ງານແຂ່ງຂັນທຸລະກິດກະສິກໍາໄວໜຸ່ມ ຫຼວງພະບາງ ປະຈໍາປີ 2026

ງານແຂ່ງຂັນທຸລະກິດກະສິກໍາໄວໜຸ່ມ ຫຼວງພະບາງ ປະຈໍາປີ 2026

ງານແຂ່ງຂັນທຸລະກິດກະສິກໍາໄວໜຸ່ມ ຫຼວງພະບາງ ປະຈໍາປີ 2026
ວັນທີ 18 ມີນາຜ່ານມານີ້ ທີ່ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ໄດ້ເປີດການແຂ່ງຂັນທຸລະກິດກະສິກໍາ ໄວໜຸ່ມ ຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຊັງ ບອມ ລີ ຫົວໜ້າ ອົງການ ວອນເດີສາກົນ (CEO wonders within people), ທ່ານ ວົງປະສິດ ຈັນທະຄູນ ຮອງຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີແຂກຮັບເຊີນ, ພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍນັກສຶກສາ ແລະ ຊາວໜຸ່ມຜູ້ປະກອບການ ເຂົ້າຮ່ວມ.
ງານແຂງຂນທລະກດກະສກາໄວໜມ ຫວງພະບາງ ປະຈາປ 2026 - image 1
 

ງານຄັ້ງນີ້, ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ກັບ ອົງການ ວອນເດີສ ສາກົນ ເພື່ອກໍານົດຮູບແບບທຸລະກິດນະວັດຕະກຳ ຄົ້ນຫາວິທີແກ້ໄຂບັນຫາໃນຂະແໜງກະສິກຳລາວ ແລະ ສ້າງມູນຄ່າເພີ່ມກະຕຸ້ນລະບົບນິເວດ (Startup), ສ້າງລະບົບສະໜັບສະໜູນ ໃຫ້ຜູ້ປະກອບການໜຸ່ມເພິ່ງພາຕົນເອງໄດ້ ແລະ ສົ່ງເສີມການເຕີບໂຕ, ຊ່ວຍໃຫ້ທີມທີ່ມີຕົ້ນແບບ ສາມາດກ້າວເຂົ້າສູ່ຕະຫຼາດຕົວຈິງໄດ້. ການແຂ່ງຂັນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 15 ທີມ, ມາຈາກບັນດາເມືອງ ໃນແຂວງຫຼວງພະບາງ ແລະ ມະຫາວິທະຍາໄລສຸພານຸວົງ. ໃນນັ້ນ, ໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມທີ່ມີຜະລິດຕະພັນສ້າງລາຍຮັບແລ້ວ ລວມມີ 9 ທີມ ແລະ ກຸ່ມທີ່ມີຜະລິດຕະພັນຕົ້ນແບບ ລວມມີ 6 ທີມ. ສຳລັບຮູບແບບການແຂ່ງຂັນ ທີມທີ່ມີຜະລິດຕະພັນ ສ້າງລາຍຮັບແລ້ວ ສຸມໃສ່ເພີ່ມປະສິດທິພາບ ແລະ ຂະຫຍາຍທຸລະກິດ ເປັນຕົ້ນ ການຫຸ້ມຫໍ່, ການຕະຫຼາດ ແລະ ການຂະຫຍາຍຊ່ອງທາງຈຳໜ່າຍ (ເນັ້ນຜົນການດໍາເນີນງານຕົວຈິງ) ເຊັ່ນ: ຍອດຂາຍ, ຜົນຕອບຮັບຂອງລູກຄ້າ ແລະ ທ່າແຮງການເຕີບໂຕຂອງທຸລະກິດ.

ສ່ວນທີມທີ່ມີຜະລິດຕະພັນຕົ້ນແບບ ສຸມໃສ່ການປັບປຸງຕົ້ນແບບ, ການສ້າງຍີ້ຫໍ (ໂລໂກ້-ການອອກແບບ) ແລະ ອຸປະກອນທີຈຳເປັນ, ໂດຍເນັ້ນໜັກເຖິງຄວາມແຕກຕ່ງໃໝ່ຂອງວິທີແກ້ໄຂ ແລະ ຄວາມເປັນໄປໄດ້ຂອງ ທຸລະກິດ. ຊຶ່ງຄັດເລືອກເອົາທີມຊະນະເລີດ ແຕ່ລະກຸ່ມລວມ 3 ທີມ. ຜົນການແຂ່ງຂັນປະກົດວ່າ: ກຸ່ມທີ່ມີຜະລິດຕະພັນຕົ້ນແບບຄື: ທີມພັນຕໍ່ດ່ານ ຫຼື ລ້ຽງຕໍ່ເປັນອາຊີບ ບ້ານນາໄຮ ເມືອງຈອມເພັດ, ທິມຈໍາໜ່າຍຜັກໄຮໂດຣໂປນິກ ທີ່ສົດສະອາດ ປອດສານເຄມີ ຈາກນະຄອນ ຫຼວງພະບາງ ແລະ ທີມເຂົ້າປຽກເຄີ່ງສໍາເລັດຮູບມິດຕະພາບ ໄດ້ຮັບເງິນສົດລາງວັນທີມລະ 1,000 ໂດລາສະຫະລັດ.

ງານແຂງຂນທລະກດກະສກາໄວໜມ ຫວງພະບາງ ປະຈາປ 2026 - image 2
 

ສໍາລັບກຸ່ມທີ່ມີຜະລິດຕະພັນສ້າງລາຍຮັບແລ້ວ ມີທີມ ແອວເຄ ຟາມ ຫຼື ສວນເມລອນ (LK farm and Forestry cafe) ບ້ານຜານົມ ນະຄອນ ຫຼວງພະບາງ, ທີມສານຝັນ (ການລ້ຽງສັດປີກ ແລະ ການຜະລິດປຸນອີນຊີ) ບ້ານກົກງິ້ວ ນະຄອນ ຫຼວງພະບາງ ແລະ ທີມຟາມປະສົມປະສານ ເພື່ອການທ່ອງທ່ຽວ ບ້ານໂພນສະຫວ່າງ ເມືອງປາກອູ ໄດ້ຮັບເງິນສົດລາງວັນທີມລະ 2,000 ໂດລາສະຫະລັດ. ການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ອົງການ ວອນເດີສ ສາກົນ (wonders within people) ແລະ ຄອມມູນີທີ ແຊັດ ອອບໂຄເລຍ (Community Chest of Korea) ຊຶ່ງມີແຜນຈັດຂຶ້ນທຸກປີ ເພື່ອສືບຕໍ່ຊຸກຍູ້ ແລະ ພັດທະນາຊາວໜຸ່ມໃຫ້ກາຍເປັນກຳລັງແຮງສຳຄັນ ໃນການພັດທະປະເທດຊາດ ໃນຕໍ່ໜ້າ.

(ພາບ+ຂ່າວ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ