ງານບຸນຊວງເຮືອປະເພນີອອກພັນສາປະວໍຣະນາປະຈໍາປີ ພສ 2566 ຄສ 2023 ທີ່ແຂວງບໍລິຄໍາໄຊ

ງານບຸນຊວງເຮືອປະເພນີອອກພັນສາປະວໍຣະນາປະຈໍາປີ ພສ 2566 ຄສ 2023 ທີ່ແຂວງບໍລິຄໍາໄຊ
ພິທີເປີດງານບຸນຊວງເຮືອປະເພນີອອກພັນສາ ປະວໍຮະນາປະຈໍາປີ ພສ 2566 ຄສ 2023 ທີ່ເມືອງປາກຊັນແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ່ 28 ຕຸລາ 2023 ນີ້ ນະທີ່ບໍລິເວນແຄມແມ່ນໍ້າຂອງບ້ານປາກຊັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍບັນດາການນໍາຂອງແຂວງ ຂອງເມືອງປາກຊັນ ແລະ ແຂກຖືກເຊີນຈາກຈັງຫວັດບຶງການ ຈັດຫວັດໜອງຄາຍ ຣາຊາອານາຈັກໄທ ຊຶ່ງນໍາໂດຍທ່ານ ພິນິດ ຈາຣຸສົມບັດ ປະທານສະພາວັດທະນະທໍາ ເຊື່ອມສໍາພັນມິດຕະພາບໄທ-ຈີນ ແລະ ສົ່ງເສີມຄວາມສໍາພັນແຫ່ງຣາຊາອານາຈັກໄທ , ທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຜູ້ແທນຈາກແຂວງຮ່າຕິ່ງ ນະຄອນຮ່າຕິ່ງ ສສ ຫວຽດນາມ ທ່ານນາງ ດັ່ງຖີຮາຍເຕີມ ກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ມີບັນດາແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ເມືອງ ແລະ ບໍລິສັດ-ລັດວິສາຫະກິດ ທັງພາກລັດ ແລະ ເອກະຊົນ ພໍ່ແມ່ປະຊາຊົນ ອໍານາດການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ
ກອ່ນພິທີ່ຈະເລີ່ມຂຶ້ນ ກໍ່ໄດ້ຮັບຊົມສີລະປະວັນນະຄະດີ ຈາກໂຮງຮຽນແຫ່ງຕ່າງພາຍໃນແຂວງ ແລະ ສູນວັດທະນະທໍາເດັດຂອງແຂວງ ຊຶ່ງແຕ່ລະລາຍການໄດ້ສະແດງເຖິງ ການດໍາລົງຊິວິດຂອງປະຊາຊົນບັນດາເຜົ່າ ທີ່ຕິດພັນກັບວັດທະນະທໍາ ຮີດຄອງປະເພມີອັນດີງາມຂອງຊາວລາວ ທີ່ມີມາແຕ່ໂບຮານນະການ ຈາກນັ້ນທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ຮອງປະທານກິຕິມະສັກ ຈັດງານບຸນຊວງເຮືອປະເພນີອອກພັນສາ ປະວໍຣະນາ ທີ່ເມືອງປາກຊັນ ປະຈໍາປີ ພສ 2566 ຄສ 2023 ໄດ້ລາຍງານການກະກຽມ ການຈັດງານບຸນໃນຄັ້ງນີ້ ເພື່ອເປັນການອະນຸລັກຮັກສາຂະນົບທໍານຽມ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງ ແລະ ສືບຖອດກັນໄປຊົ່ວລູກ-ຊົ່ວຫຼານ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມເບີກບານມ່ວນຊື່ນ ເຕັ້ມໄປດ້ວຍນໍ້າໃຈໄມຕີຈິດ-ມິດຕະພາບ ແລະ ແລກປຽ່ນບົດຮຽນປະສົບການ ວຽກງານກິລາຊວ່ງເຮືອເຊີ່ງກັນ ແລະ ກັນ ໃນງານບຸນຊ່ວງເຮືອປະເພນີອອກພັນສາ ປະວໍຣະນາປີນີ້ ໄດ້ຈັດຂຶ້ນໂດຍຕິດພັນກັບງານວາງສະແດງ ແລະ ຂາຍສິນຄ້າປະເພດຕ່າງໆ ຂອງປະຊາຊົນຈາກບັນດາບ້ານ ບັນດາເມືອງ ຈາກຕ່າງແຂວງ ແລະ ຕ່າງປະເທດ ຈໍານວນໜຶ່ງ ເພື່ອເປັນການໂຄສະນາສົ່ງເສີມ ປີທ່ອງທຽ່ວລາວ-ທອງທຽ່ວແຂວງບໍລິຄໍາໄຊ ໃນປີ 2024 ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງໜັ້ກແໜ້ນ ສໍາລັບເຮືອທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ມີທັງໝົດ 33 ລໍາ ຊຶ່ງມາຈາກພາກສ່ວນຕ່າງໆຄື ຈາກພະແນກການຂອງແຂວງ ບັນດາບ້ານພາຍໃນເມືອງ 23 ລໍາ ຕ່າງເມືອງ 6 ລໍາ ແລະ ຕ່າງປະເທດ ຈໍານວນ 4 ລໍາ ຊຶ່ງແບ່ງອອກເປັນ 4 ປະເພດແຂ່ງຂັນ ໃນນີ້ເຮືອງຊ່ວງຊາຍປະເພດ 22-25 ສີພາຍທົ່ວໄປ ມີຈໍານວນ 13 ລໍາ ປະເພດ 22-25 ສີພາຍເຮືອກຸນພາຍໃນ ມີ 5 ລໍາ ເຮືອຊວ່ງປະເພດ 22-25 ສິພາຍຍິງຈໍານວນ 8 ລໍາ ແລະ ເຮືອຊວ່ງຊາຍປະເພດ 50-55 ສີພາຍ ມີຈໍານວນ 7 ລໍາ ເຊີ່ງການແຂ່ງຂັນຈະດໍາເນີນໄປເປັນເວລາ 2 ວັນ ພ້ອມນີ້ໃນພິທີທ່ານ ກອງແກ້ວ ໄຊສົງຄາມ ຍັງໄດ້ມອບຂອງຂັວນທີ່ລະລຶກ ໃຫ້ແກ່ຄະນະຜູ້ແທນ ຈາກຣາຊະອານາຈັກໄທ ແລະ ສສ ຫວຽດນາມ ຈາກນັ້ນທ່ານພິນິດ ຈາຣຸສົມພັດ ຍັງໄດ້ມອບເງິນສົດ 3 ແສນບາດ ແລະ ທະນາຄານພັດທະນາລາວສາຂາບໍລິຄໍາໄຊ ມອບເງິນພ້ອມອຸປະກອນ ລວມມູນຄ່າ 93 ລ້ານກວ່າກີບ ເພື່ອຊຸກຍູ້ງານບຸນຄັ້ງນີ້.
ໃນໂອກາດອັນສະຫງ່າລາສີ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ປະທານກິຕິມະສັກ ຈັດງານບຸນຊ່ວງເຮືອປະເພນີອອກພັນສາ ປະວໍຣະນາ ກໍ່ໄດ້ກ່າວເປີດພິທີຢ່າງເປັນທາງການ ແລະ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດຕັດແຖບຜ້າ ລັ່ງຄ່ອງ 9 ບາດ ແລະ ປ່ອຍ ປຸ່ມເປົ້າ ເພື່ອບົ່ງບອກການເປີດງານບຸນຊວ່ງເຮືອ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊຢ່າງເປັນທາງການ. ຂ່າວ-ພາບ :ພູວົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ