![]() |
ທ່ານ ບຸນແຫຼມ ກິວົງສັກ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງອັດຕະປື ທັງເປັນຫົວໜ້າທະນາຄານພັດທະນາຊົນນະບົດສາຂາອັດຕະປື ກ່າວວ່າ: ການແຂ່ງຂັນກິລາຄັ້ງນີ້, ເປັນໂອກາດສຳຄັນໃຫ້ພະ ນັກງານໃນຂົງເຂດທະນາຄານ ແລະ ສະຖາບັນການເງິນໄດ້ພົບປະໂອ້ລົມ, ແລກປ່ຽນບົດຮຽນ, ສ້າງຄວາມຄຸ້ນເຄີຍ, ສາມັກຄີ ແລະ ຮັກແພງເຊິ່ງກັນ ແລະ ກັນ ພ້ອມທັງເປັນການອອກກຳລັງກາຍເສີມສ້າງສຸຂະພາບ.
ທັງເປັນສ່ວນໜຶ່ງຂອງການກະກຽມຕົວແທນຈາກແຂວງອັດຕະປື ເຂົ້າຮ່ວມຂະບວນການແຂ່ງຂັນກິລາຂອງ ທຫລ ສາຂາພາກໃຕ້ ທີ່ຈະຈັດຂຶ້ນຢູ່ແຂວງຈຳປາສັກໃນລະຫວ່າງວັນທີ 3-4 ຕຸລາ 2026.
ສຳລັບກິລາບານເຕະຟຸດຊໍຊາຍ ທີ່ຈັດຂຶ້ນຢູ່ແຂວງອັດຕະປືຄັ້ງນີ້, ມີ 2 ທີມເຂົ້າຮ່ວມ ປະກອບມີ: ທີມທະນາຄານພັດທະນາຊົນນະບົດ ປະສົມກັບທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ສາຂາແຂວງອັດຕະປື ແລະ ທີມທະນາຄານການຄ້າຕ່າງປະເທດລາວ ປະສົມກັບ ທະນາຄານ ST Bank. ການແຂ່ງຂັນຈະຄັດເລືອກ 1 ທີມ ເປັນຕົວແທນແຂວງອັດຕະປື ໄປຮ່ວມແຂ່ງຂັນຢູ່ແຂວງຈຳປາສັກ. ສ່ວນກິລາເປຕັງ, ດອກປີກໄກ່ ແລະ ກັອບ ຈະໄປຮ່ວມແຂ່ງຂັນທີ່ແຂວງຈຳປາສັກໃນວັນທີ 3-4 ຕຸລາ 2026.
![]() |
ຕາງໜ້າຄະນະຈັດງານກ່າວວ່າ: ການຈັດຂະບວນການກິລາໃນຄັ້ງນີ້ ບໍ່ໄດ້ເນັ້ນແຕ່ຜົນແພ້-ຊະນະ ຫຼື ລາງວັນເທົ່ານັ້ນ ແຕ່ເນັ້ນເຖິງຄວາມສາມັກຄີ, ມິດຕະພາບ, ຄວາມຮັກແພງ ແລະ ນ້ຳໃຈນັກກິລາ ພ້ອມທັງໃຫ້ພະນັກງານແຕ່ລະພາກສ່ວນໄດ້ມີໂອກາດພົບປະ ແລະ ສ້າງສາຍສຳພັນທີ່ດີຕໍ່ກັນ.
ໂອກາດນີ້, ຕາງໜ້າຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ໄດ້ປະກາດເປີດຂະບວນການກິລາບານເຕະຟຸດຊໍ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ. ຂ່າວ: ມະນີວອນ


ຄໍາເຫັນ