ້ຄວາມສຳຄັນຕໍ່ຄວາມຄິດຄວາມເຫັນຂອງມະຫາຊົນ ເພື່ອເປັນບ່ອນອີງໃຫ້ແກ່ການສະຫຼຸບຕີລາຄາ ແລະ ວາງທິດທາງແກ້ໄຂບັນຫາຕ່າງໆເພີ່ນຖືວ່າການປະຕິວັດແມ່ນພາລະກິດຂອງມະຫາຊົນ, ມະຫາຊົນແມ່ນກຳລັງແຮງມະຫາສານແລະເປັນກຳລັງແຮງທີ່ຊະນະເລີດ, ຖ້າຂະບວນການມະຫາຊົນໄດ້ຮັບການສຶກສາອົບຮົມ,ຈັດຕັ້ງ ແລະ ນຳພາເປັນຢ່າງດີແລ້ວ ມະຫາຊົນກໍຈະສາມາດສ້າງປະຫວັດສາດອັນມະຫັດສະຈັນ.
ທ່ານກ່າວໃຫ້ຮູ້ອີກວ່າ: ແນວຄິດຊີ້ນຳຂອງປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານແນວໂຮມພັກ ແລະ ລັດຖະບານແຫ່ງ ສປປ ລາວ ບໍ່ວ່າໃນຍາມປະເທດຊາດຢູ່ໃນພາວະສົງຄາມທາງດ້ານອາວຸດສົງຄາມທາງດ້ານເສດຖະກິດ ຫຼືຍາມປະເທດຊາດຢູ່ໃນເງື່ອນໄຂສະຫງົບສຸກກໍບໍ່ເຄີຍລະເລີຍວຽກງານປຸກລະດົມຂົນຂວາຍ, ວຽກງານເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຍົກສູງຄວາມສະເໝີພາບ, ສິດ ແລະພັນທະຂອງພົນລະເມືອງລາວ, ຊຸກຍູ້ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງເຂົ້າໃນທຸກຂົງເຂດວຽກງານໂດຍສະເພາະແມ່ນອົງການແນວລາວສ້າງຊາດຜູ້ທີ່ມີພາລະບົດບາດຕົ້ນຕໍໃນການປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ລວມທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ທີ່ຍັງມີຄວາມຮັກຊາດແພງເຊື້ອໃຫ້ພ້ອມກັນເອົາໃຈໃສ່ເສີມຂະຫຍາຍ ແລະ ຮັກສາມູນເຊື້ອດຸໝັ່ນ, ອົງອາດກ້າແກ່ນ ແລະ ມູນເຊື້ອສາມັກຄີປອງດອງເປັນສຳຄັນ. ດັ່ງປະທານ ຄຳໄຕ ສີພັນດອນ ໄດ້ເວົ້າວ່າ:ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນມູນເຊື້ອອັນສັກກາລະບູຊາໃນຕະຫຼອດໄລຍະປະຫວັດສາດ ອັນຍືດເຍື້ອຍາວນານແຫ່ງການກໍ່ຕັ້ງ, ຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວເຮົາ ນັ້ນແມ່ນມູນມໍລະດົກອັນລໍ້າຄ່າຫາຍາກ ແລະ ຍັງເປັນທັງບົດຮຽນອັນປະເສີດຂອງຊາດລາວເຮົາ ຊຶ່ງໄດ້ຮັບການສືບທອດ ແລະ ເສີມຂະຫຍາຍໃຫ້ສູງເດັ່ນຍິ່ງຂຶ້ນ ກາຍເປັນກຳລັງແຮງອັນມະຫາສານພາຍໃຕ້ການນຳພາຂອງພັກ, ເຮັດໃຫ້ພວກເຮົາສາມາດຕີເອົາຊະນະຜູ້ຮຸກຮານທີ່ຮັ່ງມີ ແລະ ເຂັ້ມແຂງລື່ນຕົນຕັ້ງຫຼາຍໆເທົ່າ, ຍາດໄດ້ຄວາມເປັນເອກະລາດແຫ່ງຊາດມາສູ່ປິຕຸພູມຂອງພວກເຮົາໃນການປະຕິວັດຊາດ-ປະຊາທິປະໄຕໃນເມື່ອກ່ອນ ກໍຄືຍາດໄດ້ໄຊຊະນະອັນໃຫຍ່ຫຼວງຫຼາຍດ້ານໃນການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ພາລະກິດການປ່ຽນແປງໃໝ່ຮອບດ້ານໃນປັດຈຸບັນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ