ໃນວັນ22 ກັນຍາ ຜ່ານມາ, ຫ້ອງການອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນວ່າຈະມີຝົນຕົກໜັກໃນບາງເຂດຂອງແຂວງກັນດານີ ແລະ ລຸມພິນີ ທາງພາກຕາເວັນຕົກຂອງເນປານ. ພ້ອມກັບມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງຢູ່ຫຼາຍພື້ນທີ່ຂອງແຂວງໂຄຈິທາງພາກຕາເວັນອອກ, ມາເດັດ ທາງພາກໃຕ້, ບັກມາຕິ ທາງພາກກາງແລະ ສຸທຸຣະປຣະຈິມ ທາງພາກຕາເວັນຕົກ ຄາດວ່າຈະມີຝົນຕົກໜັກ. ພ້ອມກັນນັ້ນ, ບາງພື້ນທີ່ຂອງແຂວງການນາລີ ທາງພາກຕາເວັນຕົກກໍອາດຈະມີຝົນຕົກໜັກ.
ຄະນະກຳມະການດັ່ງກ່າວເຕືອນໃຫ້ນັກທ່ອງທ່ຽວມີຄວາມລະມັດລະວັງເປັນພິເສດ. ໂດຍສະເພາະຜູ້ທີ່ຈະເດີນທາງໄປເຂດພູດອຍ, ເຂດສູງແລະ ບໍລິເວນໃກ້ກັບແມ່ນ້ຳ. ທັງນີ້ກໍຍ້ອນວ່າສະພາບດິນຟ້າອາກາດອາດຈະປ່ຽນແປງຢ່າງວ່ອງໄວແລະອາດຈະມີຫິມະຕົກຢູ່ເຂດເນີນສູງ.
ຄະນະກຳມະການດັ່ງກ່າວແນະນຳໃຫ້ນັກທ່ອງທ່ຽວກວດສອບພະຍາກອນອາກາດຫຼ້າສຸດແລະປະກາດເຕືອນໄພຈາກເຈົ້າໜ້າທີ່ກ່ອນອອກເດີນທາງ. ລວມທັງການຕິດຕາມຂໍ້ມູນກ່ຽວກັບການຈະລາຈອນທາງຖະໜົນ, ຖ້ຽວບິນແລະເສັ້ນທາງຍ່າງປ່າ. ພ້ອມທັງໄດ້ແນະນຳໃຫ້ນັກທ່ອງທ່ຽວຫຼີກລ່ຽງການຍ່າງປ່າ, ປີນພູ ແລະ ກິດຈະກຳກາງແຈ້ງອື່ນໆ. ໃນໄລຍະສະພາບອາກາດທີ່ບໍ່ເອື້ອອໍານວຍແລະປະຕິບັດຕາມຄໍາແນະນໍາດ້ານຄວາມປອດໄພຈາກອໍານາດການປົກທ້ອງຖິ່ນ. ຜູ້ຊ່ຽວຊານດ້ານການເດີນທາງຂອງອົງການຄວາມປອດໄພແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ.
ຄໍາເຫັນ