ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ
ກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ (ສພຊ) ແລະ ປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຂອງສະພາແຫ່ງຊາດໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກັນຍານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວິທະຍາກອນຈາກກົມພັດທະນາການບໍລິຫານລັດຂອງຄະນະຈັດຕັ້ງສູນກາງພັກ, ຄະນະກົມ-ພະແນກ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວພາຍໃນ ສພຊ ເຂົ້າຮ່ວມຫຼາຍກວ່າ 60 ຄົນ.

 

 

ປະກອບຄາເຫນໃສຮາງການວເຄາະ ແລະ ການດຕາແໜງງານຂອງກມ ສພຊ - image 1
 

ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການຂຽນຕຳແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ ບໍ່ໃຫ້ຊ້ຳຊ້ອນກັນ, ມີນິຕິກຳເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ແລະ ໄດ້ພິຈາລະນາຮັບຮອງຈາກກົມທີ່ກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ຈຶ່ງມີຄວາມຈຳເປັນຕ້ອງຈັດກອງປະຊຸມໃນຄັ້ງນີ້ ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອເປັນເອກະພາບກັນທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ແລ້ວພ້ອມກັນລົງມືປະຕິບັດຕົວຈິງໃນການວິເຄາະ, ການຂຽນຕໍາແໜ່ງງານໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ຮັດກຸມ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະຕຳແໜ່ງງານ. ຫຼັງຈາກສໍາເລັດການຝຶກອົບຮົມຄັ້ງນີ້ແລ້ວ ມອບໃຫ້ຄະນະຮັບຜິດຊອບແຕ່ລະກົມ ຈົ່ງຮີບຮ້ອນນຳເອົາເນື້ອໃນຈິດໃຈ, ບາດກ້າວຂັ້ນຕອນຕ່າງໆ ໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງຕາມການແນະນຳຈາກຄະນະຈັດຕັ້ງສູນກາງພັກ; ພາຍຫຼັງຮ່າງຕຳແໜ່ງງານສຳເລັດແລ້ວ ໃຫ້ໄປຜ່ານການນຳຂອງຕົນຮັບຮອງເອົາໃນດ້ານຫຼັກການ, ຈາກນັ້ນ ຈຶ່ງນຳສົ່ງໄປໃຫ້ກົມທີ່ກ່ຽວຂ້ອງຂອງຄະນະຈັດຕັ້ງສູນກາງພັກ ເພື່ອພິຈາລະນາຮັບຮອງເອົາການກໍານົດຕໍາແໜ່ງງານຕາມລະບຽບການ. ເນື້ອໃນທີ 2 ຂອງກອງປະຊຸມຄັ້ງນີ້ ແມ່ນການລະດົມຄວາມຄິດເຫັນໃສ່ຂໍ້ຕົກລົງຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 576/ຄລສ, ລົງວັນທີ 11 ມິຖຸນາ 2025 ຊຶ່ງເປັນບ່ອນອີງໃນການຄົ້ນຄວ້າປະຕິບັດນະໂຍບາຍໃຫ້ແກ່ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ; ຜ່ານການຈັດຕັ້ງປະຕິບັດໃນໄລຍະ 1 ປີຜ່ານມາເຫັນວ່າ ຍັງມີບັນຫາຈຳນວນໜຶ່ງບໍ່ທັນສອດຄ່ອງ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງໃຫ້ຮັດກຸມກວ່າເກົ່າ ແລະ ແທດເໝາະກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ບັນຫາອື່ນໆ ທີ່ຕິດພັນກັບເນື້ອໃນຂອງເອກະສານດັ່ງກ່າວ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບການຂອງລັດ, ອັນສຳຄັນແມ່ນເພື່ອເປັນການກະຕຸກຊຸກຍູ້, ໃຫ້ກຳລັງໃຈ ໃນການປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ມີຄວາມ ເໝາະສົມ ແລະ ຍຸຕິທຳ.

ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນຄຳຄິດຄຳເຫັນຊຶ່ງກັນ ແລະ ກັນຢ່າງສ້າງສັນ ແລະ ເລິກເຊິ່ງ ຕໍ່ກັບແຕ່ລະເນື້ອໃນທີ່ວິທະຍາກອນນຳສະເໜີ ເພື່ອເຮັດໃຫ້ທັງສອງເນື້ອໃນເອກະສານ ໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ ແລະ ໄດ້ຮັບການປັບປຸງໃຫ້ຮັດກຸມກວ່າເກົ່າ.

ປະກອບຄາເຫນໃສຮາງການວເຄາະ ແລະ ການດຕາແໜງງານຂອງກມ ສພຊ - image 2
 

ສະພາບຜ່ານມາກ່ຽວກັບການວິເຄາະ ແລະ ກຳນົດຕຳແໜ່ງງານຂອງສະພາແຫ່ງຊາດ ຊຸດທີ IX ແມ່ນໄດ້ປະຕິບັດສໍາເລັດ ແລະ ໄດ້ຮັບການຮັບຮອງຈາກກົມກ່ຽວຂ້ອງຂອງກະຊວງພາຍໃນໃນເມື່ອກ່ອນ ຈໍານວນ 501 ຕໍາແໜ່ງງານ; ແຕ່ການບັນຈຸ-ສັບຊ້ອນບຸກຄະລາກອນເຂົ້າໃສ່ແຕ່ລະຕໍາແໜ່ງງານຕ່າງໆທີ່ໄດ້ກຳນົດໄວ້ ມີບາງດ້ານກໍຍັງບໍ່ທັນຄົບຖ້ວນ ແລະ ຍັງບໍ່ທັນຖືກຕ້ອງ-ຊັດເຈນ, ສາເຫດເນື່ອງຈາກໄລຍະປີ 2023 ຈົນຮອດປັດຈຸບັນ ສພຊ ບໍ່ໄດ້ຮັບໂກຕາລັດຖະກອນ ເຮັດໃຫ້ການບັນຈຸສັບຊ້ອນບໍ່ທັນສໍາເລັດສົມບູນ. ອີງໃສ່ທິດຊີ້ນໍາຂອງສູນກາງພັກ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ໃຫ້ມີຄວາມກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ ແລະ ບັນຈຸສັບຊ້ອນບຸກຄະລາກອນຂອງ ສພຊ ຊຸດທີ X ໂດຍການປະສານສົມທົບກັບຄະນະຈັດຕັ້ງສູນກາງພັກ ກ່ອນຈະລາຍງານຕໍ່ກອງປະຊຸມສູນກາງພິຈາລະນາ ແລະ ຖືກຮັບຮອງເອົາຢ່າງເປັນທາງການຢູ່ກອງປະ ຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນທ້າຍເດືອນມີນາ 2026 ຈຶ່ງເຮັດໃຫ້ກົງຈັກການຈັດຕັ້ງຂອງ ສພຊ ປະກອບມີ 5 ກໍາມາທິການ ແລະ 1 ຫ້ອງວ່າການ; ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຍັງໄດ້ຮັບຮອງເອົາກົງຈັກຂັ້ນກົມ ຈໍານວນ 20 ກົມ ແລະ ມີ 57 ພະແນກ. ປັດຈຸບັນ, ບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ໄດ້ປັບປຸງພາລະບົດບາດຄືນໃໝ່ສໍາເລັດໂດຍພື້ນຖານ, ບັນດາກົມກໍກຳລັງຂຸ້ນຂ້ຽວປັບປຸງພາລະບົດບາດຂອງຕົນ ລວມທັງສຸມໃສ່ວຽກງານການວິເຄາະ ແລະ ຂຽນຕໍາແໜ່ງງານ ຊຶ່ງເປັນວຽກທີ່ສໍາຄັນ ແລະ ຮີບດ່ວນ.

(ຂ່າວ: ນາງ ອານິຕາ ມ່ວນສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ