ແນວທາງມະຫາຊົນ ໜຶ່ງບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ

ແນວທາງມະຫາຊົນ ໜຶ່ງບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ
ໂດຍ: ສ.ບຸດປະຊາ
    ເມື່ອບໍ່ດົນຜ່ານມານີ້, ທ່ານ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງເປັນຜູ້ໜຶ່ງທີ່ເຄີຍເຮັດວຽກພົວພັນຢ່າງໃກ້ຊິດກັບ ປະທານ ຄໍາໄຕ ສີພັນດອນ ໄດ້ໃຫ້ສຳພາດກັບສື່ມວນຊົນໃຫ້ຮູ້ວ່າ: ໜຶ່ງໃນບົດຮຽນອັນລໍ້າຄ່າ ຂອງປະທານ ຄໍາໄຕ ສີພັນດອນ ທີ່ຕົນສາມາດເຫັນໄດ້ ແລະ ນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ນັ້ນກໍຄື: “ແນວທາງມະຫາຊົນ”.
    ທ່ານ ບົວສອນ ບຸບຜາວັນ ເຄີຍເປັນເລຂາຂອງ ປະທານ ຄໍາໄຕ ສີພັນດອນນັບແຕ່ປີ 1992, ສະໄໝທີ່ ປະທານຄໍາໄຕ ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ຈົນເຖິງປີ 1996; ໃນໄລຍະນັ້ນ, ທ່ານປະທານຄໍາໄຕ ມີວຽກຫຍັງ ກໍຍັງມັກເອີ້ນເຂົ້າຮັບຄໍາແນະນໍາ ຫຼື ເຂົ້າໄປກະກຽມເອກະສານໃຫ້ເພິ່ນເປັນປະຈໍາ, ຕະຫຼອດເວລາທັງທີ່ຕົນເປັນນາຍົກລັດຖະມັນຕີ ກໍຍັງໄດ້ກະກຽມເອກະສານໃຫ້ປະທານ ຄໍາໄຕ ຫຼາຍສະບັບ. 
    ຜ່ານວຽກງານຈາກການຊີ້ນໍາ-ນໍາພາຂອງປະທານ ຄໍາໄຕ ສີພັນດອນ, ໂດຍສ່ວນຕົວຂອງ ທ່ານ ບົວສອນ ບຸບຜາວັນ ແມ່ນສາມາດເຫັນບົດຮຽນອັນລໍ້າຄ່າທີ່ວ່າ: “ປະທານ ຄໍາໄຕ ສີພັນດອນ ເປັນຜູ້ນໍາທີ່ຍຶດໝັ້ນແນວທາງມະຫາຊົນ” ເພິ່ນມັກເວົ້ານໍາ ທ່ານ ບົວສອນ ບຸບຜາວັນ ວ່າ: “ພາລະກິດການປະຕິວັດ ຫຼື ວຽກງານຂອງພັກ, ຂອງລັດ ຈະຍາກລໍາບາກປານໃດກໍຕາມ ພຽງແຕ່ເຮົາຮູ້ອີງໃສ່ມະຫາຊົນ, ຮູ້ປຸກລະດົມຂົນຂວາຍໃຫ້ມະຫາຊົນເຂົ້າຮ່ວມ ພວກເຮົາກໍສາມາດຜ່ານຜ່າ ແລະ ຍາດໄດ້ໄຊຊະນະ”.
    ເພື່ອຢືນຢັນທັດສະນະແນວຄິດຊີ້ນໍາດັ່ງກ່າວນັ້ນ, ທ່ານ ບົວສອນ ບຸບຜາວັນ ໄດ້ຍົກໃຫ້ເຫັນວ່າ: “ໃນສະໄໝການປະຕິວັດຊາດປະຊາທິປະໄຕ, ສະໄໝຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ການລວມລາວ 2 ຄັ້ງຜ່ານມາ, ຕະຫຼອດເຖິງການຍຶດອຳນາດຄັ້ງສຸດທ້າຍ ໃນປີ 1975, ປະທານ ຄໍາໄຕ ສີພັນດອນ ກໍໄດ້ໃຊ້ແນວທາງມະຫາຊົນ ຢ່າງປະດິດສ້າງ ເຂົ້າໃນການຍຶດອຳນາດ ເປັນຕົ້ນໃຊ້ເຂົ້າໃນການດຳເນີນ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດແບບບໍ່ແຕກສຽງປືນ.
    ຈາກການທີ່ໄດ້ຮັບໃຊ້, ໄດ້ຮ່ວມເຮັດວຽກ ແລະ ຮໍ່າຮຽນບົດຮຽນອັນລໍ້າຄ່າຂອງ ປະທານ ຄໍາໄຕ ສີພັນດອນ, ໃນນາມທີ່ ທ່ານ ບົວສອນ ບຸບຜາວັນ ກໍເຄີຍເປັນການນໍາຂັ້ນສູງຂອງລາວ ໄດ້ນໍາໃຊ້ “ແນວທາງມະຫາຊົນ” ຂອງປະທານຄໍາໄຕ ສີພັນດອນ ໂດຍໄດ້ຍົກໃຫ້ເຫັນວ່າ:  “ຂ້າພະເຈົ້າ ເຫັນໄດ້ເຖິງການນໍາໃຊ້ກຳລັງແຮງມະຫາຊົນ ທີ່ເປັນກຳລັງແຮງທີ່ມະຫາສານ ແລະ ກຳລັງແຮງທີ່ຊະນະເລີດ; ສະນັ້ນ, ວຽກງານຂອງພັກ, ຂອງລັດພວກເຮົາ ຊຶ່ງຈະແມ່ນວຽກງານຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດ, ບັນຫາສັງຄົມ, ບັນຫາຄວາມບໍ່ສະຫງົບ ໂດຍຜ່ານບັນດາການຈັດຕັ້ງມະຫາຊົນຕ່າງໆ.
    ທ່ານ ບົວສອນ ບຸບຜາວັນ ຍັງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ເຫັນດີເຫັນພ້ອມ ທີ່ກົມການເມືອງໄດ້ຕົກລົງໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ດ້ວຍການຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ເພື່ອໃຫ້ໂອກາດແກ່ບັນດານັກຄົ້ນຄວ້າ, ນັກວິທະຍາສາດ ຫຼື ຜູ້ທີ່ເຄີຍຮັບໃຊ້ເພິ່ນ ໄດ້ມີຄວາມຄິດຄວາມເຫັນເພື່ອເປັນການແລກປ່ຽນ ແລະ ເອົາສິ່ງນີ້ເປັນເອກະສານ ເພື່ອສຶກສາອົບຮົມໃຫ້ພະນັກງານຮຸ່ນໃໝ່ ໃຫ້ຮໍ່າຮຽນເອົາແບບຢ່າງ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານ ຄໍາໄຕ ສີພັນດອນ.
    ຂ້າງເທິງນັ້ນ, ກໍຄືທັດສະນະຂອງອະດີດການນໍາຂັ້ນສູງ ຜູ້ໜຶ່ງທີ່ໃກ້ຊິດ, ເຄີຍຮັບໃຊ້ ເຄີຍຮ່ວມວຽກງານ ແລະ ໄດ້ຮໍ່າຮຽນເອົາບົດຮຽນອັນລໍ້າຄ່າກ່ຽວກັບ “ແນວທາງມະຫາຊົນ” ຂອງ ປະທານ ຄໍາໄຕ ສີພັນດອນ ທີ່ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້ ຊຶ່ງເປັນໜຶ່ງທັດສະນະຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ທີ່ພະນັກງານເຮົາ ຄວນຮໍ່າຮຽນເອົາເປັນແບບຢ່າງ ແລະ ຮູ້ໝູນໃຊ້ໃຫ້ເກີດປະໂຫຍດແກ່ປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ