ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີເປີດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນປະຈໍາປີ 2025 ພາຍໃຕ້ຫົວຂໍ້: ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນ ບານເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ ຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີບັນດາຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ງານບນມະໂຫລານຊາວໜມ-ເຍາວະຊນ ປະຈາປ 2025 - image 1
 

ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ທັງເປັນປະທານຈັດງານດັ່ງກ່າວໄດ້ຂຶ້ນກ່າວເປີດງານວ່າ: ການຈັດງານໃນຄັ້ງນີ້ຂຶ້ນ ໂດຍມີຈຸດປະສົງ ເພື່ອການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ; ເພື່ອເປີດໂອກາດໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກຂອງບັນດາຊາວໜຸ່ມ-ເຍົາວະຊົນໄດ້ເຂົ້າເຖິ່ງຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນປະໂຫຍດ; ເພື່ອທົບທວນຄືນເຖິງຜົນງານ ແລະ ການປະກອບສ່ວນຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ນໍາເອົາຜົນງານຂອງຕົນເຂົ້າມາແລກປ່ຽນ, ຮຽນຮູ້ ຊຶ່ງກັນ ແລະ ກັນ ໂດຍຜ່ານເວທີສົນທະນາແລກປ່ຽນ ແລະ ແຂ່ງຂັນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດຊາດຂອງຊາດ, ຂອງພັກ, ສະເຫຼີມສະຫຼອງ ແລະ ຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະເປີດຂື້ນໃນມໍ່ໆນີ້. ພ້ອມນັ້ນ, ຍັງເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນໄດ້ມີການແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນທາງດ້ານການເວົ້າທີ່ມີເນື້ອໃນ, ມີຫຼັກການບ່ອນອີງ ແລະ ກິດຈະກໍາຕ່າງໆເພື່ອພັດທະນາຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງພັກຂອງຊາດ.

ງານບນມະໂຫລານຊາວໜມ-ເຍາວະຊນ ປະຈາປ 2025 - image 2
 

ຕະຫຼອດໄລຍະເວລາຜ່ານມາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນຖານະເປັນແກນນຳຂອງການຈັດຕັ້ງ ແລະ ຕົວແທນຂອງຄົນຮຸ່ນໜຸ່ມທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃຕ້ຮົ່ມທຸງຂອງພັກ ແລະ ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ມາຮອດປັດຈຸບັນໄດ້ 70 ປີ ຊຶ່ງບໍ່ວ່າຍາມໃດກໍໄດ້ຮັບການສຶກສາອົບຮົມ, ໃກ້ຊິດ, ຕິດແທດຈາກການນຳແຕ່ລະຮຸ່ນ ກໍຄືພັກ-ລັດ ມາໂດຍຕະຫຼອດ ເປັນຕົ້ນໄດ້ມີແນວທາງ, ມີນິຕິກໍາເປັນບ່ອນອີງ ແລະ ສຸມໃສ່ວຽກງານຊາວໜຸ່ມ-ເຍົາວະຊົນ ກໍຄືນະໂຍບາຍລວມເປັນຢ່າງດີ ເພື່ອເສີມຂະຫຍາຍບົດບາດຂອງການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ຈັດຕັ້ງປະຕິບັດ ພາລະບົດບາດຂອງຕົນ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ໄດ້ມີໂອກາດປະກອບສ່ວນເຫື່ອແຮງຂອງຕົນທາງດ້ານຫົວຄິດປະດິດສ້າງ ແລະ ພອນສະຫວັນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງປົກປັກຮັກສາສິດຜົນປະໂຫຍດອັນຊອບທຳຂອງພວກເຂົາເຈົ້າ.

ທ່ານ ມອນໄຊ ລາວມົວຊົງ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ: ງານຄັ້ງນີ້ ຈະເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງຊາວໜຸ່ມ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານທີ່ເຂົ້າຮ່ວມງານ ຈະສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ໃນການສ້າງເງື່ອນໄຂ ເອື້ອອໍານວຍຄວາມສະດວກ ແລະ ພັດທະນາຊາວໜຸ່ມວັນນີ້ ໃຫ້ກາຍເປັນຜູ້ສືບທອດທີ່ດີມີຄຸນນະພາບໃນອະນາຄົດ ພ້ອມທັງໝັ້ນໃຈວ່າຊາວໜຸ່ມພວກເຮົາ ຈະພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພົນລະເມືອງດີ ແລະ ກາຍເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.

ງານບນມະໂຫລານຊາວໜມ-ເຍາວະຊນ ປະຈາປ 2025 - image 3
 

ພາຍໃນງານຄັ້ງນີ້, ຍັງມີການວາງສະແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ງານວາງສະແດງຮູບພາບມູນເຊື້ອ 70 ປີ ຂອງຄະນະຊາວໜຸ່ມນະຄອນຫຼວງ, ນັກທຸລະກິດໜຸ່ມແຫ່ງຊາດ, ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເວທີການສະແດງ, ເວທີສົນທະນາແລກປ່ຽນຄວາມຮູ້, ການແຂ່ງຂັນຂຽນບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງສະແດງສິນຄ້າອື່ນໆ. ນອກນີ້, ຍັງມີການແຂ່ງຂັນເກມກິລາ, ສີລະປະ ແລະ ການວາດພາບຂອງຫຼານນ້ອຍ ແລະ ອື່ນໆ.

ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ພ້ອມຄະນະປະທານເຂົ້າຮ່ວມ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເພື່ອເປັນນິມິດໝາຍອັນດີ ແລະ ສີລິມຸງຄຸນແກ່ການເປີດງານໃນຄັ້ງນີ້. ຫຼັງຈາກນັ້ນ, ກໍໄດ້ທ່ຽວຊົມເບິ່ງຮ້ານວາງສະແດງຕ່າງໆ ພາຍໃນງານຕື່ມອີກ. ງານບຸນມະໂຫງານໃນຄັ້ງນີ້ໄດ້ຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 25-29 ມິຖຸນາ 2025.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ