![]() |
ການກະກຽມຝຶກຊ້ອມຕະຫຼອດໄລຍະ 1 ເດືອນທີ່ຜ່ານມາ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະພັກ-ຄະນະບັນຊາກອງພົນ, ຄະນະອະນຸກໍາມະການຮັບຜິດຊອບ ຄູຝຶກ ແລະ ນັກສະ ແດງ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ຄົ້ນຄວ້າປະດິດສ້າງລາຍການສະແດງດ້ວຍຄວາມຮັບຜິດ ຊອບສູງ ເຖິງວ່າເວລາການຝຶກຊ້ອມຈະມີຄວາມຫຍຸ້ງຍາກໃນຫຼາຍດ້ານກໍ່ຕາມ ທຸກສະຫາຍໄດ້ເອົາໃຈໃສ່ຝຶກຊ້ອມຢ່າງຕັ້ງໜ້າເຂົ້າໃນລາຍການສະແດງ ຊຶ່ງປະກອບມີ 7 ລາຍການ.
![]() |
ການສະແດງໃນຄັ້ງນີ້, ເພື່ອເປັນການກວດກາເນື້ອໃນໂຄງຮ່າງລາຍການສະແດງ ທີ່ຈະເຂົ້າຮ່ວມໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໃຫ້ມີເນື້ອໃນເລິກເຊິ່ງ.
![]() |
ໂອກາດນີ້, ຄະນະພັກ-ຄະນະບັນຊາກອງພົນທີ 2 ໄດ້ມອບເຄື່ອງບໍລິໂພກໃຫ້ໜ່ວຍສິລະປະສະມັກຫຼິ້ນ ແລະ ມອບເຄື່ອງກິລາໃຫ້ອະນຸກຳມະການແຂ່ງຂັນກິລາຕື່ມອີກ.
ໂດຍ: ສຸວັນໂນ ທະລັງສີ



ຄໍາເຫັນ