ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23
ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ເຊກອງ ສາເລດການເຂາຮວມງານວາງສະແດງສນ​ຄາ ຈນ-ອາຊຽນ ຄງທ 23 - image 1
 

ງານວາງສະແດງຄັ້ງນີ້, ເປັນເວທີສໍາຄັນດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງຈີນ-ອາຊຽນ ໂດຍມີວິສາຫະກິດ ຫຼາຍກວ່າ 3,400 ບໍລິສັດ ຈາກ 70 ກວ່າປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ໂດຍຄາດວ່າຈະມີນັກຈັດຊື້ ແລະ ຜູ້ຊື້ຫຼາຍກວ່າ 30,000 ຄົນ, ເຊິ່ງງານນີ້ ບໍ່ແມ່ນພຽງແຕ່ເປັນງານວາງສະແດງສິນຄ້າ, ແຕ່ຍັງເປັນເວທີສຳຄັນສຳລັບການພົບປະ, ເຈລະຈາທຸລະກິດ, ສ້າງຄູ່ຮ່ວມມື ແລະ ຊອກຫາໂອກາດການລົງທຶນ.

ເຊກອງ ສາເລດການເຂາຮວມງານວາງສະແດງສນ​ຄາ ຈນ-ອາຊຽນ ຄງທ 23 - image 2
 

ສໍາລັບແຂວງເຊກອງໄດ້ຈັດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໂດຍນໍາສະເໜີຂໍ້ມູນດ້ານທ່ອງທ່ຽວທາງດ້ານປະຫວັດສາດ, ທໍາມະຊາດ, ວັດທະນະທໍາ, ສິນຄ້າກະສິກໍາ, ຜະລິດຕະພັນແປຮູບ ແລະ ທ່າແຮງດ້ານການລົງທຶນ. ພ້ອມນັ້ນ, ຍັງໄດ້ນໍາເອົາສິນຄ້າຈາກຫຼາຍກຸ່ມການຜະລິດ ແລະ ຫຼາຍຍີ່ຫໍ້ ຂອງແຂວງມາວາງສະແດງ-ຈໍາໜ່າຍ, ສ້າງຄວາມສົນໃຈແກ່ຜູ້ຊົມ, ນັກທຸລະກິດ ແລະ ສື່ມວນຊົນຈາກຫຼາຍປະເທດ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງເຊກອງ, ໃນນາມຄະນະກອງເລຂາຂັ້ນແຂວງ ຮັບຜິດຊອບງານວາງສະແດງ ກາວວ່າ: ການເຂົ້າຮ່ວມງານໃນຄັ້ງນີ້ ຖືເປັນໂອກາດສໍາຄັນທີ່ແຂວງເຊກອງໄດ້ໂຄສະນາທ່າແຮງ ແລະ ສິນຄ້າຂອງແຂວງໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງຫຼາຍຂຶ້ນ. ພ້ອມທັງ ເປັນຂົວເຊື່ອມຕໍ່ໃນການພົບປະ, ແລກປ່ຽນ ແລະ ສ້າງໂອກາດຮ່ວມມືກັບນັກລົງທຶນ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ. ຈາກນີ້, ແຂວງຈະສືບຕໍ່ປັບປຸງສິນຄ້າ, ການບໍລິການ ແລະ ຂໍ້ມູນການລົງທຶນໃຫ້ມີຄວາມພ້ອມຫຼາຍຂຶ້ນ.

ເຊກອງ ສາເລດການເຂາຮວມງານວາງສະແດງສນ​ຄາ ຈນ-ອາຊຽນ ຄງທ 23 - image 3
 

ຕະຫຼອດໄລຍະການເຂົ້າຮ່ວມງານ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໄດ້ຮັບຄວາມສົນໃຈຈາກຜູ້ຊົມ ກໍຄື ນັກທ່ອງທ່ຽວຈໍານວນຫຼາຍ ສະເລ່ຍຄົນມາຢ້ຽມຊົມຮ້ານ (ບູດ) ບໍ່ຕໍ່າກວ່າ 2,000 ຫາ 5,000 ເທື່ອຄົນ/ວັນ. ພ້ອມນັ້ນ, ຍັງມີນັກທຸລະກິດຈາກບັນດາປະເທດອາຊຽນໃຫ້ຄວາມສົນໃຈ ເປັນຕົ້ນ ແມ່ນຟີລິປິນ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ບຣູໄນ... ແລະ ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ຍັງໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດດີເດັ່ນ-ສວຍງາມ (Best National Pavilion)ເຊິ່ງຜົນງານດັ່ງກ່າວ, ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ ຂອງແຂວງໃນການນໍາສະເໜີຂໍ້ມູນ, ທ່າແຮງດ້ານການລົງທຶນ ແລະ ສິນລະປະ-ວັດທະນະທໍາທີ່ເປັນເອກະລັກສະເພາະ ຂອງແຂວງໃຫ້ມວນຊົນ ກໍຄື ຜູ້ມາຮ່ວມງານໄດ້ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ຍັງເປັນໂອກາດສໍາຄັນໃນການເຊື່ອມໂຍງການຄ້າ, ການທ່ອງທ່ຽວ ແລະ ທ່າແຮງການລົງທຶນ ຂອງແຂວງເຂົ້າສູ່ຕະຫຼາດຈີນ-ອາຊຽນ ແລະ ແຂວງຈະນໍາເອົາບົດຮຽນ, ປະສົບການຈາກງານໃນຄັ້ງນີ້ ໄປປັບປຸງການສົ່ງເສີມ, ໂຄສະນາດຶງດູດການຄ້າ, ການລົງທຶນ ແລະ ປັບປຸງຜະລິດຕະພັນໃຫ້ກົງກັບຄວາມຕ້ອງການ ຂອງຕະຫຼາດພາກພື້ນ ແລະ ສາກົນ.

ຂ່າວ: ສັນຍາ

ຄໍາເຫັນ

ຂ່າວການຮ່ວມມື

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ເພີ່ມເຕີມ