ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື
ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢແຂວງອດຕະປ - image 1
 

 

ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ເຂົ້າຮ່ວມກອງປະຊຸມວຽກງານກວດກາທົ່ວແຂວງ ອັດຕະປື ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ຈັດຂຶ້ນໃນວັນທີ 22-23 ກັນຍາ 2026ຊຶ່ງກອງປະຊຸມໄດ້ຕີລາຄາ ການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໃນໄລຍະ 5 ປີຜ່ານມາ ແລະ ໄດ້ພ້ອມກັນ ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ຕໍ່ການສະຫຼຸບວຽກງານດັ່ງກ່າວ ແລະ ຕໍ່ທິດທາງແຜນການ ໃນ 5 ປີ ຊຶ່ງໃນຕໍ່ໜ້າໄດ້ກຳນົດວຽກງານຈຸດສຸມເປັນຕົ້ນແມ່ນເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ, ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ, ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງເສີມການນຳເນື້ອໃນຕ້ານການສໍ້ລາດບັງຫຼວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກງານກວດກາ ໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢແຂວງອດຕະປ - image 2
 

ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ກ່າວວ່າ ໃຫ້ສ້າງການຫັນປ່ຽນໃນວຽກງານກວດກາເພື່ອເຮັດໃຫ້ວຽກງງານກວດກາເປັນກົນໄກໜຶ່ງໃນການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ຕ້ອງຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບວຽກງານກວດກາ, ການກວດກາແມ່ນໜຶ່ງໃນບົດບາດການນຳພາຂອງພັກ, ທຸການຈັດຕັ້ງຂອງພັກ-ລັດຈະຢູ່ໃນຕໍແໜ່ງໃດກໍຕ້ອງຢູ່ພາຍໃຕ້ການນຳພາ ພາຍໃຕ້ການກວດກາຂອງພັກ, ກວດກາໃຫ້ເຫັນຜົນສໍາເລັດດ້ານດີ ຂອງການຈັດຕັ້ງ, ບຸກຄົນ ເພື່ອເສີມຂະຫຍາຍ, ກວດກາຫາດ້ານອ່ອນຂໍ້ຄົງຄ້າງເພື່ອປັບປຸງແກ້ໄຂ, ຖ້າຫາກມີການກະທຳຜິດກໍຕ້ອງໄດ້ມີການດຳເນີນຕາມຂັ້ນຕອນໂດຍບໍ່ມີຂໍ້ຍົກເວັ້ນ; ຢາກໃຫ້ບັນດາສະຫາຍເຂົ້າໃຈວ່າວຽກງານກວດກາເເມ່ນເປັນວຽກງານຂອງຄະນະພັກໃນແຕ່ລະຂັ້ນ, ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ໃນການກຳນົດສ້າງແຜນການໃນການກວດກາໃນແຕ່ລະໄລຍະເພື່ອດຳເນີນການກວດກາ, ຖືເອົາວຽກງານກວດກາເປັນການສະກັດກັ້ນເພື່ອບໍ່ໃຫ້ມີບັນຫາເກີດຂຶ້ນໃນອົງການຈັດຕັ້ງພັກ-ລັດ ທັງເປັນຜູ້ຕິດຕາມການຈັດຕັ້ງປະຕິບັດຂອງຄະນະກວດກາ; ການຕິດຕາມ, ກວດກາພັກແມ່ນການຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ການຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງຂອງຂັ້ນເທິງໃນແຕ່ລະໄລຍະ; ວຽກງານກວດກາລັດ ແມ່ນການກວດກາການຈັດຕັ້ງປະຕິບັດພາລະບົດບາດ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພີ່ມທະວີໃນການໂຄສະນາເຜີຍແຜ່ໃຫ້ພະນັກງານສະມາຊິກພັກຢ່າງເລິກເຊິ່ງເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້ເຂົ້າໃຈ ໃນການປະຕິບັດວຽກງານ, ຖ້າມີພຶດຕິກຳສໍ້ລາດບັງຫຼວງກໍຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເດັດຂາດໂດຍບໍ່ມີຂໍ້ຍົກເວັ້ນ ເພື່ອເປັນຕົວຢ່າງໃຫ້ຜູ້ທີ່ຄິດຢາກເຮັດໃຫ້ມີສະຕິ; ສືບຕໍ່ເກັບກໍາຂໍ້ມູນເປົ້າໝາຍທີ່ຍັງບໍ່ທັນສໍາເລັດເພື່ອແກ້ໄຂໂດຍໄວ, ບໍ່ໃຫ້ແກ່ຍາວ; ເອົາໃຈໃສ່ໃນການເກັບກູ້ຊັບສິນຂອງລັດທີ່ຕົກເຮ່ຍເສຍຫາຍກັບຄືນໃຫ້ລັດ, ຄຸ້ມຄອງຊັບສິນທີ່ຢຶດໃນການດໍາເນີນຄະດີຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ; ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ເອົາໃຈໃສ່ຄົ້ນຄວ້າແກ້ໄຂເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ຕາມຂັ້ນຮັບຜິດຊອບຂອງຕົນ ບໍ່ໃຫ້ສະສົມບັນຫາ; ຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຂອງຜູ້ເຮັດວຽກງານກວດກາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານກວດກາ, ມີຈັນຍາບັນຈັນຍາທຳ, ມີກົນໄກ, ມີຄວາມກ້າຫານເດັດຂາດ, ນິ້ມນວນ ພາວະວິໄສ ຕ້ອງມີຈິດໃຈທີ່ສັດຊື່, ມີກົນໄກການປະສານສົມທົບຂອງອົງການກ່ຽວຂ້ອງຢ່າງລະອຽດຈະແຈ້ງ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢແຂວງອດຕະປ - image 3
 

ນອກນີ້ ຍັງໄດ້ມອບເງິນຈຳນວນ 100.000.000 ກີບ ໃຫ້ຄະນະກວດກາພັກແຂວງ ແລະ ມອບເງິນຈຳນວນ 100.000.000 ກີບ ໃຫ້ແຂວງເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ແກ້ໄຂໄພພິບັດ.

(ຂ່າວ: ຕູ່ນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ