ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ
ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.

ທ່ານສູວັນສີແກ້ວວີເສີດປະທານຄະນະກວດກາພັກ, ປະທານອົງການກວດກາລັດແລະຫົວໜ້າຕ້ານການສໍ້ລາດບັງຫຼວງແຂວງອັດຕະປືໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກວດກາ5ປີເມື່ອວັນທີ 22 ກັນຍາຜ່ານມາວ່າ: ໃນໄລຍະ2021-2023ອົງການກວດກາລັດແຂວງຮ່ວມກັບຄະນະສະເພາະກິດແຂວງໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ລະເລີຍຕໍ່ໜ້າທີ່, ປິດບັງການກະທຳຜິດ, ປອມແປງເອກະສານຫຼືນຳໃຊ້ເອກະສານປອມຈຳນວນ2ຄະດີ, ມີຜູ້ກະທຳຜິດລວມ15ຄົນ, ໃນນັ້ນເປັນຍິງ6ຄົນແລະເສຍຊີວິດ1ຄົນ, ໃນຈຳນວນດັ່ງກ່າວເປັນຄະດີສໍ້ລາດບັງຫຼວງ2ຄົນ, ເປັນຍິງ2ຄົນ, ຄະດີມີມູນຄ່າຄວາມເສຍຫາຍຫຼາຍກວ່າ3ຕື້ກີບແລະສາມາດເກັບກູ້ຄືນໄດ້ແລ້ວ444ລ້ານກີບ.

ສຳລັບໄລຍະ2024-2025,ຜ່ານການກວດກາພົບເຫັນການສໍ້ລາດບັງຫຼວງເປັນຂະບວນການ, ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ, ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍແລະການຄິດໄລ່ດອກເບ້ຍສູງ. ບັນຫາດັ່ງກ່າວມີຫຼາຍບຸກຄົນແລະຫຼາຍພາກສ່ວນກ່ຽວພັນລວມ38ຄົນ, ເປັນຍິງ16ຄົນ, ໃນນັ້ນມີພະນັກງານລັດ24ຄົນ, ເປັນຍິງ9ຄົນ.

ຈາກການກວດກາພົບເຫັນເງິນທີ່ຖືກຖອນອອກຈາກຄັງເງິນໃນເບື້ອງຕົ້ນຈຳນວນ19,204,929,017ກີບ, 2,523,800ໂດລາແລະ1,500,000,000ດົງຫວຽດນາມ, ພາຍຫຼັງການສືບສວນ-ສອບສວນແລະດຳເນີນຄະດີພົບເຫັນຜົນເສຍຫາຍຕົວຈິງ13,125,990,287ກີບແລະ2,316,000ໂດລາ. ສ່ວນເງິນ1,500,000,000ດົງໄດ້ປ່ຽນເປັນ478,492,313ກີບແລະ60,000ບາດ, ໃນການດຳເນີນຄະດີສາມາດເກັບກູ້ເງິນຄືນໄດ້19,986,137,302ກີບ, 59,400ບາດແລະ57,000ໂດລາ, ພ້ອມທັງຢຶດສາຍຄໍຮູບປະພັນຄ້າຍຄືຄຳນ້ຳໜັກ2,793.4ກຣາມ, ສາຍຄໍ1ເສັ້ນ, ແຫວນ2ວົງ, ອາຍັດດິນ91ຕອນ, ຢຶດ-ອາຍັດລົດໃຫຍ່14ຄັນ, ລົດຈັກ5ຄັນແລະໂທລະສັບ19ເຄື່ອງ. ນອກຈາກນີ້ຍັງຢຶດໄມ້ຈຳນວນ538ຕັບ/ແຜ່ນ, ປະລິມານ37,250ແມັດກ້ອນ, ມູນຄ່າ183,379,151ກີບ. ຄະດີດັ່ງກ່າວໄດ້ສົ່ງດຳເນີນຕາມຂັ້ນຕອນແລະສານໄດ້ຕັດສິນແລ້ວ.

ພ້ອມນີ້ອີງຕາມຂໍ້ຕົກລົງເລກທີ560/ຈຂອປລົງວັນທີ15ພຶດສະພາ2025ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດແຂວງດຳເນີນຄະດີກ່ຽວກັບການສໍ້ລາດບັງຫຼວງໄດ້ສືບຕໍ່ກວດກາບ້ວງເງິນທີ່ນອນໃນເປົ້າໝາຍເກົ່າແລະພົບເຫັນຜົນເສຍຫາຍແລະຄວາມຜິດດ່ຽງຂອງບັນຊີຄັງເງິນປະຈຳແຂວງຫຼາຍບ້ວງລວມທັງບ້ວງເງິນ90,118,721,029ກີບທີ່ຖືກຖອນອອກໂດຍຜ່ານການແຈ້ງຕອບຂອງຄັງເງິນໂດຍບໍ່ມີເອກະສານສະບັບຕົ້ນ, ຍັງພົບບ້ວງເງິນຄ້ຳປະກັນໂຄງການ216,000ໂດລາແລະ1,700,000,000ກີບ, ບ້ວງເງິນກອງທຶນພັດທະນາຊຸມຊົນ120,000ໂດລາແລະ1,301,435,696ກີບ, ບ້ວງເງິນໄມ້ຢືນຕາຍແລະໄມ້ປູກ6,154,761,482ກີບ, ບ້ວງເງິນໄພພິບັດເມືອງສະໜາມໄຊ8,000ໂດລາແລະ23,582,260ກີບ, ບ້ວງເງິນຄ້ຳປະກັນທຸລະກິດ4,165,106,409ກີບແລະບ້ວງເງິນກອງທຶນລັດ2,028,869,642ກີບ. ປັດຈຸບັນຄະນະສະເພາະກິດຕາມຂໍ້ຕົກລົງເລກທີ560/ຈຂອປໄດ້ສະຫຼຸບສົ່ງສຳນວນໃຫ້ອົງການໄອຍະການປະຊາຊົນແຂວງແລະສານໄດ້ຕັດສິນຄະດີແລ້ວ. ພ້ອມນີ້ໄດ້ອາຍັດດິນ5ຕອນ, ຢຶດຫຼືອາຍັດລົດໃຫຍ່4ຄັນແລະຢຶດໂທລະສັບ1ເຄື່ອງ.

ທ່ານສູວັນສີແກ້ວວີເສີດໃຫ້ຮູ້ຕື່ມວ່າ: ສຳລັບແຜນການໃນໄລຍະ5ປີຕໍ່ໜ້າ (2026-2030) ອົງການກວດກາລັດແຂວງຈະເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ, ເພີ່ມທະວີການໂຄສະນາ-ເຜີຍແຜ່ກົດໝາຍແລະລະບຽບການ, ສ້າງຈິດສຳນຶກດ້ານຄວາມສັດຊື່ແລະສຸດຈະລິດ, ສືບຕໍ່ກວດກາແລະສືບສວນເປົ້າໝາຍທີ່ມີພຶດຕິກຳສໍ້ລາດບັງຫຼວງ, ດຳເນີນມາດຕະການຕໍ່ຜູ້ກະທຳຜິດຕາມກົດໝາຍ, ສືບຕໍ່ການຂຶ້ນບັນຊີຊັບສິນຂອງພະນັກງານນຳພາ-ຄຸ້ມຄອງໃຫ້ເປັນລະບົບ, ພ້ອມທັງເພີ່ມທະວີການປະສານງານກັບອົງການໄອຍະການແລະສານປະຊາຊົນໃນການແກ້ໄຂຄະດີໃຫ້ທັນການແລະຖືກຕ້ອງຕາມກົດໝາຍ.

ຂ່າວ: ມະນີວອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ເພີ່ມເຕີມ