ນັບແຕ່ງານບຸນວັດທະນະທຳຝູຢາງ (Fuyang) ປີ 2026 ຂອງເມືອງ Xiao ໄດ້ເປີດຂຶ້ນໃນວັນທີ 15ກໍລະກົດ ຜ່ານມາ, ຖະໜົນອາຫານໃນທ້ອງຖິ່ນໄດ້ເຕັມໄປດ້ວຍຜູ້ຄົນທີ່ມາລອງຊີມເມນູຊີ້ນແກະຫຼາກຫຼາຍຊະນິດທີ່ມີລົດຊາດແຊບຊ້ອຍລວມທັງແກງຊີ້ນແກະອັນເປັນເອກະລັກ ແລະ ທີ່ມີຊື່ສຽງຢ່າງກວ້າງຂວາງ.
ມີການກິດຈະກຳຫຼາກຫຼາຍຫົວຂໍ້ເຊັ່ນ: ການສະແດງວັດທະນະທຳ, ງານວາງສະແດງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ (ICH), ງານກິລາ, ການຂາຍຜະລິດຕະພັນທ້ອງຖິ່ນທີ່ມີຄຸນນະພາບ ແລະ ກິດຈະກຳທ່ອງທ່ຽວທາງວັດທະນະທຳຕ່າງໆ.
ທີ່ສູນກິລາເມືອງ Xiao, ຜູ້ຊົມຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມໄດ້ສົ່ງສຽງເຊຍຢ່າງຄຶກຄື້ນຕໍ່ການສະແດງແສງສີ ແລະ ເງົາທີ່ງົດງາມທີ່ຖ່າຍທອດເລື່ອງລາວຂອງບຸກຄົນໃນປະຫວັດສາດ ພ້ອມທັງການສະແດງງີ້ວພື້ນເມືອງຂອງທ້ອງຖິ່ນ.
ໃນລະຫວ່າງພິທີເປີດງານບຸນ, ລາຍການສະແດງຕ່າງໆທີ່ປະສົມປະສານການຕີກອງ, ການເຕັ້ນລຳຕາມຖະໜົນ, ການເຕັ້ນລຳພື້ນເມືອງ ແລະ ການສະແດງລະຄອນຈຳລອງເຫດການ (scenario role-play) ໄດ້ຖືກສະແດງເທິງເວທີ ເພື່ອສະແດງໃຫ້ເຫັນເຖິງການເດີນທາງຊີວິດອັນກ້າຫານຂອງທ່ານ Liu Yu, ຈັກກະພັດຣາຊະວົງພາກໃຕ້ (ຄ.ສ 420 - 589).
ທ່າມກາງສຽງຕົບມືຊົມເຊີຍທີ່ດັງກ້ອງໃນຕອນທ້າຍຂອງພິທີເປີດ, ນັກສະແດງທີ່ມີຊື່ສຽງທີ່ຮັບບົດເປັນທ່ານLiu Yu ໄດ້ກ່າວບົດເວົ້າ ດ້ວຍຄວາມຄິດຮອດແກງຊີ້ນແກະອັນເປັນທີ່ຮັກຂອງຕົນ, ໂດຍກ່າວວ່າ: ເຖິງວ່າລາວຈະຜ່ານປະສົບການຊີວິດທີ່ເຕັມໄປດ້ວຍເຫດການຫຼາຍສິບປີ, ແຕ່ແກງຊີ້ນແກະຈາກບ້ານເກີດເມືອງນອນຍັງຄົງເປັນອາຫານທີ່ລາວມັກທີ່ສຸດ.
ເມື່ອສາກການສະແດງທີ່ສະທ້ອນເລື່ອງລາວທາງປະຫວັດສາດປະສານເຂົ້າກັບສະເໜ່ທີ່ຍືນຍົງຂອງອາຫານຊີ້ນແກະພີ້ນເມືອງ, ຖະໜົນອາຫານເອກະລັກ ແລະ ງານວາງສະແດງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ (ICH) ພາກເໜືອຂອງອານຮຸຍບໍລິເວນດ້ານນອກສູນກິລາຍັງຄົງເປັນຈຸດດຶງດູດນັກທ່ອງທ່ຽວທີ່ສົນໃຈເຂົ້າມາທ່ຽວຊົມ.
ນອກຈາກນັ້ນ, ຢູ່ພື້ນທີ່ອື່ນໆໃນເມືອງ Xiao, ກໍມີການຈັດກິດຈະກຳສະເຫຼີມສະຫຼອງງານບຸນດັ່ງກ່າວໂດຍຈັດຂຶ້ນທີ່ເມືອງບູຮານ Shengquan ທີ່ສວຍງາມ ຊຶ່ງເປັນສະຖານທີ່ທ່ອງທ່ຽວຂອງໝູ່ບ້ານໃນເມືອງ Baitu, ເມືອງ Dingli, ເຂດທ່ອງທ່ຽວ Huangcangyu ແລະ ສວນສາທາລະນະທະເລສາບ Dai.
ນອກເໜືອໄປຈາກງານວາງສະແດງອາຫານທີ່ນຳສະເໜີງານລ້ຽງຊີ້ນແກະໃນໄລຍະລະດູຮ້ອນຂອງເມືອງXiao ຊຶ່ງໄດ້ຂຶ້ນທະບຽນຢູ່ໃນບັນຊີລາຍຊື່ງານວາງສະແດງມໍລະດົກວັດທະນະທຳທີ່ບໍ່ມີຕົວຕົນ (ICH) ຂອງແຂວງAnhui ແລ້ວ, ເມືອງ Xiao ຍັງໃຫ້ຄຳໜັ້ນສັນຍາວ່ານັກທ່ອງທ່ຽວຈະໄດ້ຮັບປະສົບການການທ່ອງທ່ຽວທີ່ສາມາດຊົມໄດ້, ສຳຜັດໄດ້ ແລະ ສາມາດຊື້ໄດ້.
ໃນອາທິດທີ່ຜ່ານມາ, ຜະລິດຕະພັນຫັດຖະກຳພື້ນເມືອງທ້ອງຖິ່ນລວມທັງດອກໄມ້ທີ່ພັບດ້ວຍເຈ້ຍ, ຜົນງານປັກແສ່ວ ແລະ ຜົນງານສິລະປະຈາກເຈ້ຍໄດ້ດຶງດູດຄົນໃນທ້ອງຖິ່ນ ແລະ ນັກທ່ອງທ່ຽວຈຳນວນຫຼວງຫຼາຍໃຫ້ມາທ່ຽວຊົມ.
ໃນໄລຍະຫຼາຍວັນຕໍ່ຈາກນີ້ໄປຈົນຮອດວັນທີ 4 ສິງຫານີ້, ງານບຸນວັດທະນະທຳຝູຢາງ ຄາດວ່າຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼາຍຂຶ້ນໃນເຂດດັ່ງກ່າວ ຊຶ່ງມີມູນຄ່າຜົນຜະລິດແບ້ຂາວປະຈຳປີ 2.4 ຕື້ຢວນ ເຮັດໃຫ້ຕິດອັນດັບໜຶ່ງໃນ 10 ເມືອງຊັ້ນນຳດ້ານການລ້ຽງສັດຂອງແຂວງອານຮຸຍ.
(ແກ້ໄຂໂດຍ Duan Jing ກັບXinhua Silk Road, duanjing@xinhua.org)
ຄໍາເຫັນ