![]() |
ໃຫ້ກຽດລົງນາມຝ່າຍລັດຕາງໜ້າໂດຍ ທ່ານ ພາກອນ ແກ້ວມະນີ ຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ຝ່າຍບໍລິສັດລົງນາມໂດຍ ທ່ານ ຄຳບີ້ ລັດຕະນະວົງ ປະທານບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວ ແລະ ເຊັນເປັນພະຍານໂດຍ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ທ່ານ ສັກດາ ແກ້ວມະນີໄຊ ປະທານຄະນະກຳມະການປົກຄອງເມືອງທ່າແຂກ ພ້ອມດ້ວຍບັນດາຕາງໜ້າພະແນກການ, ຂະແໜງການ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວ ມີເນື້ອທີ່ພັດທະນາ 5 ເຂດ ແລະ ເຂດອະນຸລັກ 15 ເຂດ, ລວມ 20 ເຂດ, ອາຍຸສັນຍາ 50 ປີ, ມູນຄ່າການລົງທຶນທັງໝົດ 1,207,350 ໂດລາ ແລະ ທຶນຈົດທະບຽນ 500,000 ໂດລາ. ການເຊັນສັນຍາຄັ້ງນີ້ ດຳເນີນຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 061/ຄລທ.ຄມ, ລົງວັນທີ 5 ສິງຫາ 2026 ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານ.
ຂ່າວ : ມະນີວັນ

ຄໍາເຫັນ