![]() |
ສະຫາຍ ພັນໂທ ພູທອງ ໄຊຍະຊໍາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເປີດສົກຮຽນ 2026-2027 ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ. ຈາກນັ້ນ, ສະຫາຍ ພັນໂທ ແກ້ວອຸດອນ ແກ້ວສະຫວ່າງ ຫົວໜ້າການທະຫານ ໂຮງຮຽນການທະຫາທ້ອງຖິ່ນແຂວງຈຳປາສັກ ໄດ້ຜ່ານແຜນການກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ປະຈໍາສົກຮຽນ 2026-2027 ໂດຍປະຕິບັດຕາມຫຼັກສູດການຮຽນ-ການສອນຂອງກົມໃຫຍ່ເສນາທິການກອງທັບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອົບຮົມ-ຫັດແອບ ນັກຮຽນນາຍສິບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອເປັນການກໍ່ສ້າງນາຍ ແລະ ພົນທະຫານ ໃຫ້ມີຄວາມຮູ້ພື້ນຖານໃນການບັນຊາຂັ້ນຕົ້ນ, ມີລະບຽບວິໄນເຂັ້ມງວດ ເພື່ອຍົກສູງລະດັບການບັນຊາ-ນຳພາໃນຂັ້ນໝູ່, ໝວດ, ກອງຮ້ອຍ, ກອງພັນ ໃຫ້ມີຄຸນນະພາບ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ຍາວນານ ເພື່ອກໍ່ສ້າງໃຫ້ເປັນພະນັກງານຮຸ່ນສືບທອດປ່ຽນແທນໃນຕໍ່ໜ້າ. ໃນນັ້ນ, ເນື້ອໃນອົບຮົມຫັດແອບແບ່ງອອກເປັນ 3 ໝວດຄື: ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານວິຊາສະເພາະ, ໝວດຄວາມຮູ້ວິຊາສະເພາະ. ກຳນົດເວລາຮຽນຕົວຈິງ 189 ວັນ ພ້ອມທັງ, ຜ່ານແຜນການບໍາລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ໃຫ້ພະ ນັກງານທີ່ບໍ່ທັນໄດ້ຮຽນຜ່ານນາຍສິບ ແລະ ນັກສຶກສາທີ່ຮຽນຈົບຈາກສາຍລັດ ທີ່ສະໜັກເຂົ້າເປັນທະຫານອາຊີບ.
![]() |
ໂອກາດນີ້, ສະຫາຍ ສິດປະເສີດ ນວນມະນີວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກ ງານ ຄູ-ອາຈານ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດດ້ວຍຫຼາຍຮູບການ, ເອົາໃຈໃສ່ໂຄງການຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບ, ສ້າງຕົນເອງໃຫ້ເປັນຄູ-ອາຈານສອນດີ, ສອນເກັ່ງ. ພ້ອມທັງຮຽກຮ້ອງໃຫ້ນັກຮຽນ ຈົ່ງພ້ອມກັນປະຕິບັດກົດລະ ບຽບຂອງກອງທັບ ກໍຄືໂຮງຮຽນວາງອອກຢ່າງເຂັ້ມງວດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ ແລກປ່ຽນບົດຮຽນນຳຄູ-ອາຈານ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງ, ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ກາຍເປັນພະນັກງານສືບສອດປ່ຽນແທນທີ່ດີຂອງກອງທັບ.
ໂດຍ: ສົມພອນ ພົງສະຫວັດ


ຄໍາເຫັນ